ອາຊຽນ ກະທົບໜັກຈາກຄວາມຂັດແຍ່ງໃນຕາເວັນອອກກາງ

07 Apr 2026

ຄລິກແຊຣ໌ 0 Facebook WhatsApp

ນັບຕັ້ງແຕ່ຄວາມຮຸນແຮງໃນຕາເວັນອອກກາງເລີ່ມຂຶ້ນຈາກການທີ່ສະຫະລັດອາເມຣິກາ ແລະ ອິດສະລາແອນ ໂຈມຕີອິຣານ ເລີ່ມຂຶ້ນໃນໄລຍະທ້າຍເດືອນກຸມພາ ມູນຄ່າຕະຫຼາດຂອງບໍລິສັດໃນຂົງເຂດອາຊຽນ ຫົດຫາຍໄປຢ່າງໜ້ອຍ 216.9 ຕື້ໂດລາ ໂດຍປັດໄຈສໍາຄັນມາຈາກການປິດຊ່ອງແຄບຮໍມຸຊ.

ເວັບໄຊນິກເກອິ ອາຊີລາຍງານວ່າ: ສໍາລັບມູນຄ່າຫຼັກຊັບຕາມລາຄາຕະຫຼາດຂອງບໍລິສັດນອກພາກການເງິນປະມານ 3,500 ແຫ່ງໃນອິນໂດເນເຊຍ, ໄທ, ມາເລເຊຍ, ສິງກະໂປ ແລະ ຫວຽດນາມ ຢູ່ທີ່ 1,920 ຕື້ໂດລາ ໃນວັນທີ 26 ມີນາ ຫຼຸດລົງ 10.2% ຈາກວັນທີ 27 ກຸມພາ.

ອາຊີຕາເວັນອອກສຽງໃຕ້ ຖືວ່າໄດ້ຮັບຜົນກະທົບຈາກຄວາມເຄັ່ງຕຶງໃນຕາເວັນອອກກາງໄວກວ່າພາກພື້ນອື່ນໃນອາຊີ ເນື່ອງຈາກສໍາຮອງນໍ້າມັນຕໍ່າ ເຮັດໃຫ້ອຸດສາຫະກຳສໍາຄັນຢ່າງປີໂຕຣເຄມີ ແລະ ການທ່ອງທ່ຽວຕົກຢູ່ໃນ ຄວາມສ່ຽງ.

ອິນໂດເນເຊຍ ໄດ້ຮັບຜົນກະທົບໜັກທີ່ສຸດ ໂດຍມູນຄ່າຕະຫຼາດຫາຍໄປເຖິງ 115.5 ຕື້ໂດລາ ຮອງລົງມາຄື ໄທ 48.9ຕື້ໂດລາ ຂະນະທີ່ຟີລິບປິນ ແລະ ຫວຽດນາມ ຫຼຸດລົງປະເທດລະ ກວ່າ 16 ຕື້ລ້ານໂດລາ. ກຸ່ມປີໂຕຣເຄມີ ເປັນໜຶ່ງໃນພາກທີ່ໄດ້ຮັບຜົນກະທົບຮຸນແຮງທີ່ສຸດ ໂດຍ Chandra Asri Pacific ບໍລິສັດປີໂຕຣເຄມີລາຍໃຫຍ່ທີ່ສຸດຂອງອິນໂດເນເຊຍ ມູນຄ່າຕະຫຼາດຫຼຸດລົງ 27% ເຫຼືອ 25.2ຕື້ ໂດລາ, ບໍລິສັດ ປຕທ ຂອງໄທຫຼຸດລົງ 12% ເຫຼືອ 3 0ຕື້ໂດລາ ແລະ ບໍລິສັດປູນຊີມັງໄທ ຫຼຸດລົງ 18% ເຫຼືອ 7.1 ຕື້ໂດລາ ເນື່ອງຈາກພົບບັນຫາຈັດຫາວັດຖຸດິບແນຟທາ ແລະ ເອທິລີນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ