ພ້ອມແລ້ວຫຼືຍັງ! ເວັບໄຊ LAeID ລະບຸຕົວຕົນທາງອິເລັກໂຕຣນິກຂອງພົນລະເມືອງລາວ

13 Aug 2026

ຄລິກແຊຣ໌ 0 Facebook WhatsApp

ໃນວັນທີ 13 ສິງຫາ, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ປະກາດເປີດນຳໃຊ້ເວັບໄຊ https://laeid.gov.la/ ສຳລັບລະບຸໂຕຕົນທາງອິເລັກໂຕຣນິກຂອງພົນລະເມືອງລາວ (LAeID) ຢ່າງເປັນທາງການ.

ເວັບໄຊ LAeID ເປີດໃຫ້ປະຊາຊົນລົງທະບຽນ ແລະ ເຂົ້ານຳໃຊ້ລະບົບ ໂດຍມີຈຸດປະສົງເພື່ອອຳນວຍຄວາມສະດວກ, ເພີ່ມຄວາມປອດໄພ ແລະ ຊ່ວຍປົກປ້ອງຂໍ້ມູນສ່ວນຕົວ.

ລະບົບນີ້ມີບົດບາດໃນການລະບຸໂຕຕົນຂອງພົນລະເມືອງໃນສະພາບແວດລ້ອມດິຈິຕອນ ໂດຍມຸ່ງໃຫ້ສາມາດນຳໃຊ້ແທນເອກະສານລະບຸຕົວຕົນແບບດັ້ງເດີມໃນບາງກໍລະນີ ແລະ ເປັນພື້ນຖານສຳຄັນສຳລັບການພັດທະນາພົນລະເມືອງດິຈິຕອນ ແລະ ລັດຖະບານດິຈິຕອນ.

ນອກຈາກການນຳໃຊ້ຜ່ານເວັບໄຊແລ້ວ, ປະຊາຊົນຍັງສາມາດດາວໂຫຼດແອັບ LAeID ເຂົ້າໃຊ້ງານໃນໂທລະສັບມືຖື ໂດຍຮອງຮັບທັງ Android ແລະ iOS.

⚠️ ລະວັງເວັບໄຊປອມ

ນອກຈາກນີ້, ທາງກົມຍັງໄດ້ແຈ້ງເຕືອນວ່າ ປັດຈຸບັນພົບເຫັນເວັບໄຊອື່ນທີ່ມີຊື່ ແລະ ເນື້ອຫາຄ້າຍຄືກັບເວັບໄຊທາງການ ເຊັ່ນ https://laeid.net/. ທາງກົມຢືນຢັນວ່າ ເວັບໄຊດັ່ງກ່າວບໍ່ແມ່ນເວັບໄຊທາງການຂອງ LAeID.

ດັ່ງນັ້ນ, ຂໍໃຫ້ປະຊາຊົນລະມັດລະວັງ ແລະ ກວດສອບໃຫ້ແນ່ໃຈວ່າເປັນເວັບໄຊທາງການກ່ອນລົງທະບຽນ ຫຼື ດາວໂຫຼດແອັບ ໂດຍໃຫ້ເຂົ້າຜ່ານ https://laeid.gov.la/ ເທົ່ານັ້ນ.

ການກວດສອບແຫຼ່ງຂໍ້ມູນ ແລະ ເວັບໄຊໃຫ້ຖືກຕ້ອງກ່ອນນຳໃຊ້ ຈະຊ່ວຍຫຼີກລ່ຽງເວັບໄຊປອມ ແລະ ປົກປ້ອງຂໍ້ມູນສ່ວນຕົວ ລວມເຖິງຊັບສິນຂອງທ່ານ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ