ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ຕາມສະມາຄົມນັກທຸລະກິດເອເລັກໂຕນິກ ຫວຽດນາມ, ໃບສັ່ງຊື້ສິນຄ້າໃນໄຕມາດ 1 ປີ 2026 ຂອງຂະແໜງເອເລັກໂຕຣນິກ ມີຄວາມຕັ້ງໜ້າ, ນັບທັງໃນໂອກາດບຸນປີໃໝ່ປະຈຳຊາດ, ວິສາຫະກິດຍັງຮັກສາການສົ່ງອອກຢ່າງຕໍ່ເນື່ອງ.
ການເຄື່ອນໄຫວສົ່ງອອກສິນຄ້າເອເລັກໂຕນິກ ຂອງ ຫວຽດນາມ ມີການຜັນແປທີ່ຕັ້ງໜ້ານັບແຕ່ຕົ້ນປີ ມາຮອດປັດຈຸບັນ. ໄລ່ຮອດວັນທີ 15 ມີນາ ການສົ່ງອອກເອເລັກໂຕຣນິກ ໄດ້ນຳມາໃຫ້ຫວຽດນາມເງິນເກືອບ 37.5 ຕື້ໂດລາເພີ່ມຂຶ້ນ 9.36 ຕື້ໂດລາ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ຕາມສະມາຄົມນັກທຸລະກິດເອເລັກໂຕນິກ ຫວຽດນາມແລ້ວ, ໃບສັ່ງຊື້ສິນຄ້າໃນໄຕມາດ I ປີ 2026 ຂອງຂະແໜງເອເລັກໂຕນິກ ມີຄວາມຕັ້ງໜ້າ, ນັບທັງໃນໂອກາດບຸນປີໃໝ່ປະຈຳຊາດ, ວິສາຫະກິດຍັງຮັກສາການສົ່ງອອກຢ່າງຕໍ່ເນື່ອງ. ປີ 2025, ຂະແໜງເອເລັກໂຕນິກ ມີການສົ່ງອອກບັນລຸລະດັບສະຖິຕິ ເກືອບ 165 ຕື້ໂດລາ ເພີ່ມຂຶ້ນຢ່າງແຮງເມື່ອທຽບໃສ່ປີ 2024 (126.5 ຕື້ໂດລາ). ຕາມການຕີລາຄາຂອງບັນດານັກຊ່ຽວຊານແລ້ວ, 2 ປີມານີ້ ມູນຄ່າ ແລະ ປະເພດສິນຄ້າເອເລັກໂຕນິກສົ່ງອອກນັບມື້ນັບສູງ, ເປັນຫຼາຍຮູບແບບ. ມີຜະລິດຕະພັນຫຼາຍຢ່າງໄດ້ສ້າງຄວາມປະທັບໃຈຢູ່ບັນດາງານວາງສະແດງສາກົນ. ບັນດາຮູບແບບການຜະລິດຄື: ການຫັນເປັນອັດຕະໂນມັດ, ໝູນໃຊ້ AI, ເປັນເຈົ້າການແຫຼ່ງສະໜອງ ແລະ ຍົກອັດຕາການຫັນເປັນພາຍໃນ ພວມຊ່ວຍໃຫ້ຂະແໜງເອເລັກໂຕຣນິກຍົກສູງຖານະບົດບາດໃນລະບົບສະໜອງທົ່ວໂລກ.