ບໍລິສັດ ຄໍ້າປະກັນສິນເຊື່ອລາວ ຈໍາກັດຜູ້ດຽວ ຫຼື ບຄຊ ທີ່ສ້າງຕັ້ງຂຶ້ນໃໝ່ ມີເປົ້າໝາຍເພື່ອປົດລັອກ ບັນຫາທີ່ເປັນອຸປະສັກຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການເຂົ້າເຖິງສິນເຊື່ອ ຍ້ອນຂາດຫຼັກຊັບຄໍ້າປະກັນ ເຊິ່ງບໍລິສັດດໍາເນີນງານພາຍໃຕ້ການກວດກາຂອງທະນາຄານແຫ່ງ ສປປ ລາວ ແລະ ຖືຮຸ້ນທັງໝົດໂດຍກະຊວງການເງິນ.
ພິທີເປີດໂຕມີຂຶ້ນທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ ໃນວັນທີ 9 ເມສາ 2026 ໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ.
ບໍລິສັດ ຄໍ້າປະກັນສິນເຊື່ອລາວ ຈໍາກັດຜູ້ດຽວ ມີຖານະເປັນສະຖາບັນການເງິນໜຶ່ງ ທີ່ຖືກອອກແບບມາເພື່ອຊ່ວຍໃຫ້ ຈຸນວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ຂະຫນາດກາງ (ຈນກ) ສາມາດເຂົ້າເຖິງເງິນກູ້ຢືມຈາກທະນາຄານ ທີ່ພວກເຂົາເຄີຍພົບຄວາມຫຍຸ້ງຍາກໃນການເຂົ້າເຖິງໃນໄລຍະຜ່ານມາ.
ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ: “ຫົວ ໜ່ວຍ ຈນກ ແມ່ນກະດູກສັນຫຼັງ ຂອງພື້ນຖານເສດຖະກິດແຫ່ງຊາດ ແຕ່ຍັງມີຂໍ້ຈໍາກັດໃນ ການເຕີບໂຕ ຍ້ອນຂາດຫຼັກຊັບຄໍ້າປະກັນ ເພື່ອເຂົ້າຫາແຫຼ່ງທຶນຂອງທະນາຄານ. ການສ້າງຕັ້ງ ບຄຊ ແມ່ນຄວາມມຸ່ງໝັ້ນຂອງລັດຖະບານ ໃນການແກ້ໄຂບັນຫາດັ່ງກ່າວໂດຍກົງ.
ໃນ ສປປ ລາວ, ເຈົ້າຂອງທຸລະກິດກໍາລັງປະເຊີນກັບຄວາມຫຍຸ້ງຍາກ ຍ້ອນທະນາຄານປະຕິເສດການ ປ່ອຍກູ້ ຫາກບໍ່ມີຫຼັກຊັບຄ້ໍາປະກັນທີ່ພຽງພໍ, ໃນຂະນະທີ່ບາງທຸລະກິດແມ່ນຂາດຫຼັກຊັບຄໍ້າປະກັນໃນ ການກູ້ຢືມ. ສົ່ງຜົນໃຫ້ຜູ້ປະກອບກິດຈະການທີ່ມີຄວາມສາມາດສູນເສຍໂອກາດໃນການຂະຫຍາຍຕົວ, ບໍ່ສາມາດປະກອບສ່ວນໃນການສ້າງວຽກເຮັດງານທໍາ ແລະ ເສດຖະກິດເຕີບໂຕຊ້າກວ່າທີ່ຄວນຈະເປັນ.
ໂດຍການຄໍ້າປະກັນສ່ວນໃດສ່ວນຫນຶ່ງຂອງເງິນກູ້, ບຄຊ ຈະເຂົ້າມາປ່ຽນແປງສົມຜົນດັ່ງກ່າວ, ໝາຍ ຄວາມວ່າ ທະນາຄານຈະແບ່ງປັນ ຄວາມສ່ຽງ ແທນທີ່ຈະແບກຫາບ ຄວາມສ່ຽງໄວ້ພຽງຜູ້ດຽວ. ດ້ວຍວິທີນີ້, ທະນາຄານຈະສາມາດປ່ອຍສິນເຊື່ອໃຫ້ແກ່ທຸລະກິດໄດ້ຢ່າງໝັ້ນໃຈ ໂດຍອີງໃສ່ທ່າແຮງຂອງ ບໍລິສັດ ຫຼາຍກວ່າການເບິ່ງພຽງແຕ່ຊັບສິນທີ່ມີ.
ທ່ານ ມະໄລທອງ ກົມມະສິດ ເຊື່ອໝັ້ນຢ່າງຍິ່ງວ່າ ການດໍາເນີນງານຂອງ ບຄຊ ຈະເປັນກົນໄກສໍາຄັນໃນການຊຸກຍູ້ໃຫ້ ຈນກ ຂະຫຍາຍຕົວ ແລະ ສ້າງວຽກເຮັດງານທໍາໃຫ້ແກ່ສັງຄົມ, ເພີ່ມສະພາບຄ່ອງພາຍໃນລະບົບເສດຖະກິດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດພາຍໃນ ເພື່ອຫຼຸດຜ່ອນການນໍາເຂົ້າ ແລະ ສົ່ງເສີມການສົ່ງອອກ.
ແນວຄວາມຄິດໃນການສ້າງຕັ້ງ ບຄຊ ແມ່ນເປັນສ່ວນຫນຶ່ງໃນການຜັນຂະຫຍາຍວາລະແຫ່ງຊາດເພື່ອ ແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ (2021-2023) ລັດຖະບານໄດ້ອະນຸມັດໃຫ້ສ້າງຕັ້ງໃນເດືອນກໍລະກົດ 2024. ບໍລິສັດດັ່ງກ່າວໄດ້ຈົດທະບຽນຢ່າງເປັນ ທາງການໃນເດືອນທັນວາ 2024 ແລະ ໃນທີ່ສຸດກໍພ້ອມແລ້ວສໍາລັບການເປີດໂຕຢ່າງເປັນທາງການ ພາຍຫຼັງທີ່ໄດ້ຮັບໃບອະນຸຍາດດໍາເນີນທຸລະກິດຈາກທະນາຄານແຫ່ງ ສປປ ລາວ ໃນເດືອນມີນາ 2026.
ໃນພິທີເປີດໂຕ ຍັງໄດ້ມີລົງນາມການເປັນຄູ່ຮ່ວມມືກັບ 6 ທະນາຄານທຸລະກິດ ເພື່ອເອື້ອອໍານວຍໃຫ້ແກ່ການໄຫຼວຽນຂອງເງິນທຶນໄປສູ່ພາກທຸລະກິດ ທັງເປັນຈຸດເລີ່ມຕົ້ນຂອງການນໍາໃຊ້ກົນໄກການຄໍ້າປະກັນສິນເຊື່ອ ຢ່າງເປັນຮູບປະທໍາ, ປະກອບມີ:
ທະນາຄານສົ່ງເສີມກະສິກໍາ ວົງເງິນຄໍ້າປະກັນ 200 ຕື້ກີບ
ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ວົງເງິນຄໍ້າປະກັນ 50 ຕື້ກີບ
ທະນາຄານ ມາຣູຮານ ວົງເງິນຄໍ້າປະກັນ 30 ຕື້ກີບ
ທະນາຄານ ບີໄອຊີ ວົງເງິນຄໍ້າປະກັນ 30 ຕື້ກີບ
ທະນາຄານ ອາເຮັສບີ ລາວ ວົງເງິນຄໍ້າປະກັນ 30 ຕື້ກີບ ທະນາຄານ ແຄນນາເດຍ ວົງເງິນຄໍ້າປະກັນ 30 ຕື້ກີບ