ລາວ ສຶກສາບົດຮຽນຈາກຫວຽດນາມໃນວຽກ “ຕ້ານການສໍ້ລາດບັງຫຼວງ”

26 May 2026

ຄລິກແຊຣ໌ 0 Facebook WhatsApp

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສຶກສາຮຽນຮູ້ເອົາບົດຮຽນຂອງ ສສ ຫວຽດນາມ ກ່ຽວກັບວຽກງານກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັງຫຼວງ ແລະ ການຫັນເປັນທັນສະໄໝໃນວຽກງານກວດກາ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 26 ພຶດສະພາ 2026 ທີ່ສະໂມສອນ ຄະນະກວດກາສູນກາງພັກ, ໃຫ້ກຽດເປັນປະທານຮ່ວມໂດຍທ່ານ ຄຳໄຫຼ ສີປະເສີດ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ແລະ ທ່ານ ຫວຽນ ດິ່ງ ຮອກ ຮອງຫົວໜ້າກົມຮັບຜິດຊອບເຂດ1 ຈາກຄະນະກຳມະການກວດກາສູນກາງພັກ ຄອມມູນິດ ຫວຽດນາມ ມີບັນດາທ່ານ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ,ຮອງຫົວໜ້າພະນແກແນກ ພ້ອມດ້ວຍພະນັກງານ-ວິຊາການຈໍານວນໜຶ່ງ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດ ກາແຫ່ງລັດ, ຜູ້ເຮັດວຽກງານກວດກາຈາກບັນດາກະຊວງ-ອົງການ ແລະ ຜ່ານທາງອອນລາຍຈາກບັນດາແຂວງເຂົ້າຮ່ວມທັງໝົດ 495 ທ່ານ, ຍິງ 118 ທ່ານ.


ພິທີດັ່ງກ່າວ ທ່ານ ຄຳໄຫຼ ສີປະເສີດ ໄດ້ກ່າວວ່າ ເພື່ອເປັນການສືບຕໍ່ຍົກລະດັບ ຄວາມສາມາດ ດ້ານວຽກງານ ກວດກາພັກ, ກວດກາລັດ, ສະກັດກັ້ນ ຕ້ານການສໍ້ລາດບັງຫຼວງ ໃຫ້ແກ່ພະນັກງານກວດກາ ທົ່ວປະເທດ ຂອງ ສ ປ ປ ລາວ. ການຖ່າຍທອດບົດຮຽນ ໃນຄັ້ງນີ້ ແມ່ນຜົນຂອງການຮ່ວມມື ໃນວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ລະຫວ່າງ ຄະນະກວດກາສູນກາງພັກ, ອົງການກວດກາລັດແຫ່ງລັດ ສປປ ລາວ ກັບ ຄະນະກຳມະການກວດກາສູນກາງພັກ ຄອມມູນິດ ຫວຽດນາມ ແລະ ຄະນະກວດກາລັດຖະບານ ສສ ຫວຽດນາມ ຕາມບົດບັນທຶກ ທີ່ໄດ້ລົງນາມຮ່ວມກັນ ໃນປີ 2022 ທີ່ຜ່ານມາ.
ການຮັບຟັງປາຖະກະຖາຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງ ບົດຮຽນປະສົບການຈາກຄະນະຊ່ຽວຊານວຽກງານກວດກາ ສສ ຫວຽດນາມ, ຊຶ່ງຈະໄດ້ລົງເລິກ ບາງເນື້ອໃນ ບົດຮຽນ ຂອງພັກຄອມມູນິດຫວຽດນາມ ກ່ຽວກັບວຽກງານກວດກາພັກ, ວຽກງານກວດກາລັດ, ວຽກງານຕ້ານການສໍ້ລາດບັງຫຼວງ ແລະ ການຫັນເປັນທັນສະໄໝ ໃນວຽກງານກວດກາ ແລະ ບັນຫາອື່ນໆທີ່ຜູ້ເຂົ້າຮ່ວມມີຄວາມສົນໃຈ.

ເພື່ອເກັບກ່ຽວບົດຮຽນ, ປະສົບການໃໝ່ ແລະ ສາມາດນຳໄປໝູນໃຊ້ ເຂົ້າໃນວຽກງານຕົວຈິງ ຂອງແຕ່ລະຂະແໜງການຢ່າງມີປະສິດທິຜົນ ແລະ ເຮັດໃຫ້ການປະຖະກະຖາໃນຄັ້ງນີ້ ມີຜົນສໍາເລັດ ຕາມຈຸດປະສົງ ລະດັບຄາດໝາຍ.
ພ້ອມນີ້ ທ່ານ ຫວຽນ ດິ່ງ ຮອກ ກໍ່ໄດ້ກ່າວວ່າ ພວກເຮົາຮູ້ສຶກດີໃຈ ແລະ ຮູ້ສຶກຂອບໃຈຢ່າງຈິງໃຈໃນການຕ້ອນຮັບຢ່າງອົບອຸ່ນ ຕໍ່ຄະນະຊ່ຽວຊານຂອງພວກເຮົາ. ການຢ້ຽມຢາມຄັ້ງນີ້ມີຈຸດປະສົງເພື່ອເສີມສ້າງຄວາມສາມັກຄີ ແລະ ສົ່ງເສີມການຮ່ວມມືລະຫວ່າງສອງຝ່າຍຂອງຄະນະກຳມະການກວດກາສູນກາງພັກ, ອົງການກວດກາລັດຖະບານ ສສ ຫວຽດນາມ ແລະ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສປປ ລາວ ພວກເຮົາຈະພະຍາຍາມຖອດຖອນບົດຮຽນທີ່ມີໃຫ້ພະນັກງານກວດກາ ສປປ ລາວ ໃຫ້ໄດ້ຫຼາຍທີ່ສຸດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ