ແຮງງານລາວທີ່ກຳລັງມີແຜນໄປເກົາຫຼີຕ້ອງມີສະຕິ ຕໍ່ກົນອຸບາຍຂອງກຸ່ມຄົນບໍ່ຫວັງດີທີ່ອ້າງວ່າສາມາດຊ່ວຍໃຫ້ໄປເກົາຫຼີໄດ້ໄວຂຶ້ນ ຫຼັງກະຊວງແຮງງານອອກມາເຕືອນວ່າ ກຸ່ມດັ່ງກ່າວນອກຈາກສ່ຽງຕໍ່ການຖືກຕົ້ມຕຸ໋ນແລ້ວຍັງຮຽກເກັບຄ່າໃຊ້ຈ່າຍເພີ່ມ ນອກຈາກຄ່າທຳນຽມທີ່ທາງການກຳນົດອີກ.
ໃນແຈ້ງການລົງວັນທີ 13 ສິງຫາ 2026, ຂອງກະຊວງແຮງງານ ແລະສະຫວັດດີການສັງຄົມລະບຸວ່າ ການຈັດສົ່ງແຮງງານລາວໄປເກົາຫຼີພາຍໃຕ້ລະບົບອະນຸຍາດການຈ້າງງານ (EPS) ແມ່ນຂະບວນການລະຫວ່າງລັດຖະບານລາວ ແລະ ລັດຖະບານເກົາຫຼີ.
ຕາມລະບົບນີ້, ກົມການຈັດຫາງານ ຂອງກະຊວງແຮງງານ ເປັນຜູ້ຮັບຜິດຊອບຝ່າຍລາວໃນການຈັດສົ່ງແຮງງານ ຂະນະທີ່ HRD Korea ເຮັດໜ້າທີ່ຝ່າຍເກົາຫຼີ. ກະຊວງຢ້ຳວ່າ ພາກສ່ວນອື່ນບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າມາດຳເນີນຂະບວນການຈັດສົ່ງແຮງງານ.
ກະຊວງເຕືອນວ່າ ປັດຈຸບັນມີບຸກຄົນ ແລະ ນິຕິບຸກຄົນບາງກຸ່ມທີ່ບໍ່ມີອຳນາດອະນຸຍາດ ກຳລັງສະເໜີບໍລິການໃຫ້ແຮງງານລາວໄປເຮັດວຽກຢູ່ເກົາຫຼີໄດ້ໄວຂຶ້ນ ໂດຍຮຽກເກັບຄ່າໃຊ້ຈ່າຍເພີ່ມຈາກຄ່າທີ່ກົມການຈັດຫາງານກຳນົດໄວ້.
ສຳລັບສູນສອນພາສາເກົາຫຼີ, ກະຊວງຂໍໃຫ້ຮັກສາຂໍ້ມູນນັກຮຽນ ແລະ ຫ້າມເຜີຍແຜ່ ຫຼື ມອບຂໍ້ມູນສ່ວນຕົວໃຫ້ພາກສ່ວນອື່ນທີ່ບໍ່ກ່ຽວຂ້ອງກັບຂະບວນການຈັດສົ່ງແຮງງານຂອງກະຊວງ.
ມາດຕະການນີ້ມີຈຸດປະສົງເພື່ອປ້ອງກັນຂໍ້ມູນຂອງນັກຮຽນຖືກນຳໄປໃຊ້ໃນຂະບວນການຂອງກຸ່ມທີ່ບໍ່ຫວັງດີ.
ກະຊວງຍັງລະບຸວ່າ ຖ້າພົບວ່າສູນສອນພາສາໃດລະເມີດຄຳແຈ້ງການ ກົມການຈັດຫາງານຈະບໍ່ພິຈາລະນາຮັບເອົານັກຮຽນຈາກສູນດັ່ງກ່າວ ເຂົ້າລົງທະບຽນສອບເສັງພາຍໃຕ້ລະບົບ EPS.
ຜູ້ທີ່ພົບເຫັນການສະເໜີບໍລິການລັກສະນະນີ້ ຫຼື ຕ້ອງການສອບຖາມວ່າຂະບວນການໃດເປັນທາງການ ສາມາດຕິດຕໍ່ກົມການຈັດຫາງານໄດ້ທີ່ 021 217738.
ກະຊວງລະບຸວ່າ ແຈ້ງການນີ້ອ້າງອີງໃສ່ MOU ລະຫວ່າງຝ່າຍລາວ ແລະ HRD Korea ລົງວັນທີ 15 ທັນວາ 2025 ແລະ ໜັງສືຈາກສະຖານເອກອັກຄະລັດຖະທູດເກົາຫຼີປະຈຳລາວ ເລກທີ KLA-26-276 ລົງວັນທີ 13 ກໍລະກົດ 2026.
ແຫຼ່ງຂ່າວ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ-ຮສສ