ລັດຖະບານຕົກລົງເຫັນດີ ໃຫ້ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສະຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ ລາວສະແຕນດາດ ຄອນໂທຣ ຈໍາກັດ ລົງນາມເຊັນສັນຍາຮ່ວມທຶນ ສ້າງຕັ້ງ ບໍລິສັດ ລັດວິສາຫະກິດ ກວດສອບມາດຕະຖານ ແລະ ຢັ້ງຢືນຄຸນນະພາບສິນຄ້າ ຈຳກັດ ໂດຍຝ່າຍລັດຖືຮຸ້ນ51% ແລະ ຝ່າຍບໍລິສັດຖືຮຸ້ນ 49%.
ການສ້າງຕັ້ງບໍລິສັດ ລັດວິສາຫະກິດ ກວດສອບມາດຕະຖານ ແລະ ຢັ້ງຢືນຄຸນນະພາບສິນຄ້າ ຈຳກັດ ຄັ້ງນີ້ກໍເພື່ອເສີມສ້າງພື້ນຖານໂຄງລ່າງດ້ານຄຸນນະພາບແຫ່ງຊາດ ແລະ ຍົກລະດັບວຽກງານກວດສອບມາດ ຕະຖານ ແລະ ຢັ້ງຢືນຄຸນນະພາບສິນຄ້າ ຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ສອດຄ່ອງກັບມາດ ຕະຖານສາກົນ ເພື່ອສະໜັບສະໜູນການປະຕິບັດວຽກງານວິຊາສະເພາະຂອງລັດຖະບານ.

ທ່ານ ສີສັງຄົມ ໂຄດໂຍທາ ຫົວໜ້າກົມມາດຕະຖານ ແລະ ວັດແທກ ກ່າວວ່າ: ວຽກງານກວດສອບມາດຕະຖານ ແລະ ຢັ້ງຢືນຄຸນນະພາບສິນຄ້າ ແມ່ນກົນໄກອັນສຳຄັນ ແລະ ຈຳເປັນຢ່າງຍິ່ງ ໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້, ຮັບປະກັນຄວາມປອດໄພ ຂອງສັງຄົມ ແລະ ສ້າງຄວາມເຊື່ອໝັ້ນຕໍ່ຜະລິດຕະພັນ-ສິນຄ້າ ທີ່ຜະລິດ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍຢູ່ໃນທ້ອງ ຕະຫຼາດ.
ບໍລິສັດ ລັດວິສາຫະກິດ ກວດສອບມາດຕະຖານ ແລະ ຢັ້ງຢືນຄຸນນະພາບສິນຄ້າ ຈຳກັດ ເປັນການຮ່ວມທຶນ ລະຫວ່າງ ລັດຖະບານ ແລະ ບໍລິສັດເອກະຊົນ ເຊິ່ງຝ່າຍລັດຖະບານ ຖືຮຸ້ນ 51% ແລະ ບໍລິສັດ ລາວສະແຕນດາດ ຄອນໂທຣ ຈໍາກັດ ຖືຮຸ້ນ 49%
ພິທີເຊັນສັນຍາ ຈັດຂຶ້ນໃນວັນທີ 24 ກໍລະກົດ 2026 ຢູ່ທີ່ ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ; ຮ່ວມລົງນາມລະຫວ່າງ ທ່ານ ສີສັງຄົມ ໂຄດໂຍທາ ຫົວໜ້າກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ກັບ ທ່ານ ອຸທັນ ໄຕລິດທິ ປະທານບໍລິສັດ ລາວສະແຕນດາດ ຄອນໂທຣ ຈຳກັດ.
ເຂົ້າມາຮ່ວມເປັນສັກຂີພິຍານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ກິແກ້ວ ຈັນທະບູຣີ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ: ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ.ພ້ອມດ້ວຍແຂກຈາກພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ.