ຢໍລະປາ ກຣຸບ ໄດ້ລິເລີ່ມຈັດກອງປະຊຸມການທ່ອງທ່ຽວຊີວະນາໆພັນໃນ ສປປ ລາວ ຄັ້ງທີ I ຢູ່ນໍ້າກັດຢໍລະປາ ແຂວງອຸດົມໄຊ ໂດຍໄດ້ຮັບການຮ່ວມເປັນປະທານຈາກກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ກົມພັດທະນາການທ່ອງທ່ຽວ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມດ້ວຍອົງການສາກົນ, ນັກວິຊາການ ແລະ ພາກເອກະຊົນ ເພື່ອວາງຮາກຖານການພັດທະນາການທ່ອງທ່ຽວຊີວະນາໆພັນຂອງປະເທດຢ່າງເປັນຮູບປະທຳ.
ການຈັດກອງປະຊຸມຄັ້ງນີ້ ສອດຄ່ອງກັບນະໂຍບາຍຂອງລັດຖະບານ ໃນການອະນຸລັກຊີວະນາໆພັນ, ປົກປັກຮັກສາປ່າໄມ້ ແລະ ສົ່ງເສີມການທ່ອງທ່ຽວແບບຍືນຍົງ ຜ່ານກົນໄກຄວາມຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ (PPP) ເພື່ອສ້າງລາຍໄດ້ໃຫ້ຊຸມຊົນ ແລະ ຄຸ້ມຄອງຊັບພະຍາກອນທຳມະຊາດໃຫ້ຍືນຍົງ.
ຕະຫຼອດກວ່າ 10 ປີຂອງການດໍາເນີນງານ, ນໍ້າກັດຢໍລະປາ ໄດ້ພິສູດໃຫ້ເຫັນວ່າ ການອະນຸລັກທຳມະຊາດ ແລະ ຊີວະນາໆພັນ ສາມາດພັດທະນາໄປຄຽງຄູ່ກັບການທ່ອງທ່ຽວໄດ້. ປັດຈຸບັນ ໄດ້ຄົ້ນຄວ້າ ແລະ ຂຶ້ນທະບຽນຊີວະນາໆພັນຫຼາຍກວ່າ 2,000 ຊະນິດ ພ້ອມຄົ້ນພົບສາຍພັນໃໝ່ຂອງໂລກຫຼາຍກວ່າ 30 ຊະນິດ ແລະ ສ້າງພິພິທະພັນຊີວະນາໆພັນ ເພື່ອເປັນສູນການຮຽນຮູ້ ແລະ ການຄົ້ນຄວ້າ.
ທ່ານ ສົມເພັດ ມ້າວປະເສີດ ປະທານ ຢໍລະປາ ກຣຸບ ກ່າວວ່າ: ເປົ້າໝາຍຂອງຢໍລະປາ ຄືການເຮັດໃຫ້ການອະນຸລັກທຳມະຊາດ ກາຍເປັນຮາກຖານຂອງການທ່ອງທ່ຽວ ທີ່ສ້າງລາຍໄດ້ໃຫ້ຊຸມຊົນ ແລະ ສະໜັບສະໜູນການພັດທະນາປະເທດຢ່າງຍືນຍົງ.
ການລິເລີ່ມຈັດກອງປະຊຸມຄັ້ງນີ້ ຈຶ່ງສະທ້ອນໃຫ້ເຫັນບົດບາດຂອງ ຢໍລະປາ ກຣຸບ ໃນຖານະຜູ້ບຸກເບີກການທ່ອງທ່ຽວຊີວະນາໆພັນ ພ້ອມກັບການສະໜັບສະໜູນ ແລະ ການນຳພາດ້ານນະໂຍບາຍຈາກພາກລັດ, ເພື່ອຮ່ວມກັນຜັກດັນໃຫ້ ສປປ ລາວ ກ້າວສູ່ການເປັນຈຸດໝາຍປາຍທາງດ້ານ Ecotourism ທີ່ໂດດເດັ່ນໃນພາກພື້ນ ແລະ ສາກົນ.