ບໍລິສັດ ເບຍລາວ ຈຳກັດ ຍັງຄົງຍຶດໝັ້ນໃນຄວາມເປັນສ່ວນໜຶ່ງຂອງການພັດທະນາຊັບພະຍາກອນມະນຸດ ເພື່ອຮ່ວມສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການຂັບເຄື່ອນເສດຖະກິດ-ສັງຄົມລາວ ໃຫ້ເຕີບໂຕຢ່າງໝັ້ນຄົງ.
ໜຶ່ງໃນໂຄງການບູລິມະສິດທີ່ສະທ້ອນເຖິງຄວາມມຸ່ງໝັ້ນດັ່ງກ່າວຄື ໂຄງການ “ເບຍລາວ ສານຝັນໃຫ້ນ້ອງ” ເຊິ່ງໄດ້ລິເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2010. ປີນີ້ ຖືເປັນປີທີ 15 ທີ່ໂຄງການໄດ້ເປັນກຳລັງສຳຄັນໃນການສົ່ງເສີມການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ.
ຕັ້ງແຕ່ເລີ່ມໂຄງການເປັນຕົ້ນມາ, ບໍລິສັດ ເບຍລາວ ຈຳກັດ ໄດ້ປະກອບສ່ວນງົບປະມານ ມາແລ້ວຫລາຍກວ່າ 13 ຕື້ກີບ ເຊິ່ງສາມາດສ້າງໂອກາດໃຫ້ແກ່ນັກສຶກສາໄປເຖິງ 3,874 ຄົນ.
ສໍາລັບປີ 2026 ນີ້, ບໍລິສັດໄດ້ສືບຕໍ່ມອບທຶນການສຶກສາລວມມູນຄ່າກວ່າ 1.4 ຕື້ກີບ ໃຫ້ແກ່ນັກສຶກສາຈຳນວນ 150 ຄົນ ທີ່ມີຜົນການຮຽນດີເດັ່ນ ແຕ່ຂາດເຂີນທຶນຮອນ ໃນ 4 ມະຫາວິທະຍາໄລ ແລະ 4 ສະຖາບັນການສຶກສາຫຼັກທົ່ວປະເທດ ເຊັ່ນ: ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈຳປາສັກ; ວິທະຍາໄລຄູປາກເຊ, ວິທະຍາໄລຄູສະຫວັນນະເຂດ, ສະຖາບັນວິຈິດສິນແຫ່ງຊາດ ແລະ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ.
ນັກສຶກສາທີ່ຜ່ານການຄັດເລືອກ ແລະ ສາມາດຮັກສາຜົນການຮຽນຕາມເງື່ອນໄຂ ຈະໄດ້ຮັບທຶນສະໜັບສະໜູນຈາກໂຄງການ “ເບຍລາວ ສານຝັນໃຫ້ນ້ອງ” ທີ່ກວມເອົາຄ່າທຳນຽມການຮຽນ, ອຸປະກອນການສຶກສາ ແລະ ຄ່າຄອງຊີບຈົນຈົບສົກການສຶກສາ. ນອກຈາກການຊ່ວຍເຫຼືອດ້ານທຶນຮອນແລ້ວ, ນັກສຶກສາຍັງຈະໄດ້ຮັບໂອກາດໃນການຝຶກງານຕາມສາຂາວິຊາທີ່ກ່ຽວຂ້ອງ ແລະ ໂອກາດໄດ້ຮັບການຈ້າງງານທີ່ດີໃນອະນາຄົດ.
ຂັ້ນຕອນການຄັດເລືອກ: ໂຄງການໄດ້ເປີດໂອກາດໃຫ້ຜູ້ທີ່ສົນໃຈສາມາດສະໝັກໄດ້ດ້ວຍຕົນເອງ, ໂດຍບໍ່ໄດ້ຈຳແນກເພດ, ເຊື້ອຊາດ, ສາສະໜາ ແລະ ພູມລຳເນົາ ເຊິ່ງຈະມີການຄັດເລືອກເອກະສານ ແລະ ການສຳພາດຢ່າງເປັນລະບົບ ແລະ ສະເໝີພາບຕາມເງື່ອນໄຂຂອງບໍລິສັດ.
ຕະຫລອດໄລຍະ 15 ປີ, ບໍລິສັດ ເບຍລາວ ຈຳກັດ ໄດ້ໃຫ້ຄວາມສຳຄັນສູງສຸດຕໍ່ກັບວຽກງານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ຄຽງຄູ່ກັບວຽກງານເຄື່ອນໄຫວທາງສັງຄົມ. ບໍລິສັດ ມີຄວາມຫວັງຢ່າງຍິ່ງວ່າ ນັກ ສຶກສາທີ່ໄດ້ຮັບທຶນດັ່ງກ່າວ ຈະກາຍເປັນບຸກຄະລາກອນທີ່ມີຄຸນນະພາບ ແລະ ເປັນກຳລັງສຳຄັນໃນການພັດທະນາປະເທດຊາດ. ດ້ວຍຄວາມເຊື່ອທີ່ວ່າ “ການສຶກສາທີ່ດີ ຄືເສົາຄ້ຳທີ່ແຂງແກ່ນໃຫ້ແກ່ການພັດທະນາໃນອະນາຄົດ”.
ທ່ານ ເຮັນຣິກ ແອນເດີເຊິນ ຜູ້ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຈຳກັດ ກ່າວວ່າ: “ຜ່ານໂຄງການ “ເບຍລາວ ສານຝັນໃຫ້ນ້ອງ”, ພວກເຮົາມີ ຄວາມພາກພູມໃຈທີ່ໄດ້ສືບຕໍ່ຄວາມມຸ່ງໝັ້ນໃນການປະກອບສ່ວນຊ່ວຍເຫລືອສັງຄົມລາວ ເຊິ່ງຖືເປັນສ່ວນໜຶ່ງໃນຄວາມຮັບຜິດຊອບຂອງບໍລິສັດ. ພວກເຮົາມີຄວາມເຊື່ອວ່າ ການສຶກສາແມ່ນຮາກຖານທີ່ແຂງແກ່ນທີ່ສຸດໃນການສ້າງໂອກາດ, ການເສີມສ້າງທ່າແຮງໃຫ້ແກ່ເຍົາວະຊົນ ແລະ ການວາງຮາກຖານເພື່ອອະ ນາຄົດທີ່ສົດໃສຂອງ ສປປ ລາວ. ໂຄງການນີ້ ໄດ້ຖືກອອກແບບມາເປັນພິເສດ ເພື່ອສະໜັບສະໜູນນັກສຶກສາທີ່ມີຜົນການຮຽນດີເດັ່ນ ແຕ່ຂາດເຂີນດ້ານທຶນຮອນ ເພື່ອໃຫ້ພວກເຂົາສາມາດເຂົ້າເຖິງການຮຽນຮູ້ຢ່າງຕໍ່ເນື່ອງ ແລະ ກ້າວຕາມຄວາມຝັນຂອງຕົນເອງໄດ້ຢ່າງໝັ້ນໃຈ. “ ພວກເຮົາຫວັງວ່າ ການສະໜັບສະໜູນໃນຄັ້ງນີ້ ຈະເປັນການເປີດປະຕູສູ່ໂອກາດທີ່ດີ ແລະ ສ້າງການປ່ຽນິແປງໃນທາງບວກໃຫ້ແກ່ຊີວິດຂອງເຂົາເຈົ້າ ”.
ທ່ານ ສິດທິໄຊ ເກດຕະວົງ ຄະນະອຳນວຍການບໍລິສັດເບຍລາວ ກ່າວວ່າ: ເມ່ື່ອບໍລິສັດມີການເຕີບໃຫຍ່ຂະຫຍາຍຕົວ, ມີກໍາໄລ ແລະ ເຮັດແນວໃດເພ່ື່ອໃຫ້ກໍາໄລຄືນແກ່ສັງຄົມ ແລະ ມີຄວາມຍືນຍົງ. ຕະຫລອດ 15 ປີ ທີ່ພວກເຮົາໄດ້ປະຕິບັດມາ ກໍຄື “ໂຄງການເບຍລາວສານຝັນໃຫ້ນ້ອງ” ເປັນອີກໂຄງການໜຶ່ງທີ່ສຳຄັນ ເພື່ອເປັນຂົວຕໍ່ໃຫ້ນ້ອງໆນັກສຶກສາມີໂອກາດໄດ້ຮັບເອົາຄວາມຮູ້ໃໝ່ໆ, ໄດ້ຮ່ຳຮຽນເອົາສິ່ງໃໝ່ໆ ແລະ ໄລຍະ 15 ປີມານີ້ ທາງໂຄງການໄດ້ມອບທຶນການສຶກສາໃນທົ່ວປະເທດ ຈຳນວນ 3,874 ຄົນ, ນັກສຶກສາທີ່ໄດ້ຮັບທຶນຈາກບໍລິສັດເບຍລາວ ລ້ວນແຕ່ແມ່ນຄົນເກັ່ງ, ມີສີມື, ມີຄວາມຮູ້ຄວາມສາມາດ ແລະ ມີຄຸນນະພາບອອກໄປຮັບໃຊ້ສັງຄົມ. ກໍຖືວ່າເປັນການຊ່ວຍ ເຫຼືອສະໜັບສະໜູນທິດທາງນະໂຍບາຍຂອງພັກ-ລັດໃນການສ້າງສາພັດທະນາປະເທດຊາດ.
ພ້ອມນີ້, ທ່ານ ນາງ ເບ ແພງສຸພີ ຮອງຜູ້ອຳນວຍການວິທະຍາໄລເຕັກນິກ-ລາວເຢຍລະມັນ ໃຫ້ຮູ້ວ່າ: “ໂຄງການ ເບຍລາວສານຝັນໃຫ້ນ້ອງປີທີ 15” ກໍເປັນອີກໂຄງການໜຶ່ງທີ່ສຳຄັນໃນການສົ່ງເສີມໃຫ້ນັກສຶກສາໃນຂົງເຂດຕ່າງໆໄດ້ເຂົ້າເຖິງທຶນການສຶກສາ ໂດຍສະເພາະແມ່ນນັກສຶກສາທີ່ມີຄວາມດຸໝັ່ນ, ຮຽນເກັ່ງ, ມີຄວາມຮູ້ ຄວາມສາມາດ ແຕ່ຍັງຂາດເຂີນທຶນການສຶກສາ. ສຳລັບໃນຂົງເຂດອາຊີວະສຶກສາພວກເຮົາ ແມ່ນໄດ້ຮັບທຶນການສຶກສາປີນີ້ເປັນປີທີ 3 ເຊິ່ງມີຈຳນວນ 9 ຄົນ ແຕ່ລະຄົນລ້ວນເປັນນັກສຶກສາທີ່ມີຄວາມຮູ້ຄວາມສາມາດ ແລະ ຈະກາຍເປັນຊ່າງທີ່ດີໄດ້ໃນອະນາຄົດ.
ທ້າວ ຄຳເສົາ ສີພະເກດ ນັກສຶກສາຈາກສະຖາບັນວິຈິດສິນແຫ່ງຊາດໃຫ້ສໍາພາດວ່າ: ທຶນການສຶກສານີ້ບໍ່ພຽງແຕ່ເປັນໂອກາດໃນດ້ານການສຶກສາເທົ່ານັ້ນ, ແຕ່ຍັງເປັນແຮງພັກດັນໜຶ່ງທີ່ເຮັດໃຫ້ຢາກພັດທະນາຕົນເອງໃນດ້ານທັກສະຕ່າງໆ. ສຳລັບນ້ອງເອງທີ່ໄດ້ທຶນການສຶກສາມາຈາກ “ໂຄງການເບຍລາວສານຝັນໃຫ້ນ້ອງ” ໃນຄັ້ງນີ້ ແມ່ນໄດ້ເອົາໄປໝູນໃຊ້ໃນການຂຽນບົດນິພົນ ແລະ ສາມາດແບ່ງເບົາຄ່າໃຊ້ຈ່າຍໄດ້ຫລາຍພໍສົມຄວນ. ແນວໃດກໍດີ, ສຳລັບນ້ອງໆຄົນໃດຢາກໄດ້ຮັບທຶນສຶກສາຈາກໂຄງການນີ້ ຕ້ອງມີຄວາມດຸໝັ່ນຄົ້ນຄວ້າຮ່ຳຮຽນ ແລະ ຕ້ອງບຸກບືນເພື່ອທີ່ຈະໄດ້ມາ.