ແຈ້ງເຕືອນມິສາຊີບຊ້ຳຊ້ອນ ຜູ້ເສຍຫາຍທີ່ກຳລັງຢາກໄດ້ເງິນຄືນຈາກການຖືກຕົ້ມ

11 Jun 2026

ຄລິກແຊຣ໌ 0 Facebook WhatsApp

ວັນທີ 11 ມິຖຸນານີ້ ກົມຕຳຫຼວດເສດຖະກິດໄດ້ອອກແຈ້ງເຕືອນ ເຖິງພໍ່ແມ່ປະຊາຊົນບໍ່ໃຫ້ຫຼົງເຊື່ອກຸ່ມຄົນບໍ່ດີທີ່ເຂົ້າມາໃນຄາບຜູ້ຫວັງດີ ໂດຍອ້າງວ່າ ຕົນສາມາດແລ່ນເອົາເງິນໃຫ້ຜູ້ຖືກຕົ້ມຕູນຢາກໄປເຮັດວຽກຢູ່ການາດາ ແລະອົດສະຕີລີໄດ້.

ໂຈນກຸ່ມດັ່ງກ່າງແຜງຕົວເຂົ້າມາຫຼັງຈາກທີ່ ກົມຕຳຫຼວດເສດຖະກິດ ໄດ້ມີການແຈ້ງເຕືອນໄພໃນວັນທີ 09/06/2026 ກ່ຽວກັບຄະດີຫຼອກລວງປະຊາຊົນໄປເຮັດວຽກຢູ່ຕ່າງປະເທດ ເຊິ່ງກຳລັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ.

ໂຈນຈຶ່ງໃຊ້ກົນອຸບາຍໃໝ່ (ມິດສາຊີບຊ້ຳຊ້ອນ)ໂດຍແອບອ້າງວ່າຕົນເອງເປັນຜູ້ຮັບຜິດຊອບຄະດີ, ເປັນທະນາຍຄວາມ ຫຼື ເປັນຜູ້ມີອຳນາດ ໂດຍໂຄສະນາວ່າສາມາດ “ແລ່ນເອົາເງິນເສຍຫາຍຄືນໄດ້”.

ພຶດຕິກຳການຫຼອກລວງ: ໃຫ້ຜູ້ເສຍຫາຍມາແຈ້ງຄວາມນອກສະຖານທີ່ລັດຖະການ ແລະ ເກັບເງິນຄ່າເອກະສານລ່ວງໜ້າ 200.000 ກີບ/ຄົນ ແລະ ສັນຍາວ່າຈະໄດ້ເງິນຄືນພາຍໃນ 45 ວັນ ພ້ອມກັບໂຄສະນາວ່າຈະຫັກເງິນຄ່າເສຍຫາຍເພີ່ມເຕີມອີກ 35% ຫຼັງຈາກໄດ້ເງິນຄືນ.

ປັດຈຸບັນ ມີປະຊາຊົນຫຼົງເຊື່ອ ແລະ ເຂົ້າແຈ້ງຄວາມກັບເຈົ້າໜ້າທີ່ແລ້ວທັງໝົດ 72 ຄົນ. ປັດຈຸບັນ ເຈົ້າໜ້າທີ່ກຳລັງດຳເນີນຄະດີຕາມຂັ້ນຕອນກົດໝາຍ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ