ວິກິດລາຄາພະລັງງານ ດຶງ ຈີດີພີ ຫວຽດນາມ ຫຼຸດລົງໃນໄຕມາດທໍາອິດ

15 Apr 2026

ຄລິກແຊຣ໌ 0 Facebook WhatsApp

ຫວຽດນາມ ປະເຊີນພາວະເສດຖະກິດຊະລໍຕົວລົງໃນໄຕມາດທໍາອິດ ຫຼັງຈາກຫ້ອງການສະຖິຕິແຫ່ງຊາດ ຖະແຫຼງຂໍ້ມູນຫຼ້າສຸດ ໃນວັນທີ 4 ເມສາ 2026 ວ່າ: ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຫວຽດນາມ ໄຕມາດ 1 ປີນີ້ ຂະຫຍາຍຕົວ 7.83% ເຫັນວ່າຕົວເລກນີ້ຫຼຸດລົງຈາກ 8.46% ໃນໄຕມາດ 4.

ຢ່າງໃດກໍຕາມ, ຕົວເລກ ຈີດີພີ ດັ່ງກ່າວຍັງສູງກວ່າຄ່າກາງທີ່ 7.6% ຈາກການສໍາຫຼວດຄວາມເຫັນນັກເສດຖະສາດ 7 ຄົນ ໂດຍສໍານັກຂ່າວບລູມເບີກ ແລະ ຕົວເລກດັ່ງກ່າວກໍຍັງນັບວ່າຢູ່ໃນກຸ່ມສູງທີ່ສຸດ ປະເທດໜຶ່ງໃນອາຊີປາຊີຟິກ.

ການຊະລໍຕົວລົງຢ່າງເປັນທາງການນີ້ ເກີດຂຶ້ນໃນຂະນະທີ່ ຄວາມເຄັ່ງຕຶງໃນຕາເວັນອອກກາງທະວີຄວາມຮຸນແຮງຂຶ້ນ ແລະ ເຮັດໃຫ້ເກີດວິກິດລາຄາພະລັງງານໄປທົ່ວໂລກຈົນຍູ້ດັນຕົ້ນທຶນພະລັງງານໃຫ້ສູງຂຶ້ນ ລວມທັງລົບກວນເສັ້ນທາງການຄ້າໂລກ ສົ່ງຜົນໃຫ້ຄວາມພະຍາຍາມຍູ້ດັນເປົ້າໝາຍການເຕີບໂຕດ້ວຍເລກສອງຫຼັກ ທີ່ 10% ປະເຊີນຄວາມທ້າທາຍຫຼາຍຂຶ້ນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ