ລົງນາມເພີ່ມເຕີມຂອງສັນຍາສຳປະທານໂຄງການສາຍສົ່ງໄຟຟ້າ500 kV

29 May 2026

ຄລິກແຊຣ໌ 0 Facebook WhatsApp

      ໃນວັນທີ 28 ພຶດສະພາ 2026 ທີ່ ຄະນະກໍາມະການສົ່ງເສີມແລະຄຸ້ມຄອງການລົງທຶນ   ຕ່າງໜ້າລັດຖະບານ ສປປລາວ ໄດ້ມີພິທີລົງນາມ ໃນສັນຍາສຳປະທານ ໂຄງການຕາຂ່າຍສາຍສົ່ງແຫ່ງຊາດ(ເພີ່ມເຕີມ) ສໍາລັບໂຄງການສາຍສົ່ງເຊື່ອມຕໍ່500ກິໂລໂວນ(kV) ລາວ-ຈີນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ຮອງປະທານຄະນະກໍາມະການສົ່ງເສີມແລະຄຸ້ມຄອງການລົງທຶນ, ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ພິໄລທອງ ຈິດມະນີ,ຮອງປະທານຄະນະກຳມະການປົກຄອງແຂວງ ອຸດົມໄຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ  ຫລິນລຸ້ຍ ປະທານໃຫຍ່ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ໄດ້ກ່າວວ່າ: ໂຄງການ EDL-T ແມ່ນໂຄງການທີ່ມີຄວາມໝາຍຄວາມສຳຄັນອັນຍິ່ງໃຫຍ່ ແລະ ມີບົດບາດເປັນແບບຢ່າງທີ່ພົ້ນເດັ່ນແລະເປັນໂຄງການຈຸດສຸມໃນການລົງເລິກການສ້າງຄູ່ຮ່ວມຊະຕາກຳລາວ-ຈີນ.

ປັດຈຸບັນ,EDL-Tໄດ້ດຳເນີນງານຢ່າງສະຖຽນລະພາບມາເປັນເວລາ2ປີກວ່າ,ເຊິ່ງວຽກງານໃນແຕ່ລະດ້ານແມ່ນມີຄວາມຄືບໜ້າຢ່າງເດັ່ນຊັດ:

  1. ການກໍ່ສ້າງໂຄງການຂະໜາດໃຫຍ່ໄດ້ຮັບການຊຸກຍູ້ຢ່າງກ້າວກະໂດດ.ໃນວັນທີ20ຂອງເດືອນຜ່ານມາ,ໂຄງການເຊື່ອມໂຍງລະບົບໄຟຟ້າ500ກິໂລໂວນ(kV)ລາວ-ຈີນໄດ້ເປີດດຳເນີນງານແລະເຊື່ອມຕໍ່ລະບົບໄຟຟ້າຢ່າງເປັນທາງການ,ເຮັດໃຫ້ຄວາມສາມາດໃນການສົ່ງຈ່າຍໄຟຟ້າ ສອງທິດທາງລະຫວ່າງ ລາວ-ຈີນ ເພີ່ມຂຶ້ນຈາກ 50 ເມກາວັດ (MW) ເປັນ 1,500 ເມກາວັດ (MW), ແລະ ສາມາດສົ່ງຈ່າຍພະລັງງານສະອາດໄດ້ປະມານ 3 ຕື້ກິໂລວັດໂມງ (kWh) ຕໍ່ປີ. ພ້ອມດຽວກັນນັ້ນ, ໂຄງການສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ (kV)ຢູ່ທ່າວຽງ ແລະ ມະຫາໄຊກໍກຳລັງໄດ້ຮັບການຈັດຕັ້ງປະຕິບັດຢ່າງສະໝໍ່າສະເໝີຕາມແຜນການ,ເຊິ່ງເມື່ອໂຄງການດັ່ງກ່າວສຳເລັດຈະຊ່ວຍຮັດແໜ້ນໂຄງສ້າງຕາຂ່າຍໄຟຟ້າແຕ່ພາກເໜືອຫາພາກກາງຂອງລາວໃຫ້ມີຄວາມແຂງແຮງ,ສາມາດຕອບສະໜອງຄວາມຕ້ອງການຊົມໃຊ້ໄຟຟ້າໃນການພັດທະນາເສດຖະກິດພາຍໃນປະເທດລາວຢ່າງມີປະສິດທິຜົນ.
  2. ລະດັບການບໍລິຫານແລະບຳລຸງຮັກສາຕາໜ່າງໄຟຟ້າໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ. ພວກເຮົາໄດ້ປັບປຸງຮູບແບບການບຳລຸງຮັກສາຕາຂ່າຍໄຟຟ້າຢ່າງຕໍ່ເນື່ອງ,ໂດຍຫັນປ່ຽນຢ່າງວ່ອງໄວຈາກ “ການສ້ອມແປງແບບຕັ້ງຮັບ” ມາເປັນ “ການບໍລິຫານແບບບຸກທະລຸ+ ການປ້ອງກັນແລະຄວບຄຸມແບບຊັດເຈນ” ແລະ ຍົກລະດັບຮອບດ້ານ. ການນຳໃຊ້ “ໂດຣນ (UAV)+ລະບົບກວດສອບອອນໄລນ໌” ຢ່າງກວ້າງຂວາງ ໄດ້ເຮັດໃຫ້ການສ້າງແບບຈຳລອງ 3ມິຕິ(3DModeling)ແລະການກວດກາແບບລະອຽດທົ່ວເຖິງ,ສົ່ງຜົນໃຫ້ອັດຕາການກວດພົບຈຸດບົກຜ່ອງຂອງສາຍສົ່ງເພີ່ມຂຶ້ນເປັນ100%,ອັດຕາຄວາມຖືກຕ້ອງຂອງລະບົບປ້ອງກັນ(RelayProtection)ສູງເຖິງ95.93%,ຕົວຊີ້ວັດການຕັດກະແສໄຟຟ້າ(Trip)ຂອງສາຍສົ່ງຫຼຸດລົງ38.9%ເມື່ອທຽບໃສ່ໄລຍະດຽວກັນ,ຈຳນວນຄັ້ງຂອງເຫດການໄຟດັບເປັນ

ບໍລິເວນກວ້າງຫຼຸດລົງຢ່າງຫຼວງຫຼາຍ,ເຮັດໃຫ້ຄວາມສາມາດໃນການຄໍ້າປະກັນຄວາມປອດໄພຂອງການສະໜອງໄຟຟ້າ ໃຫ້ແກ່ທາງລົດໄຟລາວ-ຈີນເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ໃນປີ 2025, ຈຳນວນຄັ້ງຂອງໄຟດັບຢູ່ສະຖານີຈ່າຍໄຟ (Traction Substation) ແລະ ສາຍສົ່ງໄຟຟ້າ ຂອງທາງລົດໄຟ ລາວ-ຈີນ ຊ້ວງລາວ ໄດ້ຫຼຸດລົງຢ່າງຫຼວງຫຼາຍເຖິງ 83% ແລະ 63% ຕາມລໍາດັບ, ເຊິ່ງຖືເປັນສະຖິຕິທີ່ດີທີ່ສຸດໃນປະຫວັດສາດ.

  • ວຽກງານສະຫວັດດີການສັງຄົມແລະການອົບຮົມການສຶກສາໄດ້ຮັບຜົນສຳເລັດຢ່າງໝັ້ນຄົງ. ຄຽງຄູ່ກັບໂຄງການເຊື່ອມໂຍງລະບົບໄຟຟ້າ500ກິໂລໂວນ(kV),ພວກເຮົາໄດ້ບໍລິຈາກທຶນກໍ່ສ້າງໂຮງຮຽນປະຖົມບ້ານນ້ຳຄຳເມືອງນາໝໍ້ແຂວງອຸດົມໄຊ, ນອກຈາກນີ້, ຍັງໄດ້ບໍລິຈາກ “ຫ້ອງສະໝຸດ ສາຍຕາຂ່າຍພາກໃຕ້ຄວາມຮູ້ (CSG ZhiXing Book House)” ຈຳນວນ 5ແຫ່ງໃນຫຼາຍແຂວງ/ນະຄອນແລະໄດ້ຈັດກິດຈະກຳຮັກການອ່ານຫຼາຍຄັ້ງ,ເພື່ອຮ່ວມສ່ວນສ່ວນຮ່ວມແຮງເຂົ້າໃນວຽກງານການສຶກສາຂັ້ນພື້ນຖານຂອງສປປລາວ.ພວກເຮົາໄດ້ເປັນເຈົ້າການສ້າງຕັ້ງ”ຫ້ອງທົດລອງຮ່ວມເຕັກໂນໂລຊີໄຟຟ້າແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ(ສາຂາລາວ)”, ຮ່ວມມືກັບມະຫາວິທະຍາໄລຊົງຊິງ(Chongqing University)ແລະ ມະຫາວິທະຍາໄລແຫ່ງຊາດລາວໃນການສ້າງຕັ້ງ ແລະ ບຳລຸງສ້າງວິສະວະກອນດີເດັ່ນ, ສ້າງຮູບແບບການຮ່ວມມືແບບ”ການຜະລິດ-ການສຶກສາ-ການຄົ້ນຄວ້າ”; ພ້ອມທັງຮ່ວມກັບ EDLສ້າງຕັ້ງເວທີພັດທະນາບຸກຄະລາກອນ”ພັນທະມິດຊ່າງຝີມື”,ເຊິ່ງມີສຳມະນາກອນຈາກEDLຈົບການອົບຮົມແລ້ວ4ຊຸດຈຳນວນ 46 ທ່ານ, ແລະ ໄດ້ຈັດການອົບຮົມດ້ານເຕັກນິກ ແລະ ທັກສະໄຟຟ້າໃຫ້ແກ່ບຸກຄະລາກອນລວມທັງໝົດຫຼາຍກວ່າ 1,600 ຄົນ.

ທ່ານກ່າວວ່າ: ໃນອະນາຄົດ,EDL-Tຈະສືບຕໍ່ພາຍໃຕ້ການຊີ້ນຳແລະສະໜັບສະໜູນຈາກລັດຖະບານລາວ,ລົງເລີກການຮ່ວມມືຍຸດທະສາດກັບທຸກໆຝ່າຍ,ເພື່ອຮ່ວມກັນຊຸກຍູ້ການຫັນປ່ຽນດ້ານພະລັງງານແລະການພັດທະນາເສດຖະກິດຂອງລາວ. ພວກເຮົາຈະສຸມໃສ່ວຽກງານຈຸດສຸມໃນດ້ານຕ່າງໆ ດັ່ງນີ້:

  1. ສືບຕໍ່ເອົາໃຈໃສ່ບໍລິຫານ ແລະ ດຳເນີນງານ ໂຄງການເຊື່ອມໂຍງລະບົບໄຟຟ້າ 500 ກິໂລໂວນ(kV)ລາວ-ຈີນໃຫ້ດີ,ຮັບປະກັນການດຳເນີນງານທີ່ມີຄວາມປອດໄພແລະ ສະຖຽນລະພາບ, ຍົກສູງປະສິດທິຜົນຂອງການສົ່ງຈ່າຍໄຟຟ້າ, ເພື່ອສະໜັບສະໜູນການພັດທະນາ ພະລັງງານທົດແທນຢູ່ພາກເໜືອ ຂອງລາວ.
  2. ເລັ່ງຊຸກຍູ້ການກໍ່ສ້າງໂຄງການຈຸດສຸມຂອງຕາຂ່າຍໄຟຟ້າຫຼັກຢ່າງໝັ້ນຄົງ,ຮັບປະກັນໃຫ້ໂຄງການສະຖານີແລະສາຍສົ່ງໄຟຟ້າ230ກິໂລໂວນ(kV)ມະຫາໄຊສາມາດເປີດດຳເນີນງານໄດ້ກ່ອນລະດູຝົນໃນປີ2027,ແລະສະໜອງແຫຼ່ງພະລັງງານໄຟຟ້າອັນໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວ.
  3. ລົງເລິກວຽກງານສະຫວັດດິການສັງຄົມແລະການສ້າງບຸກຄະລາກອນທ້ອງຖິ່ນຢ່າງຕໍ່ເນື່ອງ, ໂດຍອາໄສຫ້ອງທົດລອງຮ່ວມເຕັກໂນໂລຊີໄຟຟ້າແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງແລະເວທີບຸກຄະລາກອນ”ພັນທະມິດຊ່າງຝີມື”,ເພື່ອຍົກສູງການອົບຮົມທັກສະເຕັກນິກໄຟຟ້າ,ວາງຮາກຖານດ້ານບຸກຄະລາກອນໃຫ້ແກ່ການພັດທະນາຂະແໜງໄຟຟ້າ ຂອງລາວທີ່ມີຄຸນນະພາບສູງ.

ການລົງນາມໃນສັນຍາເພີ່ມເຕີມ CA ໃນມື້ນີ້, ບໍ່ພຽງແຕ່ເປັນການຮັດແໜ້ນ ແລະລົງເລິກໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາເທົ່ານັ້ນ, ແຕ່ຍັງເປັນການຄໍ້າປະກັນອັນສຳຄັນ ໃນການຊຸກຍູ້ໃຫ້ EDL-Tດຳເນີນງານຢ່າງຖືກຕ້ອງຕາມກົດໝາຍ,ສອດຄ່ອງກັບລະບຽບການແລະມີປະສິດທິພາບສູງພວກເຮົາຈະຖືເອົາການລົງນາມໃນມື້ນີ້ເປັນຈຸດເລີ່ມຕົ້ນໃໝ່,ດ້ວຍທັດສະນະຄະຕິທີ່ແທດເຖິງຕົວຈິງ ແລະ ການເຮັດວຽກທີ່ໜັກແໜ້ນ, ເພື່ອຊຸກຍູ້ການຮ່ວມມືດ້ານໄຟຟ້າ ລາວ-ຈີນ ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ແລະ ຮ່ວມແຮງຂອງ EDL-T ເຂົ້າໃນການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ