ໃນຕອນແລງວັນທີ 23 ກໍລະກົດ 2026 ທ່ານ ວັນທອງ ບຸດຕະນະວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະໂຄງການກໍ່ສ້າງຂົວຂ້າມນໍ້າເຊໂດນ ເຂດບ້ານບົວລະພາ – ບ້ານປາກເຊຶອກ – ນາຮັງ ເມືອງຄົງເຊໂດນ ແຂວງສາລະວັນ. ການລົງເຄື່ອນໄຫວຄັ້ງນີ້, ມີການນໍາຂັ້ນເມືອງ, ພະແນກການຂັ້ນແຂວງ ແລະ ພາກສ່ວນທີ່່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ນໍາພາລົງກວດກາຕົວຈິງ.

ຂົວຂ້າມນໍ້າເຊໂດນ ມີລວງຍາວ 210 ແມັດ, ກວ້າງ 12 ແມັດ. ປັດຈຸບັນໄດ້ສໍາເລັດແລ້ວຫຼາຍໜ້າວຽກເປັນການເທເບຕົງພື້ນຂົວ, ສ້າງກັນເຈື່ອນ ແລະ ຕິດຕັ້ງຮາວພະນັກຂົວແລ້ວ. ວຽກງານເສັ້ນທາງເຊື່ອມຕໍ່: ເທທາງເປຕົງເຂົ້າຫາສົ້ນຂົວທັງສອງເບື້ອງ (ເບື້ອງລະ 30 ແມັດ, ກວ້າງ 12 ແມັດ). ສ້າງເສັ້ນທາງປູຢາງສອງຊັ້ນ ເຊື່ອມຕໍ່ໃສ່ເສັ້ນທາງເລກທີ 13 ໃຕ້ ເຂົ້າສູ່ຈຸດເມືອງຄົງເຊໂດນ (ລວງຍາວ 1,500 ແມັດ, ກວ້າງ 9 ແມັດ).
ກໍ່ສ້າງທໍ່ລອດທາງ ຈຳນວນ 5 ແຫ່ງ. ລວມລວງຍາວທັງໝົດຂອງເສັ້ນທາງປະມານ 1,800 ແມັດ ແລະ ຕົວຂົວ 210 ແມັດ. ນອກຈາກນີ້, ຍັງມີໜ້າວຽກບາງສ່ວນທີ່ກຳລັງເລັ່ງສຸມໃສ່ປະຕິບັດ ເພື່ອໃຫ້ສໍາເລັດສົມບູນ ແລະ ກຽມຄວາມພ້ອມເປີດນໍາໃຊ້ຢ່າງເປັນທາງການໃນໄວໆນີ້. ຂົວ ແລະ ເສັ້ນທາງ ດັ່ງກ່າວ ເມື່ອສຳເລັດສົມບູນ ຈະເປັນກົນໄກສຳຄັນໃນການກະຕຸ້ນເສດຖະກິດ-ສັງຄົມ ໂດຍຈະຊ່ວຍ ອຳນວຍຄວາມສະດວກໃຫ້ປະຊາຊົນໃນການສັນຈອນໄປມາດ້ວຍຄວາມວ່ອງໄວ ແລະ ປອດໄພ. ເປັນເສັ້ນທາງເຊື່ອມຈອດການຄ້າ, ແລກປ່ຽນຊື້-ຂາຍສິນຄ້າ ແລະ ຫຼຸດຜ່ອນຕົ້ນທຶນການຂົນສົ່ງ. ສ້າງເງື່ອນໄຂເອື້ອອໍານວຍໃຫ້ການລົງທຶນ ແລະ ການພັດທະນາແບບຍືນຍົງຂອງທ້ອງຖິ່ນໃນອະນາຄົດ.