ເງິນເຟີ້ເດືອນມີນາ ເພີ່ມຂຶ້ນແຮງຢູ່ທີ່ 9.7% ປັດໄຈຫຼັກມາຈາກລາຄານໍ້າມັນເຊື້ອໄຟທີ່ປັບຕົວເພີ່ມຂຶ້ນຫຼາຍ ຈາກບັນຫາຄວາມຮຸນແຮງໃນຕາເວັນອອກກາງ.
ອັດຕາເງິນເຟີ້ຂອງ ສປປ ລາວ ໃນສາມເດືອນຕົ້ນປີນີ້ ກັບມາເພີ່ມ ຄວາມໜ້າເປັນຫ່ວງອີກຄັ້ງ ໂດຍໃນເດືອນມີນາ ເງິນເຟີ້ເພີ່ມຂຶ້ນເຖິງ 9.7% ຈາກລະດັບ 6.2% ໃນເດືອນກຸມພາ ແລະ 5.1% ໃນເດືອນມັງກອນ ເຊິ່ງສ້າງແຮງກົດດັນຕໍ່ເປົ້າໝາຍການຄວບຄຸມອັດຕາເງິນເຟີ້ປີ2026 ໃຫ້ຢູ່ໃນລະດັບບໍ່ເກີນ5% ຂອງລັດຖະບານ.
ອີງຕາມບົດລາຍງານ ສະພາບອັດຕາເງິນເຟີ້ ເດືອນມີນາ 2026 ຂອງສູນສະຖິຕິແຫ່ງຊາດ ກະຊວງການເງິນ ໃຫ້ຮູ້ວ່າ: ອັດຕາເງິນເຟີ້ ຂອງ ສປປ ລາວ ເດືອນມີນາ 2026 ແມ່ນສືບຕໍ່ເພີ່ມຂຶ້ນຈາກເດືອນຜ່ານມາ ມາຢູ່ທີ່ລະດັບ 9.7%.
ໃນນີ້ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 18.1%
ຫມວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມ ເພີ່ມຂຶ້ນ 17.2%
ຫມວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 13.9%
ຫມວດການສຶກສາ ເພີ່ມຂຶ້ນ 12.2%
ຂະນະທີ່ຫມວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 39.8% ຕົ້ນຕໍແມ່ນລາຄາຄໍາ.
ພ້ອມກັນນັ້ນ, ເມື່ອສົມທຽບລະດັບການປ່ຽນແປງລາຄາສິນຄ້າກັບເດືອນກຸມພາຜ່ານມາ ກໍ່ເຫັນວ່າສືບຕໍ່ເພີ່ມຂຶ້ນ 3.2%. ໃນນິ້ຫມວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 14.6%, ພົ້ນເດັ່ນ ແມ່ນ ລາຄານໍ້າມັນເຊື້ອໄຟ, ຄ່າປີ້ຍົນ, ຄ່າໂດຍສານເພີ່ມຂຶ້ນ 99.7%, 32.9%, 29.4% ຕາມລໍາດັບ.
ສໍາລັບ ອັດຕາເງິນເຟີ້ໄຕມາດ 1 ປີ 2026 ຢູ່ໃນລະດັບ 7.0% (ໄຕມາດ 1 ປີ 2025 ແມ່ນ 13.1%). ໃນ ນັ້ນ, ຫມວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 21.8%, ຫມວດຮັກສາສຸຂະພາບ ແລະ ຢາ ເພີ່ມ ຂຶ້ນ 13.5%.
ສາເຫດຕົ້ນຕໍຂອງອັດຕາເງິນເຟີ້ ໃນເດືອນ ມີນາ 2026 ເພີ່ມຂຶ້ນສູງແມ່ນມາຈາກສະພາບ ຄວາມບໍ່ສະຫງົບຢູ່ຕາເວັນອອກກາງ ເຊິ່ງສ້າງຜົນກະທົບຕໍ່ແຫຼ່ງການຜະລິດ ແລະ ການຂົນສົ່ງ ນໍ້າມັນເຊື້ອໄຟ ເຮັດໃຫ້ມີການປັບລາຄາ ຂຶ້ນສູງ ທັງຢູ່ຕະຫຼາດສາກົນ ແລະ ພາຍໃນເຊັ່ນ:
ນໍ້າມັນຕະຫຼາດສາກົນ: ລາຄານໍ້າມັນດິບ ປະເທດອັງກິດ (Brent) ໄດ້ປັບເພີ່ມຂຶ້ນຈາກ 72.48 ໂດລາ/ບາເຣວ ໃນທ້າຍເດືອນກຸມພາ 2026 ມາເປັນ 99.94 ໂດລາ/ບາເຣວ ໃນວັນທີ 21 ມີນາ 2026 (ເພີ່ມຂຶ້ນ 31.9%), ນໍ້າມັນດິບຕະຫຼາດອາເມລິກາ (WTI) ໄດ້ປັບຈາກ 67.02 ໂດລາ/ບາເຣວ ມາເປັນ 88.13 ໂດ ລາ/ບາເຣວ (ເພີ່ມຂຶ້ນ 31.5%), ສ່ວນນໍ້າມັນຕະຫຼາດຕາເວັນອອກກາງ (Dudai) ໄດ້ປັບຈາກ 74.85 ໂດລາ/ບາເຣວ ມາເປັນ 111.67 ໂດລາ/ບາເຣວ (ເພີ່ມຂຶ້ນ 49.2%).
ສ່ວນລາຄານໍ້າມັນສໍາເລັດຮູບຕະຫຼາດສິງກະໂປ ໄດ້ປັບຂຶ້ນເຊັ່ນກັນໃນໄລຍະດັ່ງກ່າວເຊັ່ນ ນໍ້າມັນແອັດຊັງພິເສດໄດ້ປັບຈາກ 82.09 ໂດລາ/ບາເຣວ ເປັນ 170.52 ໂດລາ/ບາເຣວ (ເພີ່ມຂຶ້ນ 107.7%), ນໍ້າມັນແອັດຊັງທໍາມະດາໄດ້ປັບຈາກ 79.63 ໂດລາ/ ບາເຣວ ມາເປັນ 157.2 ໂດລາ/ບາເຮວ (ເພີ່ມຂຶ້ນ 97.4%) ແລະ ນໍ້າມັນກາຊວນໄດ້ປັບຂຶ້ນຈາກ 92.88 ໂດລາ/ບາເຣວ ມາເປັນ 242.91 ໂດລາ/ບາເຮວ (ເພີ່ມຂຶ້ນ161.1%).
ລາຄານໍ້າມັນເຊື້ອໄຟພາຍໃນປະເທດ: ໃນເດືອນ ມີນາ 2026 (ວັນທີ 1 ຫາ 24) ມີການປັບລາຄານໍ້າມັນເຊື້ອໄຟ 8 ຄັ້ງ. ໃນນັ້ນ, ປັບຂຶ້ນ 7 ຄັ້ງ ແລະ ປັບລົງ 1 ຄັ້ງ ເຊິ່ງເມື່ອສັງເກດລາຄານໍ້າມັນຈາກທ້າຍເດືອນ ກຸມພາ ຫາກາງເດືອນມີນາ ນໍ້າມັນກາຊວນໄດ້ປັບຈາກ 20,264 ກີບ/ລິດ ມາເປັນ 42,684 ກີບ/ລິດ (ເພີ່ມຂຶ້ນ 110.6%); ແອັດຊັງທໍາມະດາ ປັບຈາກ 22,664 ກີບ/ລິດ ມາເປັນ 40,384 ກີບ/ລິດ (ເພີ່ມ ຂຶ້ນ 80.2%).
ພ້ອມກັນນັ້ນ, ມີບາງລາຄາສິນຄ້າໄດ້ປັບຂຶ້ນຕາມການເພີ່ມຂຶ້ນ ຂອງຕົ້ນທຶນການຂົນສົ່ງ ເຊັ່ນ: ນໍ້າດື່ມ, ລາຄາປີ້ຍົນ. ເຖິງຢ່າງໃດກໍ່ຕາມ, ສະຖຽນລະພາບຂອງເງິນກີບໃນປະຈຸບັນ ຍັງສາມາດຢັບຢັ້ງຫຼືຊ່ວຍບໍ່ໃຫ້ລາຄາສິນຄ້ານໍາ ເຂົ້າມີຄວາມກົດດັນຈາກເບື້ອງອັດຕາແລກປ່ຽນຫຼາຍ. ໂດຍອັດຕາແລກປ່ຽນຢູ່ ສປປ ລາວ ມີການປ່ຽນແປງພຽງ ເລັກນ້ອຍຄື: ອັດຕາແລກປ່ຽນເງິນກີບທຽບກັບໂດລາຈາກ 21,564 ກີບ/ໂດລາ ໃນເດືອນມັງກອນ ເປັນ 21,393 ກີບ/ໂດລາ ໃນເດືອນກຸມພາ ແລະ ມາເປັນ 21.476 ກີບ/ໂດລາ (ໃນໄລຍະ ວັນທີ 1-24 ຂອງເດືອນ ມີນາ 2026). ສ່ວນອັດຕາແລກປ່ຽນເງິນກີບທຽບກັບບາດແມ່ນ ຈາກ 687 ກີບ/ບາດ ໃນເດືອນມັງກອນ ເປັນ 681 ກີບ/ບາດ ໃນເດືອນກຸມພາ ແລະ ມາເປັນ 680 ກີບ/ບາດ.