ໃນວັນທີ 17 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ, ກົມສິ່ງແວດລ້ອມ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບບົດລາຍງານປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ພ້ອມທັງແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ສຳລັບໂຄງການພັດທະນາເຂດເສດຖະກິດທ່າແຂກ ແຂວງຄຳມ່ວນ.
ກອງປະຊຸມມີທ່ານ ປອ. ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນປະທານ ໂດຍມີຜູ້ຕາງໜ້າຈາກຂະແໜງການສ່ວນກາງ, ແຂວງຄຳມ່ວນ, ເມືອງທ່າແຂກ, ບໍລິສັດຜູ້ລົງທຶນ, ບໍລິສັດທີ່ປຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການດັ່ງກ່າວ ເປັນຂອງບໍລິສັດ ຄຳມ່ວນ ອີມພອດ-ເອັກພອດ ຈຳກັດ ທີ່ໄດ້ເຊັນບັນທຶກຄວາມເຂົ້າໃຈ (MOU) ກັບລັດຖະບານ ເມື່ອວັນທີ 1 ພະຈິກ 2023 ໃນຮູບແບບການລົງທຶນ BOT ຫຼື ການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ.

ໂຄງການຕັ້ງຢູ່ໃນເມືອງທ່າແຂກ ແຂວງຄຳມ່ວນ ເນື້ອທີ່ກວ່າ 1.258 ເຮັກຕາ ດ້ວຍມູນຄ່າລົງທຶນປະມານ 1,479 ລ້ານໂດລາສະຫະລັດ ມີອາຍຸສຳປະທານ 50 ປີ ແລະ ໄລຍະກໍ່ສ້າງ 11 ປີ.
ຕາມແຜນການ ຈະມີການພັດທະນາໂຄງສ້າງພື້ນຖານ ເຊັ່ນ ລະບົບຖະໜົນ, ໄຟຟ້າ, ນ້ຳປະປາ ກ່ອນຂະຫຍາຍໄປສູ່ການກໍ່ສ້າງອາຄານ, ສວນສາທາລະນະ, ໂຮງແຮມ, ສະໜາມກິລາ, ສູນການຄ້າ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ.

ທ່ານ ປອ. ໄຊນະຄອນ ອິນທະວົງ ກ່າວວ່າ ໂຄງການນີ້ຈະຊ່ວຍສົ່ງເສີມການພັດທະນາດ້ານເສດຖະກິດ-ສັງຄົມ ຂອງປະເທດ ແລະ ແຂວງຄຳມ່ວນ. ແນວໃດກໍຕາມ ການພັດທະນາຍ່ອມອາດສົ່ງຜົນກະທົບຕໍ່ສິ່ງແວດລ້ອມ, ທຳມະຊາດ ແລະ ສັງຄົມ ດັ່ງນັ້ນ ເຈົ້າຂອງໂຄງການຈຶ່ງຈຳເປັນຕ້ອງດຳເນີນການສຶກສາ ແລະ ກຳນົດມາດຕະການປ້ອງກັນ ແລະ ແກ້ໄຂຜົນກະທົບໃຫ້ສອດຄ່ອງກັບກົດໝາຍ.
ໃນຕອນທ້າຍຂອງກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ສະເໜີຄຳຄິດເຫັນຈາກຫຼາຍພາກສ່ວນ ເພື່ອໃຫ້ການພັດທະນາໂຄງການດຳເນີນໄປຢ່າງມີປະສິດທິພາບ ແລະ ສ້າງປະໂຫຍດສູງສຸດໃຫ້ແກ່ປະເທດ ແລະ ປະຊາຊົນ.