25 ມິຖຸນາ ປະກາດສ້າງຕັ້ງ ຕາແສງສີໄຄ

25 Jun 2026

ຄລິກແຊຣ໌ 0 Facebook WhatsApp


ມື້ນີ້ 25 ມິຖຸນາ 2026 ເລິກງາມຍາມດີ ເມືອງສີໂຄດຕະບອງໄດ້ມີພິທີປະກາດສ້າງຕັ້ງ ຕາແສງສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຢູ່ທີ່ບ້ານອາກາດ ເມືອງສີໂຄດຕະບອງ, ໂດຍມີ ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະພັກ ນະຄອນຫຼວງວຽງຈັນ , ທ່ານ ປອ ນາງ ວິໄລວອນ ຈັນທະລາຕີ ຄະ ນະປະຈໍາພັກ ຮອງປະທານຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ, ມີການນໍາຂັ້ນ ນະຄອນຫຼວງ, ເມືອງ, ພ້ອມດ້ວຍຄະນະຮັບຜິດຊອບ, ເລຂາພັກບ້ານ-ນາຍບ້ານ ແລະ ພໍ່- ແມ່ປະຊາຊົນຈາກ22 ບ້ານ ເຂົ້າຮ່ວມ.
ທ່ານ ອິນປອງ ທຸມມາ ເລຂາຄະ ນະພັກເມືອງສີໂຄດຕະບອງ ກ່າວວ່າ: ຕາແສງສີໄຄ ຕັ້ງຢູ່ໃຈກາງເມືອງເບື້ອງທິດຕາເວັນອອກຂອງ ນະຄອນຫຼວງ, ຫ່າງຈາກໃຈກາງ ນະຄອນຫຼວງວຽງຈັນ 5,2 ກິໂລແມັດ, ຫ່າງຈາກຫ້ອງວ່າການເມືອງສີໂຄດຕະບອງ 50 ແມັດ, ເປັນຕາແສງທີ 3 ຂອງ ນະຄອນຫຼວງ ແລະ ເປັນຕາແສງ ທີ 2 ຂອງເມືອງສີໂຄດຕະບອງ, ປະກອບມີ 22 ບ້ານ ຄື: ບ້ານ ສີໄຄທ່າ, ສີໄຄທົ່ງ, ສີບຸນເຮືອງທ່າ, ສີບຸນເຮືອງທົ່ງ,ວຽງສະຫວັນ, ໂພສີ, ນາແຮ່, ເມືອງວາທົ່ງ, ເມືອງ ວາທ່າ, ຍາພະ, ອາກາດ, ວັດໄຕໃຫຍ່ທົ່ງ, ວັດໄຕໃຫຍ່ທ່າ, ວັດໄຕນ້ອຍທົ່ງ, ວັດໄຕນ້ອຍທ່າ, ສີຖານເໜືອ, ອູບມຸງ, ຂຸນຕາທົ່ງ, ຂຸນຕາທ່າ, ໜອງສະໂນຄຳ, ໜອງປາໃນ ແລະ ບ້ານນາຄຳ,ມີພົນລະເມືອງ 25.717 ຄົນ ຍິງ 13.099 ຄົນ, ມີ 4.973 ຄອບຄົວ, ມີ 6.020 ຫຼັງຄາເຮືອນ, ມີ 406 ໜ່ວຍ.


ໂຄງປະກອບກົງຈັກ ແລະ ຈັດວາງ ບຸກຄະລາກອນຂອງຕາແສງ ປະກອບມີ ພະນັກງານ ທັງໝົດ 8 ທ່ານ ຍິງ 4 ທ່ານ. ໃນນີ້, ພະນັກງານ-ລັດຖະກອນ 7 ທ່ານ ຍິງ 4 ທ່ານ, ປກສ ກຸ່ມ 1 ທ່ານ (ປະທານ 1 ທ່ານ ເປັນຍິງ,ຮອງປະທານ 2 ທ່ານ ຍິງ 1 ທ່ານ, ກໍາມະການ ທີ່ເປັນຫົວໜ້າໜ່ວຍງານ 5 ທ່ານ ຍິງ 2 ທ່ານ), ສ່ວນພະນັກງານຊ່ວຍວຽກພາຍຫຼັງທີ່ປະກາດສ້າງຕັ້ງ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານໄລຍະໜຶ່ງ ຈຶ່ງຈະໄດ້ຄົ້ນຄວ້າ ໂດຍເລັ່ງໃສ່ບຸກຄະລາກອນຂັ້ນບ້ານ ຫຼື ຜູ້ທີ່ຮຽນຈົບວິຊາຊີບສະເພາະດ້ານ, ພາສາຕ່າງປະເທດ, ວິຊາກົດໝາຍ ແລະ ວິຊາໄອທີ (ເພື່ອເປັນພາລະກອນ), ກົງຈັກອົງຄະນະພັກຮາກຖານຕາແສງ, ໜ່ວຍພັກຫ້ອງການຕາແສງ ແລະ ຈັດວາງ ບຸກຄະລາກອນ (ຄະນະ ພັກຮາກຖານ ມີທັງໝົດ 7 ສະຫາຍ ຍິງ 4 ສະຫາຍ, ຄະນະໜ່ວຍພັກຫ້ອງການຕາແສງ 2 ສະຫາຍ ຍິງ 1 ສະຫາຍ).


ໃນພິທີ, ກໍໄດ້ຜ່ານຂໍ້ຕົກລົງຂອງຄະນະກໍາມະການປົກ ຄອງ ນວ ເລກທີ 135/ຄປນວ ວ່າດ້ວຍການສ້າງຕັ້ງຕາແສງສີໄຄ ເມືອງສີໂຄດຕະບອງ ນວ; ມະຕິຕົກລົງຂອງຄະ ນະປະຈໍາພັກ ນວ ເລກທີ 273/ຄປພ.ນວ ວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານຕາແສງສີໄຄ ແລະ ຮັບຮອງເອົາຄະນະບໍລິຫານງານພັກຮາກຖານຕາແສງສີໄຄ ທີ່ຂຶ້ນກັບອົງຄະນະພັກເມືອງສີໂຄດຕະບອງ. ໃນນີ້, ຕົກລົງສ້າງຕັ້ງອົງຄະນະພັກຮາກຖານຕາແສງສີໄຄ ທີ່ຂຶ້ນກັບອົງຄະ ນະພັກເມືອງສີໂຄດຕະບອງ ປະກອບມີ 23 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກ ທັງໝົດ 448 ສະຫາຍ ຍິງ 206 ສະ ຫາຍ; ຮັບຮອງເອົາຄະນະບໍລິຫານງານພັກຮາກຖານຕາແສງສີໄຄ ປະກອບມີ 7 ສະຫາຍ ຍິງ 4 ສະຫາຍ ຄື: ສະ ຫາຍ ນາງ ເພັດສະໄໝ ຂຸນນະວົງ ເປັນເລຂາຄະນະພັກຮາກຖານຕາແສງ, ສະຫາຍ ນາງ ຫັດສະດີ ອຸທຸມມະຈັກ ເປັນຮອງເລຂາຄະນະພັກຮາກຖານຕາແສງ,ສະຫາຍ ພັທ ອຸດ ນັນທະວົງ ເປັນກຳມະການພັກ, ເປັນປະທານຄະນະກວດກາພັກ, ສະຫາຍ ຫຼ້ານ້ອຍ ໄຊຍະວົງ, ສະຫາຍ ນາງ ຄໍາໄພ ສີແພງຄຸນ,ສະຫາຍ ນາງ ເພັດສະໝອນ ວົງສະຜ່າຍ ແລະ ສະຫາຍ ວິໄລສັກ ພິລາພັນເດຊ ເປັນກຳມະການພັກ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ