ນາຍົກ ຊີ້ນຳການພັດທະນາ 4 ແຂວງພາກໃຕ້ ຍູ້ກະສິກຳທັນສະໄໝ-ພະລັງງານສະອາດ-ໂລຈິສຕິກ ເຊື່ອມຈອດພາກພື້ນ

27 Jul 2026

ຄລິກແຊຣ໌ 0 Facebook WhatsApp

ໃນວັນທີ 23 ກໍລະກົດ 2026 ທີ່ແຂວງຈຳປາສັກ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເປັນປະທານກອງປະຊຸມຊຸກຍູ້ ແລະ ຕິດຕາມການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ພ້ອມຍູ້ໜູນການສ້າງແຜນພັດທະນາເຂດແຄວ້ນ 4 ແຂວງພາກໃຕ້ ໄດ້ແກ່ ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ເພື່ອເຊື່ອມຈອດເສດຖະກິດກັບປະເທດໃກ້ຄຽງ ແລະ ພາກພື້ນ.


ໃນການຊີ້ນຳ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ 4 ແຂວງພາກໃຕ້ ນຳໃຊ້ທ່າແຮງທີ່ມີຢ່າງເຕັມປະສິດທິພາບ ໂດຍຫັນຈາກການຜະລິດແບບດັ້ງເດີມ ສູ່ການຜະລິດທັນສະໄໝ, ຍົກລະດັບສິນຄ້າກະສິກຳໃຫ້ມີຄຸນນະພາບ, ປອດໄພ ແລະ ສາມາດແຂ່ງຂັນໃນຕະຫຼາດສາກົນ.

ນອກຈາກນັ້ນ, ຍັງເນັ້ນສ້າງສູນຜະລິດພັນພືດ-ພັນສັດ, ຜະລິດປຸ໋ຍຊີວະພາບ, ນຳເອົາເຕັກໂນໂລຊີ ແລະ ພະລັງງານແສງຕາເວັນ ມາໃຊ້ໃນການຈັດການນ້ຳ ເພື່ອໃຫ້ການຜະລິດດຳເນີນໄດ້ຕະຫຼອດປີ ພ້ອມທັງຫັນຈາກການສົ່ງອອກແຮ່ດິບ ສູ່ການປຸງແຕ່ງ ແລະ ແປຮູບ ເພື່ອສ້າງມູນຄ່າເພີ່ມ.
ດ້ານພະລັງງານ ທ່ານໄດ້ຊີ້ນຳໃຫ້ສືບຕໍ່ພັດທະນາພະລັງງານສະອາດ ເຊັ່ນ ພະລັງງານນ້ຳ, ແສງຕາເວັນ ແລະ ພະລັງງານລົມ ຄວບຄູ່ກັບການສົ່ງເສີມການນຳໃຊ້ລົດໄຟຟ້າ ໃນການຂົນສົ່ງ, ໂລຈິສຕິກ ແລະ ການທ່ອງທ່ຽວ ເພື່ອຫຼຸດການນຳເຂົ້ານ້ຳມັນເຊື້ອໄຟ.


ພ້ອມກັນນີ້ ຍັງເນັ້ນໃຫ້ພັດທະນາໂລຈິສຕິກ, ທ່າບົກ, ສາງເກັບຮັກສາ ແລະ ຫ້ອງເຢັນ, ຫຼຸດຂັ້ນຕອນການຄ້າຂ້າມແດນ ເພື່ອຜັກດັນໃຫ້ພາກໃຕ້ ກາຍເປັນສູນກາງການຄ້າ ແລະ ການຂົນສົ່ງຂອງພາກພື້ນ.
ນອກຈາກການພັດທະນາດ້ານເສດຖະກິດ, ທ່ານນາຍົກລັດຖະມົນຕີ ຍັງເນັ້ນໃຫ້ຍົກລະດັບການສຶກສາ, ພັດທະນາບຸກຄະລາກອນວິຊາຊີບ, ສ້າງຜູ້ປະກອບການຮຸ່ນໃໝ່ ແລະ ຍົກລະດັບໂຮງໝໍ ແລະ ສູນການແພດ ໃຫ້ເປັນສູນກາງການຮັກສາພະຍາດຂອງພາກໃຕ້ ເພື່ອຮອງຮັບການເຕີບໂຕຢ່າງຍືນຍົງ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ