ປະກາດເຕືອນໄພ! ຢ່າຂາຍ ຫຼື ໃຫ້ເຊົ່າບັນຊີທະນາຄານເດັດຂາດ!

ບໍ່ຢາກມີຄະດີຕິດຕົວ ຢ່າຂາຍ ຫຼື ໃຫ້ເຊົ່າບັນຊີທະນາຄານເດັດຂາດ

12 Aug 2026

ຄລິກແຊຣ໌ 0 Facebook WhatsApp

ປັດຈຸບັນ ການຮັບຊື້ ຫຼື ໃຫ້ເຊົ່າບັນຊີທະນາຄານຜ່ານສື່ອອນລາຍກຳລັງເປັນບັນຫາທີ່ໜ້າເປັນຫ່ວງ. ເຖິງຈະໄດ້ເງິນຕອບແທນເລັກໆນ້ອຍໆ, ແຕ່ບັນຊີຂອງທ່ານອາດຖືກນຳໄປໃຊ້ກໍ່ອາຊະຍາກຳ ແລະ ນຳບັນຫາໃຫຍ່ມາສູ່ເຈົ້າຂອງບັນຊີໄດ້.

ຫຼັງຈາກທີ່ເອົາບັນຊີໃຫ້ຄົນອື່ນແລ້ວເຂົາຈະນຳໄປໃຊ້ເຮັດຫຍັງ? ແນ່ນອນວ່າ ບັນຊີນັ້ນຕ້ອງຖືກນຳໃຊ້ໄປທາງໃດທາງໜຶ່ງຢ່າງແນ່ນອນ ຕາມຈຸດປະສົງຂອງຜູ້ຊື້ເຊັ່ນ:

  1. ເອົາໄປໃຊ້ຕວະຮັບ-ໂອນເງິນຜູ້ອື່ນ
    ຫຼັງຈາກໄດ້ບັນຊີແລ້ວ, ຄົນບໍ່ດີອາດໃຊ້ບັນຊີນັ້ນຮັບ ຫຼື ໂອນເງິນຈາກການສໍ້ໂກງອອນລາຍ ຫຼື ການກະທຳຜິດອື່ນໆ.
  2. ໃຊ້ເພື່ອຫຼົບຫຼີກການຕິດຕາມ
    ຜູ້ກໍ່ອາຊະຍາກຳອາດບໍ່ຢາກໃຊ້ບັນຊີຂອງຕົນເອງ ເພາະຢ້ານຖືກຕິດຕາມ ຫຼື ຈັບກຸມ. ຈຶ່ງຫັນໄປຊື້ ຫຼື ເຊົ່າບັນຊີຄົນອື່ນມາໃຊ້ແທນ.
  3. ແລ້ວເຈົ້າຂອງບັນຊີຈະເປັນແນວໃດ?
    ຖ້າມີຄົນເສຍຫາຍ ແລະ ເງິນຖືກໂອນເຂົ້າບັນຊີຂອງທ່ານ, ເຈົ້າຂອງບັນຊີອາດຖືກເອີ້ນໄປສອບຖາມ ຫຼື ຕ້ອງຊີ້ແຈງກັບເຈົ້າໜ້າທີ່.

ບັນຫາທີ່ຕາມມາຫຼັງຈາກນັ້ນມີດັ່ງນີ້:

  • ບັນຊີອາດຖືກອາຍັດ: ບັນຊີອາດຖືກກວດສອບ ຫຼື ອາຍັດ ຖ້າພົບວ່າກ່ຽວຂ້ອງກັບຄະດີ.
  • ອາດຖືກເອີ້ນໄປສອບຖາມ: ເຈົ້າຂອງບັນຊີອາດຕ້ອງໄປໃຫ້ຂໍ້ມູນ ຫຼື ຊີ້ແຈງກັບເຈົ້າໜ້າທີ່.
  • ອາດຕ້ອງຮັບຜິດຊອບຄ່າເສຍຫາຍ: ໃນບາງກໍລະນີ ອາດມີພັນທະຊົດໃຊ້ຄ່າເສຍຫາຍຕາມກົດໝາຍ.
  • ມີຄວາມເປັນໄປໄດ້ທີ່ຈະມີຄະດີຕິດຕົວ: ຖ້າຄະດີໄປເຖິງຂັ້ນສານ ແລະ ຖືກຕັດສິນວ່າມີຄວາມຜິດ, ກໍອາດມີໂທດຕາມກົດໝາຍ.

ສິ່ງທີ່ຄວນລະວັງ: ຢ່າຄິດວ່າ “ບໍ່ໄດ້ເປັນຄົນໂອນເງິນ ກໍບໍ່ເປັນຫຍັງ”

ເຖິງຈະບໍ່ໄດ້ເປັນຄົນໂອນເງິນ ຫຼື ບໍ່ຮູ້ວ່າອີກຝ່າຍຈະເອົາບັນຊີໄປໃຊ້ເຮັດຫຍັງ, ການມອບບັນຊີໃຫ້ຄົນອື່ນກໍອາດເຮັດໃຫ້ທ່ານຕ້ອງຮັບຜິດຕາມກົດໝາຍຢ່າງຫຼີກລຽງບໍ່ໄດ້.

ສຸດທ້າຍຂໍໃຫ້ທ່ອງໄວ້ເລີຍ “ຢ່າເອົາບັນຊີໄປແລກກັບເງິນເລັກໆນ້ອຍໆ”

ບັນຊີທະນາຄານເປັນຂໍ້ມູນສ່ວນຕົວ. ຢ່າຂາຍ, ຢ່າໃຫ້ເຊົ່າ ແລະ ຢ່າມອບບັນຊີ, ບັດ ATM, ລະຫັດ ຫຼື ເບີໂທທີ່ຜູກກັບບັນຊີໃຫ້ຄົນອື່ນໂດຍເດັດຂາດ ເພາະເງິນພຽງໜ້ອຍດຽວຈະນຳບັນຫາທີ່ຕາມມາໃຫຍ່ຫຼວງໃນພາຍພາກໜ້າໄດ້.

ທີ່ມາ: ກົມຕໍາຫຼວດເສດຖະກິດ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ