ລາວ-ກຳປູເຈຍ ລົງນາມຮ່ວມມືສຶກສາຄວາມເປັນໄປໄດ້ໃນການເຊື່ອມຕໍ່ລະບົບສາຍສົ່ງໄຟຟ້າ

29 May 2026

ຄລິກແຊຣ໌ 0 Facebook WhatsApp

ໃນວັນທີ 25 ພຶດສະພາ 2026 ຢູ່ທີ່ ນະຄອນຫຼວງພະນົມເປັນ ໄດ້ມີພິທີລົງນາມໃນຂອບການສຶກສາຮ່ວມ ກ່ຽວກັບ ການສຶກສາຄວາມເປັນໄປໄດ້ໃນການເຊື່ອມຕໍ່ລະບົບສາຍສົ່ງໄຟຟ້າ ລາວ-ກຳປູເຈຍ. ຈຸດປະສົງຂອງໂຄງການສຶກສາດັ່ງກ່າວ ແມ່ນບົນພື້ນຖານແຜນງານການຮ່ວມມືດ້ານພະລັງງານອາຊຽນ (ASEAN Plan of Action for Energy Cooperation – APAEC) 2026-2030, ເຊິ່ງໄດ້ກຳນົດໃຫ້ການພັດທະນາ ASEAN Power Grid – APG ເປັນບູລິມະສິດຫຼັກເພື່ອສ້າງຕະຫຼາດໄຟຟ້າອາຊຽນທີ່ມີຄວາມເປັນເອກະພາບ.


ສະນັ້ນ, ເພື່ອຫັນເອົາແຜນງານການຮ່ວມມືດັ່ງກ່າວໃຫ້ກາຍເປັນການຈັດຕັ້ງປະຕິບັດໂຄງການຕົວຈິງ ໂດຍສະເພາະການສຶກສາການເຊື່ອມໂຍງລະບົບສາຍສົ່ງໄຟຟ້າຂ້າມແດນ ລະຫວ່າງ ສປປ ລາວ ແລະ ກຳປູເຈຍ ຈຶ່ງມີຄວາມຈໍາເປັນຢ່າງຍິ່ງ ເພື່ອແນ່ໃສ່ການເພີ່ມ ຄວາມສາມາດໃນການແລກປ່ຽນພະລັງງານສະອາດ ແລະ ການຄຸ້ມຄອງແຫຼ່ງພະລັງງານໃຫ້ມີປະສິດທິພາບ ສໍາລັບ ສປປ ລາວ ລວມທັງຈະຊ່ວຍໃຫ້ ຟຟລ ສາມາດກຳນົດຍຸດທະສາດ ການເຊື່ອມໂຍງໄຟຟ້າຂ້າມແດນ ໃຫ້ສອດຄ່ອງກັບມາດຕະຖານເຕັກນິກ ແລະ ກົດໝາຍສາກົນ. ໂຄງການສຶກສາດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກ ທະນາຄານໂລກ (World Bank).


ໃນພິທີໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ Victor Jona Undersecretary of State ຂອງ ກໍາປູເຈຍ, ທ່ານ ນາງ ສັນຕິສຸກ ພິມພະຈັນ ຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ສປປ ລາວ, ຫົວໜ້າກົມນະໂຍບາຍ ແຜນພັດທະນາ ແລະ ປະເມີນຜົນ ກະຊວງອຸດສາຫະກໍາ ແລະ ການຄ້າ; ເຊັນລົງນາມ ໂດຍ ທ່ານ ປອ ວຽງທອງ ສັກດາລາ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ທ່ານ ດຣ Praing Chulasa ຜູ້ອໍານວຍການໃຫຍ່ ໄຟຟ້າກໍາປູເຈຍ (EDC) ແລະ ທ່ານ Dato’ Ir. Ts. Razib Dawood ຜູ້ອໍານວຍການສູນພະລັງງານອາຊຽນ (ACE).

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ