ສໍານັກຂ່າວຕ່າງປະເທດ ລາຍງານວ່າ: ຜູ້ອໍານວຍການສໍານັກງານພະລັງງານລະຫວ່າງປະເທດ ((IEA) ອອກມາເຕືອນເຖິງສະຖານະການທີ່ໜ້າກັງວົນ ໂດຍລະບຸວ່າໃນເດືອນເມສານີ້ ໂລກຈະປະເຊີນກັບພາວະການຂາດແຄນນໍ້າມັນຢ່າງໜັກ ເຊິ່ງຈະທະວີຄວາມຮຸນແຮງຍິ່ງກວ່າເກົ່າ ແລະ ເປັນປັດໄຈຫຼັກທີ່ເຮັດໃຫ້ລາຄານໍ້າມັນພຸ່ງສູງຂຶ້ນຢ່າງວ່ອງໄວ ນັບຕັ້ງແຕ່ຄວາມຂັດແຍ່ງລະຫວ່າງສະຫະລັດ ແລະ ອີຣານ ເລີ່ມຕົ້ນຂຶ້ນ.
ທ່ານ ຟາທີ ບິໂຣລ ຜູ້ອໍານວຍການ IEA ກ່າວວ່າ: ວິກິດການພະລັງງານທີ່ເກີດຂຶ້ນຈາກສະຖານະການຄວາມຮຸນແຮງໃນຕາເວັນອອກາງ ໃນຄັ້ງນີ້ ຖືເປັນເຫດການທີ່ຮ້າຍແຮງ ແລະ ຮຸນແຮງທີ່ສຸດເທົ່າທີ່ເຄີຍປາກົດໃນປະຫວັດສາດພະລັງງານໂລກ. ຢ່າງໃດກໍຕາມ ໃນເດືອນເມສານີ້ ປະລິມານນໍ້າມັນທີ່ຈະຫາຍໄປຈາກລະບົບຈະເພີ່ມສູງຂຶ້ນເຖິງ 2 ເທົ່າ ເມື່ອທຽບກັບເດືອນກ່ອນໜ້າ ແລະ ບໍ່ໄດ້ມີພຽງແຕ່ນໍ້າມັນເທົ່ານັ້ນ ແຕ່ຍັງລວມເຖິງແກ໊ສທໍາມະຊາດແຫຼວ (LNG) ນໍາ ເຊິ່ງຈະສົ່ງຜົນໂດຍກົງຕໍ່ການພຸ່ງສູງຂຶ້ນຂອງເງິນເຟີ້ ແລະ ມັນຂັດຂວາງການເຕີບໂຕຂອງເສດຖະກິດໂລກ ໂດຍສະເພາະໃນກຸ່ມປະເທດເສດຖະກິດເກີດໃໝ່ ເຊິ່ງທ່ານ ບິໂຣລ ຄາດການວ່າ ຫຼາຍປະເທດອາດຈໍາເປັນຕ້ອງເລີ່ມໃຊ້ມາດຕະການປັນສ່ວນພະລັງງານໃນອະນາຄົດອັນໃກ້ນີ້.