ມອບ-ຮັບໜ້າທີ່ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນະຄອນຫຼວງວຽງຈັນ

06 Apr 2026

ຄລິກແຊຣ໌ 0 Facebook WhatsApp

ພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນະຄອນຫຼວງ ວຽງຈັນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຂຶ້ນວັນທີ 31 ມີນາ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນກຽດເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ .

ໃນພິທີ ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນນະຄອນຫຼວງວຽງຈັນໄດ້ລາຍງານກ່ຽວກັບການຈັດຕັັ້ງປະຕິບັດວຽກງານການນໍາພາ-ຊີ້ນໍາ ຂອງຫ້ອງການຄະນະກໍາມະການສົົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນວ ໃນໄລຍະຜ່ານມາ ແລະ ທິດທາງສືບຕໍ່ໃນຕໍ່ໍ່ໜ້າ ໂດຍໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນເປັນຕົ້ນການລົງທຶນກິດຈະການສໍາປະທານ ແລະ ກິດຈະການຄວບຄຸມມີ 78 ໂຄງການ ໃນນັ້ນໄດ້ເຊັນສັນຍາສໍາປະທານແລ້ວ 40 ໂຄງການ ມູນຄ່າການລົງທຶນ 776 ລ້ານໂດລາ ມີເນື້ອທີ່ສໍາປະທານ 496 ເຮັກຕາ ແລະ ມີບົດບັນທຶກຄວາມເຂົ້າໃຈ (MOU) 38 ໂຄງການ ແລະ ໄດ້ອອກໃບອະນຸຍາດລົງທຶນທັງໝົດ 217 ໃບ ຄົ້ນຄວ້າສ້າງໂຄງການໃນບັນຊີຮຽກການລົງທຶນຢູ່ນະຄອນຫຼວງວຽງຈັນ (ປີ 2021–2025) ລວມທັງໝົດມີ 38 ໂຄງການ ຄາດຄະເນມູນຄ່າການລົງທຶນທັງໝົດ 10,678.98 ຕື້ກີບ ແລະ ອື່ນໆ ພ້ອມນັ້ນກໍໄດ້ຍົກໃຫ້ເຫັນຂໍ້ຄົງຄ້າງ ແລະ ແຜນການໃນຕໍ່ໜ້າທີ່ຈະຕ້ອງປັບປຸງແກ້ໄຂ.

ຈາກນັ້ນ, ໃນພິທີຕາງໜ້າຄະນະຈັດຕັ້ງ ນວ ໄດ້ໄດ້ຜ່ານຂໍ້ຕົກລົງ ເລກທີ  08/ຄປນວ ວ່າດ້ວຍການຍົກຍ້າຍພະນັກງານນຳພາຄຸ້ມຄອງໂດຍໄດ້ຍົກຍ້າຍທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນວ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ສະພາປະຊາຊົນ ນະຄອນຫຼວງວຽງຈັນ. ຜ່ານມະຕິຕົກລົງ ເລກທີ 11/ຄປນວ ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນວ ໂດຍໄດ້ແຕ່ງຕັ້ງທ່ານ ທະນົງສິນ ແສງພະວົງ ເປັນຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນວ (ຜູ້ໃໝ່).

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ