ເສດຖະກິດອາຊຽນ,ຈີນ,ຍີ່ປຸ່ນ ແລະ ສ.ເກົາຫຼີ ຈະເຕີບໂຕ 4%

22 Apr 2026

ຄລິກແຊຣ໌ 0 Facebook WhatsApp

ວິທະຍຸໂທລະພາບ ສູນກາງຈີນ (CMG)ລານງານວ່າ: ວັນທີ 6 ເມສານີ້, ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກຂອງອາຊຽນ ແລະ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ໄດ້ເປີດເຜີຍ ບົດລາຍງານ ກ່ຽວກັບການຄາດຄະເນ ເສດຖະກິດຂອງພາກພື້ນນີ້ ໂດຍຄາດວ່າ: ຈັງຫວະການເຕີບໂຕ ຂອງ ເສດຖະກິດ ໃນປີ 2026 ແລະ 2027 ກວມເອົາ 4%. ຍ້ອນສະຖານະການຄວາມແຮງຢູ່ເຂດຕາເວັນອອກກາງ ແລະ ການສະໜອງດ້ານພະລັງງານທົ່ວໂລກ ຖືກຜົນກະທົບ ຈະເຮັດໃຫ້ຈັງຫວະ ການເຕີບໂຕຂອງເສດຖະກິດ ໃນພາກພື້ນມີ ຄວາມສ່ຽງຫຼຸດລົງເລື້ອຍໆ.

ບົດລາຍງານ ລະບຸຕື່ມວ່າ: ໂຄງສ້າງ ເສດຖະກິດ ໃນພາກພື້ນອາຊຽນ ແລະ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ພວມມີການປ່ຽນແປງອັນເລິກເຊິ່ງ. ປັດຈຸບັນພາກພື້ນດັ່ງກ່າວ ໄດ້ກາຍເປັນໜຶ່ງໃນຕະຫຼາດ ຂະໜາດໃຫຍ່ທີ່ສຸດໃນໂລກ ກວມເອົາ 28% ຂອງຄວາມຕ້ອງການສຸດທ້າຍໃນທົ່ວໂລກ. ພ້ອມດຽວກັນນັ້ນ, ລະດັບການເພິ່ງພາອາໄສຕະຫຼາດ ສ.ອາເມຣິກາໄດ້ຫຼຸດລົງຢ່າງຊັດເຈນ, ຮູບແບບການພັດທະນາເສດຖະກິດ ໃນພາກພື້ນ ໄດ້ປ່ຽນຈາກແຫຼ່ງການຜະລິດ ທີ່ສຸມໃສ່ຕະຫຼາດ ພາຍນອກມາເປັນຕະຫຼາດພາກພື້ນທີ່ກະຕຸກຊຸກຍູ້ດ້ວຍຄວາມຕ້ອງການພາຍໃນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ