ໃນວັນທີ 5 ມິຖຸນາ 2026 ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຕ່າງໜ້າ ລັດຖະບານ ແລະ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີ (ລາວ) ຈຳກັດ ໄດ້ຈັດພິທີເຊັນສັນຍາພັດທະນາໂຄງການ (PDA) ໂຄງການໄຟຟ້າພະລັງງານຊີວະມວນ 50MW ຢູ່ ເມືອງໄຊ ແຂວງ ອຸດົມໄຊ.

ການລົງນາມໃນຄັ້ງນີ້ ນັບເປັນຂີດໝາຍສຳຄັນທີ່ສະແດງໃຫ້ເຫັນວ່າ ໂຄງການໄຟຟ້າຊີວະມວນ ໄດ້ກ້າວເຂົ້າສູ່ໄລຍະການພັດທະນາຢ່າງເປັນທາງການ. ໂຄງການນີ້ເປັນໂຄງການໄຟຟ້າພະລັງງານຊີວະມວນຂະໜາດໃຫຍ່ແຫ່ງທຳອິດຂອງລາວ ຄາດວ່າຈະຜະລິດໄຟຟ້າໄດ້ຫຼາຍກວ່າ 300 ລ້ານກິໂລວັດໂມງຕໍ່ປີ ແລະ ຊ່ວຍເສີມສ້າງຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ປະເທດ.ໂຄງການຈະນຳໃຊ້ສິ່ງເສດເຫຼືອຈາກພາກກະສິກຳ ແລະ ປ່າໄມ້ໃນທ້ອງຖິ່ນ ການປູກພືດພະລັງງານ ແລະ ການສ້າງລະບົບເກັບຊື້ -ຈັດເກັບເຊື້ອໄຟ ສ້າງຮູບແບບ “ພະລັງງານ + ກະສິກຳ” ເພື່ອສ້າງວຽກເຮັດງານທໍາ, ເພີ່ມລາຍຮັບໃຫ້ປະຊາຊົນ ແລະ ສົ່ງເສີມການພັດທະນາສີຂຽວຂອງແຂວງອຸດົມໄຊ ແລະ ສປປ ລາວ ໂດຍລວມ.
ໂຄງການໄຟຟ້າຊີວະມວນ ຈະສາມາດເສີມກັນກັບພະລັງງານລົມ ແລະ ພະລັງງານແສງຕາເວັນໄດ້ເປັນຢ່າງດີ ເພື່ອເປັນທ່າແຮງອັນເຂັ້ມແຂງໃຫ້ແກ່ການສ້າງລະບົບໄຟຟ້າ ຮູບແບບໃໝ່ ທີ່ມີຄວາມປອດໄພ ແລະ ເຊື່ອຖືໄດ້.
ພິທີລົງນາມຈັດຂຶ້ນທີ່ ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ມີຮອງປະທານຄະນະກໍາມະການປົກຄອງແຂວງອຸດົມໄຊ, ຮອງລັດຖະມົນຕີກະຊວງ ອຄ, ກະຊວງ ຍທຂ, ທ່ານ ເຈຍ ຊຽນຢູ ປະທານບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີ (ລາວ) ຈຳກັດ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.