ປະກາດການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ 3 ທ່ານ

14 Apr 2026

ຄລິກແຊຣ໌ 0 Facebook WhatsApp

ໃນຕອນເຊົ້າວັນທີ 6 ເມສາ 2026 ສຳນັກງານນາຍົກລັດຖະມົນຕີ (ສນຍ) ໄດ້ຈັດພິທີປະກາດ ການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ແລະ ຍົກຍ້າຍພະນັກງານນຳພາ-ຄຸ້ມຄອງ ຂອງຫ້ອງວ່າການ ສນຍ ໄປຮັບໜ້າທີ່ໃໝ່ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.

ໂອກາດນີ້, ທ່ານ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງກົມການເມືອງສູນກາງພັກ ແລະ ລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍອະນຸມັດໃຫ້ການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ຄື:

1.ທ່ານ ພົນເອກ ຈັນສະໜອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ;

2.ທ່ານ ສອນໄຊ ສິດພະໄຊ ກຳມະການສູນກາງພັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ

3. ທ່ານ ປອ. ສີນາວາ ສຸພານຸວົງ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ. ພ້ອມກັນນັ້ນ ກໍ່ໄດ້ຜ່ານຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍພະນັກງານນຳພາ-ຄຸ້ມຄອງ ໄປປະຈຳການບ່ອນໃໝ່

ຄື: ທ່ານ ປອ. ວິຣະພົງສ໌ ພົມດວງດີ ແລະ ທ່ານ ປອ. ພັນ ພົມມະຈັນ, ຫົວໜ້າກົມ, ເລຂານຸການປະຈຳ ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ