ວາງສີລາລືກໂຄງການກໍ່ສ້າງໂຮງໝໍມິດຕະພາບດານັງ-ເຊກອງ 36 ເດືອນ ສຳເລັດ

21 Apr 2026

ຄລິກແຊຣ໌ 0 Facebook WhatsApp

ພິທີວາງສີລາລືກໂຄງການກໍ່ສ້າງໂຮງໝໍມິດຕະພາບ ດານັງ-ເຊກອງ ຢູ່ເມືອງທ່າແຕງ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 1 ເມສາ 2026 ນີ້ ໂດຍມີທ່ານ ບຸນຫລາຍ ບຸດທິ ເລຂາພັກແຂວງເຊກອງ, ທ່ານ ເລ ຫງ໋ອກ ກວາງ ເລຂາພັກນະຄອນດານັງ ສສ ຫວຽດນາມ, ພ້ອມດ້ວຍຄະນະພັກ-ຄະນະນໍາທັງສອງຝ່າຍ, ມີຕາງໜ້າຈາກກະຊວງສາທາລະນະສຸກ ແລະຂະແໜງການກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.

ທ່ານ ບຸນຫຼາຍ ບຸດທິ ກ່າວວ່າ: ໂຄງການ “ກໍ່ສ້າງໂຮງໝໍມິດຕະພາບ ດານັງ-ເຊກອງ ” ເປັນຂອງຂວັນຈາກຄະນະພັກ, ອົງການປົກຄອງ ແລະ ປະຊາຊົນນະຄອນດານັງ ແຫ່ງ ສສ ຫວຽດນາມ ມອບໃຫ້ຄະນະພັກ, ອົງການປົກຄອງ ແລະ ປະຊາຊົນແຂວງເຊກອງ ແຫ່ງ ສປປ ລາວ ໄລຍະປີ 2026-2030 ແລະ ໄດ້ມອບໃຫ້ແຂວງເຊກອງ ຈັດຕັ້ງປະຕິບັດ ໂດຍການວາງສີລາລຶກໂຄງການໃນມື້ນີ້ ເປັນຫຼັກຖານພິຍານແຫ່ງມິດຕະພາບທີ່ສະໜິດແໜ້ນ ແລະ ຊື່ສັດບໍລິສຸດລະຫວ່າງ ລາວ – ຫວຽດນາມ, ຫວຽດນາມ-ລາວ ແລະ ຍັງເປັນສັນຍາລັກຂອງຄວາມຮັກແພງອ້າຍນ້ອງ “ເປັນຈິດໜຶ່ງໃຈດຽວ”, “ແບ່ງທຸກແບ່ງສຸກຮ່ວມກັນ”, ຂອງການເປັນຫ່ວງເປັນໄຍຢ່າງເລິກເຊິ່ງຈາກນະຄອນດານັງ ຕໍ່ກັບປະຊາຊົນແຂວງເຊກອງ. ທ່ານ ສົມຈິດ ວົງວິໄລ ອຳນວຍການບໍລິສັດຈະເລີນໂຊກ ຈໍາກັດຜູ້ດຽວ (ບໍລິສັດຜູ້ຮັບເໝົາກໍ່ສ້າງ) ໄດ້ກ່າວວ່າ: ໂຄງການ “ກໍ່ສ້າງໂຮງໝໍມິດຕະພາບ ດານັງ- ເຊກອງ”, ມີມູນຄ່າການລົງທຶນ ທັງໝົດ 6.7 ລ້ານໂດລາສະຫະລັດ, ຂະໜາດໂຄງການປະກອບມີ: ອາຄານໂຮງໝໍ 2 ຊັ້ນ; ອາຄານຫໍພັກພະນັກງານ 2 ຊັ້ນ; ມີຮ້ານອາຫານ; ຮ້ານຊັກລີດ; ຫ້ອງເກັບມ້ຽນສົບ; ສະຖານທີ່ເກັບກຳ ແລະ ບຳບັດສິ່ງເສດເຫຼືອ; ເຮືອນເຄື່ອງປັ່ນໄຟຟ້າ; ລະບົບໂຄງລ່າງເຕັກນິກປະກອບມີ: ເຮືອນປ້ອມຍາມ, ປະຕູ, ຮົ້ວກຳແພງ, ເສົາທຸງ, ປ້າຍຊື່, ເດີ່ນ ແລະ ຖະໜົນຈະລາຈອນພາຍໃນ, ບ່ອນຈອດລົດ, ສະຖານີໝໍ້ແປງໄຟຟ້າ, ລະບົບລະບາຍນໍ້ານອກອາຄານ, ສະຖານີບໍາບັດນໍ້າເສຍ, ໄຟເຍືອງທາງນອກອາຄານ, ການປູກຕົ້ນໄມ້, ອຸປະກອນການແພດ ແລະອື່ນໆ, ໄລຍະເວລາດໍາເນີນການກໍ່ສ້າງ 36 ເດືອນ ນັບແຕ່ມື້ເລີ່ມລົງມືກໍ່ສ້າງ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ