ບໍລິສັດ Eleven Golden Fruit ຈາກ ສປປ ລາວ ແລະ ບໍລິສັດ Nanjing Qiandu Culture and Technology ຈາກ ສປ ຈີນ ໄດ້ລົງນາມ MOU ຮ່ວມມືຊື້-ຂາຍຖຸລຽນ ເພື່ອປູທາງສົ່ງອອກ “ຖຸລຽນລາວ” ໄປສູ່ຕະຫຼາດຈີນ ເຊິ່ງເປັນຕະຫຼາດຜູ້ບໍລິໂພກໃຫຍ່ຂອງໂລກ.

ພິທີຈັດຂຶ້ນ ວັນທີ 19 ພຶດສະພາ 2026 ທີ່ນະຄອນຫຼວງວຽງຈັນ ພາຍບໍລິສັດຫຼັງລົງພື້ນທີ່ສຳຫຼວດ ແລະ ຊີມຖຸລຽນລາວ ເຊິ່ງຝ່າຍຈີນໄດ້ສະແດງຄວາມພໍໃຈຕໍ່ລົດຊາດທີ່ເປັນເອກະລັກ ຈົນນຳໄປສູ່ການຮ່ວມມືໃນຄັ້ງນີ້.
ພາກລັດ ແລະ ພາກທຸລະກິດ ສະແດງຄວາມເຊື່ອໝັ້ນວ່າການເຊັນສັນຍາຄັ້ງນີ້ ເປັນກ້າວສຳຄັນໃນການຍົກລະດັບຖຸລຽນລາວ ໃຫ້ກາຍເປັນພືດເສດຖະກິດໃໝ່ ພ້ອມຜັກດັນການສົ່ງອອກໄປຕະຫຼາດຈີນໃນອະນາຄົດ.

ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກ່າວວ່າ ຖຸລຽນລາວກຳລັງເປັນທີ່ສົນໃຈໃນຕະຫຼາດຈີນ ແລະ ການຮ່ວມມືຄັ້ງນີ້ ຈະເປັນແຮງຜັກດັນສຳຄັນ ໃນການຍົກລະດັບກະສິກຳລາວ ໃຫ້ມີມາດຕະຖານ ແລະ ສາມາດແຂ່ງຂັນໃນຕະຫຼາດຕ່າງປະເທດໄດ້.

ດ້ານ ທ່ານ ວັນທ່ຽງ ພົມມະສຸລິນ ຮອງຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກ່າວວ່າ ລັດຖະບານກຳລັງຊຸກຍູ້ໃຫ້ “ຖຸລຽນ” ກາຍເປັນພືດເສດຖະກິດໃໝ່ ເຊິ່ງທາງກົມປູກຝັງພ້ອມສະໜັບສະໜູນຂັ້ນຕອນ ແລະ ເອກະສານຕ່າງໆ ເພື່ອຜັກດັນການສົ່ງອອກໄປຈີນໃນອະນາຄົດ.

ຢ່າງໃດກໍຕາມ ການສົ່ງອອກຖຸລຽນໄປຈີນ ຈຳເປັນຕ້ອງປະຕິບັດຕາມຂໍ້ກຳນົດສຳຄັນ ເຊັ່ນ: ມາດຕະຖານ GAP, ລະບົບຕິດຕາມແຫຼ່ງຜະລິດ, ການຄວບຄຸມສານຕົກຄ້າງ, ການຂຶ້ນທະບຽນສວນ ແລະ ໂຮງຄັດແຍກ ຕາມຂໍ້ກຳນົດຂອງຝ່າຍຈີນ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ຜູ້ບໍລິໂພກ ແລະ ເປີດທາງໃຫ້ຖຸລຽນລາວສາມາດເຂົ້າສູ່ຕະຫຼາດຈີນໄດ້ຢ່າງຍືນຍົງ.

ການລົງນາມມີຂຶ້ນລະຫວ່າງ ທ່ານ ເອລາວັນ ລາດປາກດີ ປະທານບໍລິສັດEleven Golden Fruit ກັບທ່ານ ກ່າວ ຊີ້ວຢູ່ ປະທານບໍລິສັດ Nanjing Qiandu Culture and technology ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ວັນທ່ຽງ ພົມມະສຸລິນ ຮອງຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸຸດສາຫະກຳແຫ່ງຊາດລາວ, ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດ ກະສິກຳລາວ; ພ້ອມດ້ວຍນັກທຸລະກິດ, ເຈົ້າຂອງສວນຖຸລຽນເຂົ້າຮ່ວມ.
