ສະຫະພັນປິ່ງປ່ອງ ແຫ່ງຊາດລາວ ໄດ້ຈັດພິທີປະກາດຮັບຮອງການຈັດຕັ້ງຄະນະບໍລິຫານງານ ຊຸດໃໝ່ ເມື່ອວັນທີ 28 ພຶດສະພາ 2026 ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ(ສກ), ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານທີ່ປຶກສາກິດຕິມະສັກ ສະຫະພັນປິ່ງປ່ອງແຫ່ງຊາດລາວ, ທັງເປັນຮອງປະທານສະຫະພັນກິລາປິ່ງປ່ອງອາຊຽນ, ທ່ານ ປອ. ສໍາລານ ພັນຄະວົງ ອະດີດຮອງລັດຖະມົນຕີ ກະຊວງ ສກ, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ການສື່ສານ, ຄະນະປະທານທີ່ປຶກສາກິດຕິມະສັກ ສະຫະພັນປິ່ງປ່ອງແຫ່ງຊາດລາວ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມ, ຄະນະນຳ, ຮອງປະທານ ແລະ ຄະນະບໍລິຫານງານກິລາປິ່ງປ່ອງແຫ່ງຊາດລາວ ທັງຊຸດເກົ່າ ແລະ ຊຸດໃໝ່, ແຂກທີ່ຖືກເຊີນ, ຄູຝຶກ, ຜູ້ໃຫ້ການສະໜັບສະໜູນ ແລະ ນັກສຶກສາເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ສົມໃຈ ວົງສາ ຮອງປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວວຽກງານ ໃນໄລຍະຜ່ານມາ ສົກປີ 2022-2025 ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນການພັດທະນາກິລາປິ່ງປ່ອງລາວ ທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ການສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນລະດັບພາກພື້ນ ແລະ ສາກົນ, ການຍົກລະດັບບຸກຄະລາກອນຄູຝຶກ ແລະ ກໍາມະການຕັດສິນ, ລວມເຖິງການເປັນເຈົ້າພາບຈັດການແຂ່ງຂັນລະດັບສາກົນຫຼາຍລາຍການ ເຊິ່ງສາມາດສ້າງຊື່ສຽງ ແລະ ຜົນງານໃຫ້ແກ່ປະເທດຊາດຢ່າງຫຼວງຫຼາຍ.
ຈາກນັ້ນ, ທ່ານ ວຽງທອງ ພົມທະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງ ສກ ໄດ້ຂຶ້ນອ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ສກ ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງ ຄະນະບໍລິຫານງານສະຫະພັນກີລາປິ່ງປ່ອງແຫ່ງຊາດລາວ ຊຸດໃໝ່ ສົກປີ 2026 ຫາ 2029, ລັດຖະມົນຕີກະຊວງ ສກ ຕົກລົງແຕ່ງຕັ້ງຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງ ຄະນະບໍລິຫານງານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ຊຸດໃໝ່ ປະກອບມີ ຄະນະປະທານທີ່ປຶກສາກິດຕິມະສັກ ມີທັງໝົດ 6 ທ່ານ ປະກອບມີ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ອາດີດລັດຖະມົນຕີກະຊວງ ສກ, ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີກະຊວງເທັກໂນໂລຢີ ແລະ ການສື່ສານ, ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີກະຊວງເທັກໂນໂລຢີ ແລະ ການສື່ສານ, ທ່ານ ໂຈວ ຈີນຟູ, ປະທານສະມາຄົມການຄ້າເຫີໜານ, ທ່ານ ລີ ມິງສົງ, ປະທານບໍລິສັດ ວຽງຈັນຈະເລີນ ທ່ອງທ່ຽວກິລາ ຈຳກັດ, ທ່ານ ນາງ ມະລິຈັນ ທຳມະວົງ, ພັນລະຍາ ທ່ານເລຂາພັກ ແຂວງບໍລິຄຳໄຊ; ສ່ວນຄະນະບໍລິຫານງານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ປະກອບມີ 23 ທ່ານ ຄື: ທ່ານ ປອ. ສໍາລານ ພັນຄະວົງ ອະດີດຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນປະທານ, ທ່ານ ນາງ ອໍລະໄທ ສັນຕິຄົງຄາ, ປະທານບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ, ທ່ານ ນາງ ສົມໃຈ ວົງສາ, ຮອງປະທານບໍລິສັດ ວຽງຈັນຈະເລີນ ທ່ອງທ່ຽວກິລາ ຈຳກັດ, ທ່ານ ນາງ ບົວສີ ສີສະຫວັດ, ຫົວໜ້າພະແນກທຸລະກິດ ໂຮງແຮມ ແມ່ຂອງ, ທ່ານ ວຽງສະຫວັນ ສຸລິນພູມີ, ທີ່ປຶກສາອາວຸໂສດ້ານການກໍ່ສ້າງ ບໍລິສັດ ລາວຄອນຊາວຕົງ ແລະ ທ່ານ ແສງສະເດັນ ບຸນລາວົງ, ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ເປັນຮອງປະທານ; ທ່ານ ຄໍາຮຸ່ງ ຈັນທະວົງ, ຜູ້ອໍານວຍການສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ ເປັນເລຂາທິການ, ທ່ານ ນາງ ດາລາວອນ ມະນີຈັນ, ປະທານສະໂມສອນປິ່ງປ່ອງດາລາວອນ ແລະ ທ່ານ ປອ. ນາງ ສຸລິຍາ ມູນນະຣາ, ຫົວໜ້າພະແນກຮ່ວມມືສາກົນ, ຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດເປັນຮອງເລຂາທິການ ແລະ ອີກ 14 ທ່ານ ເປັນກຳມະການ.
ທ່ານ ປອ. ສໍາລານ ພັນຄະວົງ ໄດ້ຂຶ້ນກ່າວຮັບໜ້າທີ່ ໂດຍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ ພັກ-ລັດ ກໍຄື ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ມອບໝາຍໜ້າທີ່ອັນສຳຄັນ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະພ້ອມກັນປະຕິບັດໜ້າທີ່ດ້ວຍຄວາມຕັ້ງໃຈ, ໂປ່ງໃສ, ສະມັກຄີ ແລະ ເສຍສະຫຼະ ເພື່ອນຳພາສະຫະພັນກ້າວສູ່ຍຸກໃໝ່ ໂດຍມີທິດທາງແຜນການຈຸດສຸມ ຄື: ການພັດທະນາບຸກຄະລາກອນ ແລະ ນັກກິລາ, ເພີ່ມທະວີການສ້າງ ແລະ ພັດທະນານັກກິລາລຸ້ນໃໝ່, ເປີດໂອກາດໃຫ້ນັກກິລາລາວໄດ້ເຂົ້າຮ່ວມ ແລະ ສ້າງຜົນງານໃນເວທີລະດັບພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນການກຽມພ້ອມໃນງານມະຫາກຳກິລາອາຊຽນເກມ ທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2031, ການບໍລິຫານທີ່ໂປ່ງໃສ, ມຸ່ງໝັ້ນສ້າງຄວາມສາມັກຄີພາຍໃນອົງກອນ, ປັບປຸງການບໍລິຫານໃຫ້ມີຄວາມໂປ່ງໃສ, ມີປະສິດທິຜົນ, ມີແບບແຜນ ແລະ ທັນສະໄໝ, ຂະຫຍາຍການຮ່ວມມື ເປີດກວ້າງການຮ່ວມມືກັບທຸກພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ, ລວມທັງພາກທຸລະກິດ ແລະ ຜູ້ໃຫ້ການສະໜັບສະໜູນ ເພື່ອລະດົມທຸກກຳລັງແຮງເຂົ້າໃນການພັດທະນາກິລາປິ່ງປ່ອງຂອງຊາດ ໃຫ້ກາຍເປັນກິລາທີ່ສັງຄົມໃຫ້ຄວາມນິຍົມ ແລະ ມີຄວາມສາມາດແຂ່ງຂັນໄດ້ໃນລະດັບສູງ. ຈາກນັ້ນ, ທ່ານ ທ່ານ ຄໍາຮຸ່ງ ຈັນທະວົງ ກໍ່ໄດ້ຜ່ານທິດທາງແຜນການ 5 ປີຕໍ່ໜ້າ 2026-2030 ອີກດ້ວຍ.
ໂອກາດດັ່ງກ່າວ, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ໃຫ້ກຽດຂຶ້ນມີຄຳເຫັນໂອ້ລົມ ແລະ ເຖິງທິດຊີ້ນຳຕໍ່ຄະນະບໍລິຫານງານຊຸດໃໝ່ ໂດຍທ່ານໄດ້ເນັ້ນໜັກໃຫ້ຄະນະຊຸດໃໝ່ ຈົ່ງເອົາໃຈໃສ່ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມ, ເອົາໃຈໃສ່ຝຶກຊ້ອມນັກກິລາຢ່າງຕໍ່ເນື່ອງ, ແລະ ຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມມືກັນຢ່າງເປັນເອກະພາບ ເພື່ອເຮັດໃຫ້ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ປະສົບຜົນສຳເລັດຍິ່ງໆຂຶ້ນໃນອະນາຄົດ.
ພ້ອມດຽວກັນນັ້ນ, ໃນພິທີຍັງໄດ້ມີການມອບໃບຍ້ອງຍໍຈາກກະຊວງສຶກສາທິການ ແລະ ກິລາ ໃຫ້ແກ່ຄະນະບໍລິຫານງານຊຸດເກົ່າ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມທຸ້ມເທແຮງກາຍແຮງໃຈໃນໄລຍະຜ່ານມາ.