2 ລັດວິສາຫະກິດພະລັງງານລາວ ຈັບມືສຶກສາຄວາມເປັນໄປໄດ້ ພັດທະນາສະຖານີສາກລົດໄຟຟ້າ

26 Jul 2026

ຄລິກແຊຣ໌ 0 Facebook WhatsApp

ທ່າມກາງຄວາມຜັນຜວນຂອງລາຄານໍ້າມັນໂລກ ແລະ ຄວາມທ້າທາຍດ້ານການນຳເຂົ້າພະລັງງານ, ສປປ ລາວ ກຳລັງເລັ່ງວາງຮາກຖານສຳຄັນສູ່ຍຸກພະລັງງານສະອາດ. ຫຼ້າສຸດ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ (LSFC) ແລະ ລັດວິສາຫະກິດໄຟຟ້າລາວ (EDL) ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໃນການຮ່ວມມືພັດທະນາສະຖານີສາກລົດໄຟຟ້າ (EV Charging Station) ແລະ ຂະຫຍາຍທຸລະກິດບໍລິການປິ່ນອ້ອມທົ່ວປະເທດ ນັບເປັນກ້າວສຳຄັນທີ່ຈະຊ່ວຍຫຼຸດການເພິ່ງພານໍ້າມັນນຳເຂົ້າ ແລະ ເສີມຄວາມໝັ້ນຄົງທາງເສດຖະກິດໃນໄລຍະຍາວ.
ພິທີລົງນາມຈັດຂຶ້ນໃນວັນທີ 24 ກໍລະກົດ 2026 ທີ່ສຳນັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ ລະຫວ່າງ ທ່ານ ວຽງທອງ ວົງທະວີໄລ ຜູ້ອຳນວຍການລັດວິສາຫະກິດນໍ້າມັນເຊື້ອໄຟລາວ ກັບ ທ່ານ ບຸນທັນ ພັນໂດລັກ ຮອງຜູ້ອຳນວຍການ ລັດວິສາຫະກິດໄຟຟ້າລາວ ໂດຍມີຄະນະບໍລິຫານ ແລະ ພະນັງການຂອງທັງສອງລັດວິສາຫະກິດເຂົ້າຮ່ວມ.


ປ່ຽນປໍ້ານໍ້າມັນ ສູ່ “ສູນບໍລິການພະລັງງານ” ຍຸກໃໝ່
ພາຍໃຕ້ MOU ສະບັບນີ້ ທັງສອງອົງກອນຈະຮ່ວມສຶກສາຄວາມເປັນໄປໄດ້ໃນການນຳສະຖານີນໍ້າມັນຂອງ LSFC ທົ່ວປະເທດ ມາພັດທະນາເປັນສະຖານີສາກລົດໄຟຟ້າແບບໄວ (EV Fast Charging Station) ທີ່ຮອງຮັບທັງມາດຕະຖານສາກົນ ແລະ ມາດຕະຖານ ສປ ຈີນ (CCS Type 2 ແລະ GB/T) ເພື່ອຮອງຮັບລົດໄຟຟ້າຫຼາຍຍີ່ຫໍ້.
ພ້ອມກັນນັ້ນ ຍັງຈະພັດທະນາບໍລິການປິ່ນອ້ອມ ເຊັ່ນ ຮ້ານກາເຟ, ຮ້ານອາຫານ, ຮ້ານຄ້າສະດວກຊື້ ແລະ ບໍລິການອື່ນໆ ເພື່ອປ່ຽນສະຖານີນໍ້າມັນໃຫ້ກາຍເປັນ Energy Service Hub ທີ່ຕອບໂຈດການເດີນທາງໃນຍຸກລົດໄຟຟ້າ.

ຫຼຸດນຳເຂົ້ານໍ້າມັນ ຮັກສາເງິນຕາ ສ້າງສະຖຽນລະພາບເສດຖະກິດແຫ່ງຊາດ
ຄວາມສຳຄັນຂອງການຮ່ວມມືຄັ້ງນີ້ ບໍ່ໄດ້ຢຸດຢູ່ພຽງການຕິດຕັ້ງສະຖານີສາກໄຟ ແຕ່ເປັນການວາງຮາກຖານໃຫ້ລາວກ້າວສູ່ລະບົບຂົນສົ່ງທີ່ໃຊ້ພະລັງງານພາຍໃນປະເທດເປັນຫຼັກ.
ປັດຈຸບັນ ລາວຍັງຕ້ອງນຳເຂົ້ານໍ້າມັນເຊື້ອໄຟເປັນຈຳນວນຫຼາຍໃນແຕ່ລະປີ ເຊິ່ງເຮັດໃຫ້ເກີດການໃຊ້ເງິນຕາຕ່າງປະເທດຈຳນວນສູງ ແລະ ເປັນປັດໃຈໜຶ່ງທີ່ກົດດັນດຸນການຄ້າ ແລະ ອັດຕາແລກປ່ຽນ ໂດຍສະເພາະໃນຊ່ວງທີ່ລາຄານໍ້າມັນໂລກຜັນຜວນ.
ໃນທາງກົງກັນຂ້າມ ລາວມີຈຸດແຂງດ້ານການຜະລິດໄຟຟ້າຈາກພະລັງງານນໍ້າ ແລະ ພະລັງງານສະອາດ ດັ່ງນັ້ນ ການປ່ຽນຜ່ານສູ່ EV ຈຶ່ງເປັນການນຳໃຊ້ຊັບພະຍາກອນທີ່ລາວມີຢູ່ແລ້ວໃຫ້ເກີດມູນຄ່າສູງຂຶ້ນ ຊ່ວຍຫຼຸດການນຳເຂົ້ານໍ້າມັນ ຮັກສາເງິນຕາຕ່າງປະເທດ ແລະ ເພີ່ມຄວາມໝັ້ນຄົງໃຫ້ເສດຖະກິດມະຫາພາກ.


ກ້າວສູ່ Green Economy ແລະ ສູນກາງ EV ຂອງພາກພື້ນ
ການຮ່ວມມືລະຫວ່າງ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ກັບ ລັດວິສາຫະກິດໄຟຟ້າລາວ (EDL) ຍັງເປັນການຂານຮັບນະໂຍບາຍຂອງລັດຖະບານ ຕາມມະຕິເລກທີ 08/ລບ ທີ່ຊຸກຍູ້ການນຳໃຊ້ຍານພາຫະນະໄຟຟ້າ ແລະ ພະລັງງານສະອາດ.
ຫາກໂຄງການນີ້ສາມາດພັດທະນາໄດ້ຕາມແຜນ ບໍ່ພຽງແຕ່ຈະສ້າງເຄືອຂ່າຍສະຖານີສາກ EV ທີ່ຄອບຄຸມທົ່ວປະເທດເທົ່ານັ້ນ ແຕ່ຍັງຈະເປັນຈຸດເລີ່ມຕົ້ນຂອງການສ້າງ ໂຄງສ້າງພື້ນຖານດ້ານ EV ທີ່ສົມບູນ ເຊື່ອມໂຍງການຄົມມະນາຄົມ, ການທ່ອງທ່ຽວ ແລະ ໂລຈິສຕິກ ພ້ອມຜັກດັນໃຫ້ ສປປ ລາວ ກ້າວສູ່ ເສດຖະກິດສີຂຽວ (Green Economy) ແລະ ຍົກລະດັບຂີດຄວາມສາມາດໃນການແຂ່ງຂັນຂອງປະເທດໃນອະນາຄົດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ