ທ່າອ່ຽງເສດຖະກິດ ປີ 2026 ປະເຊີນກັບຄວາມທ້າທາຍພໍສົມຄວນ

03 Apr 2026

ຄລິກແຊຣ໌ 0 Facebook WhatsApp

ປີ 2025 ເສດຖະກິດ ສປປ ລາວ ສືບຕໍ່ມີທ່າອ່ຽງດີຂຶ້ນ ສາມາດຂະຫຍາຍຕົວໄດ້ໃນລະດັບ 4.8% ສູງກວ່າປີຜ່ານມາ. ຢ່າງໃດກໍຕາມ ໃນປີ 2026 ນີ້ ຄາດວ່າຈະເປັນອີກປີໜຶ່ງທີ່ຍັງສືບຕໍ່ມີຄວາມທ້າທາຍພໍສົມຄວນ ຈາກສະພາບຄວາມບໍ່ແນ່ນອນຂອງສາກົນ ໂດຍສະເພາະ ບັນຫາຄວາມຂັດແຍ່ງໃນຕາເວັນອອກກາງ ແລະ ຄວາມຂັດແຍ່ງດ້ານການຄ້າ.

ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ ບົດປະເມີນເສດຖະກິດມະຫາພາກ ຂອງ ສປປ ລາວ ປີ 2025 ແລະ ທ່າອ່ຽງ 2026 ຂຶ້ນໃນວັນທີ 27 ມີນາ 2026 ທີ່ຫ້ອງປະຊຸມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົົມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES).

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການສະເໜີ ຜົນການປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ ໃນປີ 2025 ແລະ ທ່າອ່ຽງເສດຖະກິດປີ 2026, ລວມທັງ ຄວາມສ່ຽງ-ສິ່ງທ້າທາຍ ແລະ ບາງມາດຕະການທີ່ຄວນເອົາໃຈໃສ່ໃນການຮັກສາສະຖຽນລະພາບທາງດ້ານເສດຖະກິດຂອງ ສປປ ລາວ ຈາກທ່ານ ນາງ ລັດດາວັນ ຊົງວິໄລ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ.

ສະພາບເສດຖະກິດມະຫາພາກຂອງ ສປປ ລາວ ປະຈຳປີ 2025 ແມ່ນສືບຕໍ່ມີທ່າອ່ຽງດີຂຶ້ນ ສາມາດຂະຫຍາຍຕົວໄດ້ໃນລະດັບ 4.8% ສູງ ກວ່າປີຜ່ານມາ ແລະ ຍັງບັນລຸໄດ້ຕາມແຜນການທີ່ວາງໄວ້. ໃນນັ້ນ, ຂະແໜງການສົ່ງອອກ ຍັງເປັນຕົວຂັບເຄື່ອນຕົ້ນຕໍໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດລາວຄືດັ່ງປີຜ່ານມາ ໂດຍສະເພາະ ການສົ່ງອອກພະລັງງານໄຟຟ້າ, ສິນຄ້າປະເພດອຸດສາຫະກຳ, ກະສິກຳ ແລະ ການທ່ອງທ່ຽວ. ໃນຂະນະດຽວກັນ, ການນຳເຂົ້າສິນຄ້າ ໄດ້ສະລໍຕົວລົງ ຕາມທ່າອ່ຽງຄວາມຕ້ອງການພາຍໃນຈາກການປະຕິບັດນະໂຍບາຍຮັດກຸມທາງດ້ານການເງິນ-ເງິນຕາຂອງລັດຖະບານ. ເຊັ່ນດຽວກັນ, ສະພາບເສດຖະກິດມະຫາພາກ ເຫັນວ່າ ມີສະຖຽນລະພາບດີຂຶ້ນ ເນື່ອງຈາກວ່າອັດຕາເງິນເຟີ້ ໄດ້ຄ່ອຍເລີ່ມສະລໍຕົວລົງ ແລະ ການເໜັງຕີງຂອງອັດຕາແລກປ່ຽນ ມີຄວາມສະຫງົບຂຶ້ນ ຍ້ອນການຈັດຕັ້ງປະຕິບັດຫຼາຍມາດຕະການສຳຄັນຂອງລັດຖະບານ ເຮັດໃຫ້ລາຍໄດ້ຕົວຈິງມີທ່າອ່ຽງເພີ່ມຂຶ້ນ.

ໃນປີ 2026 ນີ້ ຄາດວ່າຈະເປັນອີກປີໜຶ່ງທີ່ຍັງສືບຕໍ່ມີຄວາມທ້າທາຍພໍສົມຄວນ ຈາກສະພາບຄວາມບໍ່ແນ່ນອນຂອງສາກົນ ໂດຍສະເພາະ ບັນຫາສົງຄາມ, ຄວາມຂັດແຍ່ງໃນຕາເວັນອອກກາງ ແລະ ຄວາມຂັດແຍ່ງດ້ານການຄ້າ ເຊິ່ງໄດ້ສົ່ງຜົນກະທົບຕໍ່ເສດຖະກິດໂລກ, ຕ່ອງໂຊ້ການຜະລິດສະບຽງອາຫານ ແລະ ພະລັງງານ ໂດຍສະເພາະລາຄານ້ຳມັນໃນຕະຫຼາດໂລກ ເຮັດໃຫ້ລາຄານໍ້າມັນພາຍໃນປະເທດເພີ່ມຂຶ້ນສູງ ແລະ ມີບັນຫາດ້ານການສະໜອງໃຫ້ຖ່ວງທັນກັບຄວາມຕ້ອງການ.

ສິ່ງທ້າທາຍເຫຼົ່ານີ້ ຄາດວ່າຈະກະທົບເສດຖະກິດມະຫາພາກຂອງລາວ ຢ່າງຫຼີກລ່ຽງບໍ່ໄດ້ ເປັນຕົ້ນ ອັດຕາເງິນເຟີ້, ການເຕີບໂຕຂອງເສດຖະກິດ, ອັດຕາແລກປ່ຽນ, ການຂາດແຄນແຮງງານ ແລະ ພາລະໜີ້ສິນສາທາລະນະ. ຈາກນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ກໍຍັງໄດ້ປະກອບຄໍາເຫັນ ແລະ ແລກປ່ຽນຂໍ້ມູນດ້ານວິຊາການຢ່າງກົງໄປກົງມາ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ