ຄະນະກຳມະການແຮງງານແຫ່ງຊາດ ໄດ້ຫາລືປັບປຸງຄ່າແຮງງານຂັ້ນຕ່ຳ ໃຫ້ສອດຄ່ອງກັບສະພາບຄ່າຄອງຊີບປັດຈຸບັນ.
ກອງປະຊຸມຄະນະກຳມະການແຮງງານແຫ່ງຊາດ ຄັ້ງທີ III ໄດ້ປຶກສາຫາລືການປັບປຸງຄ່າແຮງງານຂັ້ນຕ່ຳ ແລະ ແກ້ໄຂບັນຫາແຮງງານຂາດແຄນ ມີຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມສູນກາງສະຫະພັນກໍາມະບານລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ວິໄລ ວົງຂະເສີມ ຮອງປະທານສູນກາງສະຫະພັນກຳມະບານລາວ ແລະ ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.
ນອກນັ້ນ, ຍັງມີຜູ້ແທນຈາກອົງການສາມຝ່າຍ (ລັດຖະບານ, ຜູ້ຕາງໜ້າຜູ້ອອກແຮງງານ ແລະ ຜູ້ຕາງໜ້າຜູ້ໃຊ້ແຮງງານ) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ພົງສະຫວັນ ໄຊໂກສີ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຂຶ້ນລາຍງານຜົນການຄົ້ນຄວ້າໄລຍະຜ່ານມາ ແລະ ທິດທາງການປັບປຸງຄ່າແຮງງານຂັ້ນຕ່ຳສຳລັບປີ 2026 ເພື່ອໃຫ້ແທດເໝາະກັບສະພາບເສດຖະກິດໃນປັດຈຸບັນ ວ່າ: ຍ້ອນສະພາບອັດຕາເງິນເຟີ້ ແລະ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ, ກົມຄຸ້ມຄອງແຮງງານໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຄິດໄລ່ຄ່າແຮງງານຂັ້ນຕ່ຳຄືນໃໝ່ ໂດຍອີງໃສ່ດັດສະນີລາຄາຊົມໃຊ້ ຫຼື CPI ແຕ່ປີ 2018-2025.
ຝ່າຍລັດຖະບານ (ກະຊວງ ຮສສ): ສະເໜີຕົວເລກຄິດໄລ່ຕາມ CPI ເຫັນດີປັບຂຶ້ນເປັນ 2,710,451 ກີບ/ເດືອນ. ຫາກລວມກັບເງິນອຸດໜູນຄ່າຄອງຊີບ 900,000 ກີບ, ຈະເຮັດໃຫ້ ລາຍຮັບລວມຂອງຜູ້ອອກແຮງງານບັນລຸເຖິງ 3,610,451 ກີບ/ເດືອນ.
ຝ່າຍຕົວແທນຜູ້ອອກແຮງງານ (ສູນ ກາງສະຫະພັນກຳມະບານລາວ): ໄດ້ສະເໜີໃຫ້ປັບຂຶ້ນສູງເຖິງ 4,100,000 ກີບ/ເດືອນ ໂດຍອີງໃສ່ການເກັບກຳຂໍ້ມູນຄ່າໃຊ້ຈ່າຍຕົວຈິງໃນທ້ອງຕະຫຼາດ ເພື່ອໃຫ້ກຸ້ມກິນໃນສະພາວະປັດຈຸບັນ.
ຝ່າຍຜູ້ປະກອບການ (ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ): ສະເໜີຕົວເລກພື້ນຖານທີ່ 1,931,680 ກີບ/ເດືອນ. ເມື່ອລວມເງິນອຸດໜູນ 9 ແສນກີບ ຈະເທົ່າກັບ 2,831,680 ກີບ/ເດືອນ ເພື່ອຮັກສາຄວາມສົມດຸນລະຫວ່າງລາຍຮັບກຳມະກອນ ແລະ ຂີດ ຄວາມສາມາດໃນການຈ່າຍຂອງທຸລະກິດ.
ທ່ານຫົວໜ້າກົມຄຸ້ມຄອງແຮງງານ ກ່າວຕື່ມວ່າ: ບາດກ້າວຕໍ່ໄປແມ່ນສະເໜີຜົນການຄົ້ນຄວ້າ ດັ່ງກ່າວຕໍ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອພິຈາລະນາຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ.
ແຮງງານຂັ້ນຕໍ່າປັບປຸງຄັ້ງຫຼ້າສຸດ ແມ່ນຢູ່ທີ່ 1,600,000 ກີບ/ເດືອນ (ໂດຍບໍ່ລວມເງິນອຸດໜູນຕ່າງໆ) ເຊິ່ງເລີ່ມປະຕິບັດນັບແຕ່ວັນທີ 1 ຕຸລາ 2023. ຈາກນັ້ນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການປະຕິບັດເງິນອຸດໜູນຄ່າຄອງຊີບໃຫ້ຜູ້ອອກແຮງງານທີ່ມີລາຍໄດ້ຕໍ່າ ຈຳນວນ 9 ແສນກີບຕໍ່ຄົນຕໍ່ເດືອນ ນັບແຕ່ວັນທີ 1 ຕຸລາ 2024 ລວມຄ່າແຮງງານ ຫລື ເງິນເດືອນຂອງຜູ້ອອກແຮງງານແມ່ນບໍ່ໃຫ້ຕໍ່າກວ່າ 2,500,000 ກີບ.