Goldman Sachs ຮັກສາເປົ້າລາຄາຄໍາ 5,400 ໂດລາ

07 Apr 2026

ຄລິກແຊຣ໌ 0 Facebook WhatsApp

ເຖິງລາຄາຄໍາປິດທ້າຍເດືອນມີນາ ເຮັດຜົນງານບໍ່ດີທີ່ສຸດໃນຮອບ 17 ປີ ແຕ່ໃນໄລຍະກາງເຖິງທ້າຍປີ 2026 ທະນາຄານຍັກໃຫຍ່ຫຼາຍແຫ່ງຍັງຄົງບໍ່ປ່ຽນແປງ ຄາດການລາຄາຄໍາໃນທ້າຍປີ ໂດຍເຊື່ອວ່າລາຄາຄໍາຍັງຄົງມີປັດໄຈໃຫ້ປັບຂຶ້ນຢູ່.

ທະນາຄານໂກລແມນ ແຊກ (Gold man Sachs) ຍັງຄາດການລາຄາຄໍາໃນທ້າຍປີນີ້ເອົາໄວ້ທີ່ລະດັບ 5,400 ໂດລາຕໍ່ອອນ ໂດຍໃຫ້ເຫດຜົນວ່າບັນດາທະນາຄານກາງທົ່ວໂລກຍັງຄົງເດີນໜ້າຊື້ຄໍາສໍາຮອງ ແລະ ຍັງຄົງຄາດການເກົ່າວ່າເຟດ ຈະຫຼຸດດອກເບ້ຍ 2 ຄັ້ງໃນປີນີ້.

ທ່ານ ລີນາ ໂທມັສ ແລະ ທ່ານ ດານ ສະໄຕຣເວນ ນັກວິເຄາະຂອງໂກລແມນແຊກ ເບິ່ງວ່າ: ລາຄາຄໍາຍັງຄົງປະເຊີນຄວາມສ່ຽງຂາລົງດ້ານຍຸດທະສາດ ໃນໄລຍະສັ້ນ ແລະ ອາດຫຼຸດລົງຕໍ່າເຖິງ 3,800 ໂດລາຕໍ່ອອນ ຫາກແຮງກະທົບດ້ານອຸປະທານພະລັງງານຮຸນແຮງຂຶ້ນ ຢ່າງໃດກໍຕາມ ໂອກາດດ້ານຂາຂຶ້ນຍັງວິໄນສໍາຄັນ ຫາກສະຖານະການໃນຕາເວັນອອກກາງເລັ່ງໃຫ້ເກີດການກະຈາຍການລົງທຶນອອກຈາກສິນຊັບຕາເວັນຕົກແບບດັ້ງເດີມ.

ທັງນີ້, ລາຄາຄໍາຫຼຸດລົງ 13% ນັບຕັ້ງແຕ່ສົງຄາມເລີ່ມແຮງຂຶ້ນ ເມື່ອໜຶ່ງເດືອນກ່ອນ ຫຼັງການປັບຕົວລົງຂອງຕະຫຼາດຫຸ້ນ ບີບໃຫ້ນັກລົງທຶນຕ້ອງຂາຍສິນຊັບເພື່ອຖືເງິນສົດ ແລະ ຕະຫຼາດເລີ່ມສະທ້ອນທ່າອ່ຽງນະໂຍບາຍການເງິນທີ່ເຄັ່ງຕຶງຫຼາຍຂຶ້ນ.

ຢ່າງໃດກໍຕາມ, ຕະຫຼາດກໍາລັງປັບລາຄາຫຼາຍເກີນໄປ ໂດຍສະທ້ອນການໃຫ້ນໍ້າໜັກຕໍ່ເງິນເຟີ້ຫຼາຍກວ່າຜົນກະທົບດ້ານການເຕີບໂຕ ແຕ່ນັກວິເຄາະລະບຸວ່າໃນອະດີດຄວາມກັງວົນດ້ານການເຕີບໂຕມັກກາຍເປັນປັດໄຈຫຼັກໃນທ້າຍທີ່ສຸດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ