ລາວຈະສົ່ງເສີມການນຳໃຊ້ລົດໄຟຟ້າ ແລະພະລັງງານທາງເລືອກໃຫ້ແຂງແຮງຂຶ້ນ

06 Jul 2026

ຄລິກແຊຣ໌ 0 Facebook WhatsApp



ດ້ວຍຄວາມຫຍຸ້ງຍາກຂາດແຄນນ້ຳມັນເຊື້ອໄຟ ລັດຖະບານໄດ້ມີນະໂຍບາຍຊຸກຍູ້ການນຳໃຊ້ລົດໄຟຟ້າ ແລະນຳໃຊ້ຫຼາຍມາດຕະການແກ້ໄຂບັນຫາລານ້ຳມັນ ເຮັດໃຫ້ມາຮອດປະຈຸບັນລາວມີລົດໄຟຟ້າແລ້ວຫຼາຍກວ່າ 17,000 ຄັນ ແລະຄາດໝາດໝາຍຮອດ 2030 ໃຫ້ກວມເອົາສັດສ່ວນ 30% ຂອງຈຳນວນພາຫະນະທັງໝົດ.
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວລາຍງານຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ1 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 6 ກໍລະກົດ 2026 ນີ້ວ່າ: ແນໃສ່ແກ້ໄຂບັນຫາການຂາດແຄນ ແລະການເໜັງຕີງຂອງລາຄານ້ຳມັນ ລັດຖະບານໄດ້ອອກຄຳສັ່ງເລກທີ 40/ນຍ ລົງວັນທີ 13 ມີນາ 2026 ວ່າດ້ວຍການເພີ່ມທະວີແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ໂດຍປະຕິບັດນະໂຍບາຍອຸດໜູນສັງຄົມ ດ້ວຍການຫຼຸດອັດຕາການຊົມໃຊ້ນ້ຳມັນເຊື້ອໄຟເປັນຈຳນວນ 1,935 ຕື້ກີບ ແລະກອງທຶນນ້ຳມັນ 493,79 ຕື້ກີບ.

Electric vehicle changing on street parking with graphical user interface, Future EV car concept

ພ້ອມນັ້ນ ໄດ້ດັດສົມເງິນຕາຕ່າງປະເທດໃຫ້ແກ່ການນຳເຂົ້ານ້ຳມັນເຊື້ອໄຟ 414.40 ລ້ານໂດລາ ເພື່ອຈັດຊື້ນ້ຳມັນໃຫ້ປົກກະຕິ ຮັບປະກັນການສະໜອງໃຫ້ສັງຄົມ ແລະສຳຮອງສຸກເສີນ ພ້ອມນັ້ນກໍ່ໄດ້ບັນດາມາດຕະການສຸກເສີນ , ສະເພາະໜ້າ ແລະຍາວນານ ເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ບົນຈິດໃຈເພີ່ມທະວີມາດຕະການປະຢັດ ຫັນວິກິດເປັນໂອກາດ ເປັນຕົ້ນມາດຕະການຊຸກຍູ້ໃຫ້ປະຊາຊົນຫັນມານຳໃຊ້ລົດໄຟຟ້າ ຫຼື ພະລັງງານທົດແທນ, ພະລັງງານທາງເລືອກອື່ນ ເພື່ອຫຼຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟ, ໄດ້ເປີດບໍລິການລົດເມ BRT ລົດແທັກຊີ, 3 ລໍ້, 2 ລໍ້ໄຟຟ້າ ເພື່ອຊ່ວຍເຫຼືອແກ້ໄຂຊ່ວຍປະຊາຊົນໃນຊ່ວງວິກິດການ. ມາຮອດປະຈຸບັນ ການສະໜອງນ້ຳມັນເຊື້ອໄຟໃຫ້ແກ່ສັງຄົມແມ່ນເປັນປົກກະຕິ ແລະລາຄານ້ຳມັນກໍ່ຄ່ອຍໆຫຼຸດລົງ.
ສຳລັບມາດຕະການໄລຍະກາງ ແລະໄລຍະຍາວ ແມ່ນລັດຖະບານ ຈະສຸມໃສ່ຄົ້ນຄວ້າແຫຼ່ງນ້ຳເຂົ້ານ້ຳມັນເຊື້ອໄຟຈາກຫຼາຍແຫຼ່ງ ແລະສ້າງຄັງແຮສຳຮອງດ້ານນ້ຳມັນເຊື້ອໄຟໃຫ້ຫຼາຍຂຶ້ນ ແລະຫັນປ່ຽນໄປໃຊ້ລົດໄຟຟ້າ ແລະພະລັງງານທາງເລືອກໃຫ້ແຂງແຮງກວ່າເກົ່າ.
ປະຈຸບັນ ສປປ ລາວເຮົາມີລົດໄຟຟ້າ ແລະໄຟຟ້າປະສົມປະສານທັງໝົດ 17,357 ຄັນ ເທົ່າກັບ 0.5% ຂອງຈຳນວນພາຫະນະທັງໝົດ 3 ລ້ານກວ່າຄັນ ຄາດໝາຍຮອດປີ 2030 ໃຫ້ບັນລຸ 30%.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ