ເດືອນມີນາ ການສົ່ງອອກສ.ເກົາຫຼີ ເຕີບໂຕ 48%

15 Apr 2026

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວຕ່າງປະເທດລາຍງານວ່າ: ການສົ່ງອອກຂອງສ.ເກົາຫຼີ ໃນເດືອນມີນາ ຍັງຂະຫຍາຍຕົວໄດ້ຢ່າງແຂງແກ່ນ ໂດຍມີປັດໄຈຫຼັກຄືຄວາມຕ້ອງການຊິບ ຫຼື ເຊມິຄອນດັກເຕີໃນຕະຫຼາດໂລກ ຍັງເພີ່ມຂຶ້ນສູງຫຼາຍ ເຊິ່ງກາຍເປັນເສົາຫຼັກສໍາຄັນທີ່ຊ່ວຍສະໜັບສະໜູນເສດຖະກິດຂອງປະເທດໄວ້ ເຖິງວ່າສະຖານະການໃນອີຣານ ຈະທະວີຄວາມຮຸນແຮງ.

ຂໍ້ມູນຈາກກະຊວງການຄ້າ ເຜີຍວ່າ: ເມື່ອປັບຫຼຸດຄວາມແຕກຕ່າງຂອງຈໍານວນວັນເຮັດວຽກແລ້ວ ມູນຄ່າການສົ່ງອອກຈິງເພີ່ມຂຶ້ນເຖິງ 41.9% ຫາກເບິ່ງຕົວເລກລວມທີ່ຍັງບໍ່ປັບປຸງຈະພົບວ່າພຸ່ງສູງເຖິງ 48.3% ທຽບກັບເດືອນກຸມພາ ທີ່ເຕີບໂຕ 28.7% ຂະນະທີ່ການນໍ້າເຂົ້າເພີ່ມຂຶ້ນ 13.2% ສົ່ງຜົນໃຫ້ສ.ເກົາຫຼີ ເກີນດຸນການຄ້າສູງເຖິງ 25 ຕື້ໂດລາ.

ນອກຈາກນີ້ ສິນຄ້າກຸ່ມລົດຍົນ ຜະລິດຕະພັນປີໂຕຣລຽມ ແລະ ຄອມພິວເຕີ ກໍມີການເຕີບໂຕໃນທິດທາງບວກເຊັ່ນກັນ.

ມູນຄ່າການສົ່ງອອກຜະລິດຕະພັນນໍ້າມັນເພີ່ມຂຶ້ນເກືອບ 55% ຕາມລາຄານໍ້າມັນດິບທີ່ພຸ່ງສູງຂຶ້ນຈາກຄວາມຂັດແຍ່ງໃນຕາເວັນອອກກາງ.

ຢ່າງໃດກໍຕາມ, ຕັ້ງແຕ່ວັນທີ 13 ມີນາທີ່ຜ່ານມາ ເລີ່ມມີການໃຊ້ມາດຕະການຄວບຄຸມການສົ່ງອອກ ສົ່ງຜົນໃຫ້ປະລິມານສົ່ງອອກນໍ້າມັນແອັດຊັງ, ກາຊວນ ແລະ ນໍ້າມັນກ໊າດ ປັບຕົວຫຼຸດລົງປະມານ 5-12% ເມື່ອທຽບກັບປີກ່ອນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ