ໃນໂລກທຸລະກິດຍຸກໃໝ່ ອົງກອນບໍ່ໄດ້ຖືກປະເມີນຜົນງານພຽງແຕ່ໃນດ້ານຜົນກຳໄລ ຫຼື ເປີເຊັນດ້ານການເງິນເທົ່ານັ້ນ ແຕ່ຍັງຖືກປະເມີນຈາກຄວາມອາດສາມາດໃນການຄຸ້ມຄອງບໍລິຫານ ທີ່ມີປະສິດທິພາບ, ມີຄຸນນະພາບ, ປອດໃສ ໃນໄລຍະຍາວ ທີ່ພົບພັນໂດຍກົງກັບເສດຖະກິດ, ສັງຄົມ ແລະ ສະພາບແວດລ້ອມອ້ອມຂ້າງອົງກອນ. ສະນັ້ນ ການບໍລິຫານຈັດການອົງກອນໃນໄລຍະໃໝ່ ຈຶ່ງຈຳເປັນຕ້ອງສ້າງລະບົບ ເຄື່ອງມືທີ່ສາມາດເຊື່ອມໂຍງເປົ້າໝາຍຍຸດທະສາດຂອງອົງກອນ ໃຫ້ເຂົ້າກັບພຶດຕິກຳ ແລະ ຜົນງານຕົວຈິງຂອງບຸກຄະລາກອນ. ໜຶ່ງໃນເຄື່ອງມືທີ່ສຳຄັນທີ່ສຸດກໍຄື: ລະບົບປະເມີນຜົນງານ (Performance Evaluation System) ຊຶ່ງລະບົບນີ້ ບໍ່ພຽງແຕ່ນຳໃຊ້ປະເມີນຕີລາຄາຜົນງານຂອງພະນັກງານ ແຕ່ຍັງເປັນກົນໄກສຳຄັນໃນການກຳນົດທິດທາງພຶດຕິກຳອົງກອນ ຖ້າວ່າລະບົບປະເມີນຜົນງານຖືກອອກແບບມາຖືກຕ້ອງເໝາະສົມ ກໍຈະຊ່ວຍສ້າງວັດທະນະທຳອົງກອນ ໃຫ້ມີມາດຕະຖານ, ຍຸຕິທຳ ແລະ ເຮັດໃຫ້ອົງກອນເຂັ້ມແຂງ, ມີ ຄວາມໂປ່ງໃສ, ຕີຖອຍສະພາບລະແວງສົງໃສ, ສະທ້ອນໃຫ້ເຫັນຜົນງານຕົວຈິງ, ສ້າງແຮງຈູງໃຈ ແລະ ສະໜັບສະໜູນການພັດທະນາອົງກອນໃຫ້ຍືນຍົງໄດ້.
ລະບົບປະເມີນຜົນງານ (Performance Evaluation System) ແມ່ນເຄື່ອງມືສໍາຄັນອັນໜຶ່ງ ໃນການບໍລິຫານຊັບພະຍາກອນມະນຸດ ຊ່ວຍໃຫ້ອົງກອນສາມາດຕິດຕາມ, ກວດສອບ ແລະ ພັດທະນາຄວາມອາດສາມາດຂອງພະນັກ ງານໄດ້ຢ່າງເປັນລະບົບ, ຖ້າອົງກອນມີລະບົບການປະເມີນຜົນງານທີ່ດີ ຈະສາມາດເພີ່ມປະສິດທິພາບໃນການເຮັດວຽກ, ສ້າງຄວາມເປັນທຳ ແລະ ມີມາດຕະຖານ ດັ່ງມີຄວາມໝາຍສຳຄັນ ດັ່ງນີ້:
“ລະບົບປະເມີນຜົນງານ (Performance Evaluation System) ໝາຍເຖິງ ຂະບວນການທີ່ອົງກອນໃຊ້ໃນການຕິລາຄາປະເມີນວັດແທກຜົນການເຮັດວຽກຂອງພະນັກງານ ໂດຍສົມທຽບຜົນການເຮັດວຽກກັບເປົ້າໝາຍ ຫຼື ມາດຕະຖານທີ່ກຳນົດໄວ້ ເພື່ອປະເມີນປະສິດທິພາບ, ຄວາມສາມາດ ແລະ ແນວຄິດ, ທັດສະນະພຶດຕິກຳໃນການເຮັດວຽກຂອງພະນັກງານ”.
ນັກວິຊາການດ້ານການບໍລິຫານຊັບພະຍາກອນມະນຸດຊື່ Gary Dessler ໄດ້ອະທິບາຍວ່າ: “ການປະເມີນຜົນງານ ແມ່ນຂະບວນການທີ່ອົງກອນໃຊ້ໃນການປະເມີນ ແລະ ປັບປຸງຜົນການປະຕິບັດງານຂອງພະນັກງານ ເພື່ອໃຫ້ສອດຄ່ອງກັບເປົ້າໝາຍຂອງອົງກອນ.”
Stephen P. Robbins ໄດ້ອະທິບາຍວ່າ: “ການປະເມີນຜົນງານແມ່ນເຄື່ອງມືທີ່ສຳຄັນ ທີ່ຊ່ວຍໃຫ້ຜູ້ບໍລິຫານສາມາດໃຫ້ຂໍ້ມູນຄຳເຫັນຕຳນິຕິຊົມ (Feedback) ກັບພະນັກງານ ແລະ ຊ່ວຍໃນການຕັດສິນໃຈດ້ານການພັດທະນາ, ການເລື່ອນຕຳແໜ່ງ ຫຼື ການໃຫ້ຂອງຂັວນຮາງວັນ ເປັນຕົ້ນ.”
1. ການປະເມີນຜົນງານມີຄວາມສໍາຄັນ ເຊິ່ງສະແດງອອກດັ່ງນີ້:
1) ຊ່ວຍເພີ່ມປະສິດທິພາບໃນການເຮັດວຽກ: ການປະເມີນຜົນງານ ຊ່ວຍໃຫ້ພະນັກງານທຸກຄົນເຂົ້າໃຈເປົ້າໝາຍຂອງອົງກອນ ແລະ ສິດໜ້າທີ່ຂອງຕົນເອງຢ່າງຈະແຈ້ງ. ຖ້າພະນັກງານຮູ້ວ່າ ຜົນງານຂອງຕົນເອງຈະຖືກພິຈາລະ ນາ ປະເມີນຕາມລະບຽບຫລັກການທີ່ກຳນົດ ກໍຈະເກີດແຮງຈູງໃຈໃນການພັດທະນາການເຮັດວຽກໄດ້ດີຂຶ້ນ.
2) ສ້າງຄວາມເປັນທຳ-ໂປ່ງໃສໃນອົງກອນ: ການມີລະບົບປະເມີນຜົນງານທີ່ຈະແຈ້ງ ແລະ ໂປ່ງໃສ ຈະຊ່ວຍສ້າງແຮງຈູງໃຈໃຫ້ພະນັກງານເຮັດວຽກໄດ້ດີຂຶ້ນ, ໃນນັ້ນ ພະນັກງານຄົນໃດ ທີ່ມີຜົນງານດີເດັ່ນ ຄວນໄດ້ຮັບການຍອມຮັບຍ້ອງຍໍສັນລະເສີນຢ່າງພາວະວິໄສ ເຊັ່ນ: ການເລື່ອນຕຳແໜ່ງ, ການເພີ່ມນະໂຍບາຍ ຫຼື ເງິນເດືອນ, ເງິນໂບນັດ, ການຍ້ອງຍໍ ເປັນຕົ້ນ. ເມື່ອພະນັກງານເຫັນຄວາມພະຍາຍາມຂອງຕົນໄດ້ຮັບການຍອມຮັບແລ້ວ ພວກເຂົາຈະມີແຮງຈູງໃຈໃນການສ້າງສາພັດທະນາຕົນເອງ ແລະ ອົງກອນຢ່າງຕໍ່ເນື່ອງ ພ້ອມທັງເປັນການຫຼຸດຜ່ອນບັນຫາຫາງສຽງ, ການສົມທຽບຊັ່ງຊາ, ລະແວງສົງໄສ ແລະ ຄວນຕີຖອຍຢ່າງເດັດຂາດ ຕໍ່ທັດສະນະແນວຄິດ ພຶດຕິກຳການປະເມີນຜົນງານພະນັກງານ ແບບບໍ່ສັດຊື່ທ່ຽງທຳ, ບໍ່ມີລະບຽບຫລັກການ ແລະ ບໍ່ອີງໃສ່ຫຼັກຖານຜົນງານຕົວຈິງ ເພື່ອມາອ້າງອີງ, ຕັດສິນຮັບຮອງການປະເມີນຜົນງານ.
3) ຊ່ວຍພັດທະນາຄວາມອາດສາມາດຂອງພະນັກງານ: ຜົນການປະເມີນທີ່ຖືກຕ້ອງຍຸຕິທໍານັ້ນ ສາມາດນໍາໃຊ້ເປັນຂໍ້ມູນສຳຄັນໃນການວາງແຜນພັດທະນາບຸກຄະລາກອນ ເຊັ່ນ: ພະນັກງານຄົນໃດມີຈຸດແຂງ-ຈຸດອ່ອນດ້ານໃດ?, ພະນັກງານຄວນພັດທະນາທັກສະດ້ານໃດເພີ່ມເຕີມ? ຊຶ່ງຂໍ້ມູນເຫຼົ່ານີ້ສາມາດນຳໄປໃຊ້ໃນການ: ວາງແຜນການຝຶກອົບຮົມ, ການພັດທະນາຜູ້ນໍາ, ການພັດທະນາທັກສະ ແລະ ການວາງແຜນທາງດ້ານອາຊີບ ຕະຫຼອດຮອດການຫຼຸດຜ່ອນການອອກວຽກ ແລະ ການວາງແຜນສືບທອດປ່ຽນແທນພະນັກງານໃນອະນາຄົດ.
4) ຊ່ວຍສະໜັບສະໜູນການວາງແຜນຍຸດທະສາດຂອງອົງກອນ: ອົງກອນທຸລະກິດ ມີຂໍ້ມູນກ່ຽວກັບຄວາມອາດສາມາດ ແລະ ຜົນງານຂອງພະນັກງານຢ່າງຈະແຈ້ງ ຜູ້ບໍລິຫານສາມາດໃຊ້ຂໍ້ມູນດັ່ງກ່າວວາງແຜນຍຸດທະສາດ ແລະ ພັດທະນາອົງກອນໄດ້ຕາມແຜນທີ່ກຳນົດໄວ້ໄດ້ຢ່າງມີຄຸນນະພາບ ແລະ ມີປະສິດທິຜົນ. ຕົວຢ່າງ ຖ້າອົງກອນຕ້ອງການເນັ້ນການບໍລິການລູກຄ້າ ລະບົບປະເມີນຜົນງານ ອາດຈະກຳນົດເຄື່ອງມື ຫຼື ມາດຕະຖານວັດແທກ ເຊັ່ນ: ປະເມີນຈາກລະດັບຄວາມເພິ່ງພໍໃຈຂອງລູກຄ້າ, ຄວາມວ່ອງໄວໃນການໃຫ້ບໍລິການ, ການແກ້ໄຂບັນຫາໃຫ້ລູກຄ້າ…, ຖ້າພະນັກງານ ຖືກປະເມີນຈາກມາດຕະຖານດັ່ງກ່າວ ພວກເຂົາຈະໃຫ້ຄວາມສຳຄັນກັບການບໍລິການລູກຄ້າຫຼາຍຂຶ້ນ.
2. ການປະເມີນຜົນງານທີ່ມີປະສິດທິພາບ ສະແດງອອກດັ່ງນີ້:
1) ມີຄວາມຈະແຈ້ງ (Clarity): ຫຼັກເກນການປະເມີນ ຄວນຈະແຈ້ງ, ເຂົ້າໃຈງ່າຍ ແລະ ສາມາດປະເມີນຜົນໄດ້ ເຊັ່ນ: ຍອດຂາຍ, ໄລຍະເວລາໃນການດຳເນີນງານ, ຄຸນນະພາບຂອງວຽກ, ການປະຕິບັດລະບຽບຂອງອົງກອນ ແລະ ຜົນງານຕົວຈິງ. ໃນນັ້ນ ຖ້າຫຼັກເກນການປະເມີນບໍ່ຈະແຈ້ງ ພະນັກງານອາດຈະບໍ່ເຂົ້າໃຈວ່າ ຈະຕ້ອງເຮັດຫຍັງແດ່ ຈຶ່ງຈະປະສົບຜົນສຳເລັດ.
2) ມີຄວາມຍຸຕິທຳ (Fairness): ລະບົບປະເມີນຜົນງານຕ້ອງມີຄວາມຍຸຕິທຳ ແລະ ປາສະຈາກອະຄະຕິ ເຊັ່ນ: ທ່ຽງທຳບໍ່ເລືອກປະຕິບັດຕາມໃຈ, ບໍ່ໃຊ້ອາລົມສ່ວນຕົວໃນການປະເມີນ, ນຳໃຊ້ຂໍ້ມູນຫຼັກຖານຕົວຈິງໃນການພິຈາລະນາຕັດສິນໃຈ ເປັນຕົ້ນ. ສະນັ້ນ ຄວາມຍຸຕິທຳ ເປັນປັດໄຈສຳຄັນ ທີ່ເຮັດໃຫ້ພະນັກງານ ເຊື່ອໝັ້ນຕໍ່ລະບົບການບໍລິຫານຂອງອົງກອນ.
3) ມີການໃຫ້ຄຳແນະນຳເປັນປົກກະຕິ (Continuous Feedback): ອົງກອນທີ່ມີປະສິດທິພາບ ຈະບໍ່ລໍຖ້າໃຫ້ຮອດໄລຍະການປະເມີນຜົນງານໃນທ້າຍປີ ຈຶ່ງຈະແນະນຳຕັກເຕືອນບອກສອນພະນັກງານ ແຕ່ຈະມີການໃຫ້ຄຳແນະນຳ ກໍ່ສ້າງ ຫຼື ຂໍ້ສະເໜີຕ່າງໆ ເປັນປົກກະຕິ ເຊັ່ນ: ປະຊຸມຕິດຕາມຜົນງານແຕ່ລະເດືອນ, ການຖືກສອນວຽກ (Coaching) ຈາກເພື່ອຮ່ວມງານທີ່ມີບົດຮຽນປະສົບການສູງກວ່າ ແລະ ການແລກປ່ຽນສົນທະນາ ເພື່ອການພັດທະນາ ເປັນຕົ້ນ.
4) ການປະເມີນຜົນງານຕ້ອງມີເຄື່ອງມື: ເຊັ່ນປະເມີນຈາກຂໍ້ມູນຫລັກຖານຜົນງານຕົວຈິງ ແລະ ເຄື່ອງມື KPI (Key Performance Indicators); Balance Scorecard, OKR (Objectives and Key Results), HR Software ແລະ Digital Performance management… ເພື່ອຊ່ວຍໃຫ້ການປະເມີນວ່ອງໄວ, ຈະແຈ້ງ ແລະ ໂປ່ງໃສ.
ເຖິງແມ່ນວ່າ ລະບົບການປະເມີນຜົນງານໃນແຕ່ລະໄລຍະ ຈະມີຄວາມສຳຄັນກໍຕາມ ແຕ່ຫຼາຍອົງກອນ ປາສະຈາກບໍ່ໄດ້ໃນບາງບັນຫາ ດັ່ງນີ້:
1) ການປະເມີນແບບບໍ່ຍຸຕິທຳ (Bias): ຜູ້ບໍລິຫານອົງກອນ ປະເມີນຜົນງານພະນັກງານຕາມຄວາມຮູ້ສຶກສ່ວນຕົວຫຼາຍກວ່າ ເຊັ່ນ: ຍິນດີຍອມຮັບ ຫຼື ຖືກໃຈກັບພະນັກງານບາງຄົນ, ໃຫ້ຄະແນນກັບພະນັກງານ ທີ່ສະໜິດສະໜົມລຶ້ງເຄີຍກັນ ເປັນຕົ້ນ.
2) ປະເມີນຜົນງານບໍ່ປົກກະຕິຕໍ່ເນື່ອງ: ການປະເມີນຜົນງານປີລະຄັ້ງ ຫຼື ບໍ່ຕໍ່ເນື່ອງ ອາດເຮັດໃຫ້ພະນັກງານ ບໍ່ໄດ້ຮັບ ຄໍາແນະນໍາໃນການປັບປຸງການເຮັດວຽກທັນສະພາບ ແລະ ແຜນການທີ່ກຳນົດໄວ້, ອາດມີຜົນຕໍ່ການຕິດຕາມຜົນ ງານ ບໍ່ເປັນປົກກະຕິ.
3) ລະບຽບ-ຫຼັກການຂອງການປະເມີນບໍ່ຈະແຈ້ງ ແລະ ບໍ່ສອດຄ່ອງ: ຖ້າຂະບວນການ ແລະ ຫຼັກການຕີລາຄາປະເມີນຜົນງານບໍ່ຈະແຈ້ງ ແລະ ບໍ່ຖືກຕ້ອງສອດຄ່ອງແລ້ວ ພະນັກງານຈະຮູ້ສຶກວ່າ ລະບົບການປະເມີນບໍ່ຍຸຕິທຳ, ອົງກອນອາດຈະບໍ່ມີຄວາມສາມັກຄີພາຍໃນ ແລະ ໃນອະນາຄົດພະນັກງານ ຜູ້ທີ່ດີທີ່ເກັ່ງ ອາດຈະລາອອກວຽກກໍເປັນໄດ້. ນອກນັ້ນ ບາງອົງກອນ ຫຼັກການປະເມີນບໍ່ຈະແຈ້ງ ບໍ່ປະຕິບັດຕາມເປົ້າໝາຍ ເຄື່ອງມືວັດແທກ (KPI ຫຼື OKR) ຫຼື ພຶດຕິກຳຕົວຈິງ ເຮັດໃຫ້ຜູ້ບໍລິຫານ ບໍ່ກ້າຕັດສິນ ຍ້ອນບໍ່ໝັ້ນໃຈວ່າ ຄຳເຫັນຂອງຕົນບໍ່ມີນໍ້າໜັກຖືກຕ້ອງພຽງພໍ ຫຼື ບໍ່ ເຊັ່ນ: ຖ້າໃຫ້ຄະແນນຕໍ່າ ອາດຈະໄດ້ອະທິບາຍຊີ້ແຈ້ງເຫດຜົນຫຼາຍຂຶ້ນ, ລະບົບການປະເມີນຜົນງານ ບໍ່ຈະແຈ້ງເທົ່າທີ່ຄວນ ແລ້ວໃຫ້ຄະແນນຜົນປະເມີນລະດັບປານກາງທົ່ວໄປ ເປັນຕົ້ນ.
4) ຢ້ານເສຍຄວາມສຳພັນ: ຜູ້ບໍລິຫານຫຼາຍອົງກອນ ຮູ້ດີວ່າການມີຄໍາເຫັນຕີລາຄາຜົນງານໃນດ້ານລົບ ບາງຄັ້ງອາດເຮັດໃຫ້ລູກນ້ອງ ຫຼື ເພື່ອນຮ່ວມງານ ບໍ່ພໍໃຈໄດ້, ໂດຍສະເພາະໃນວັດທະນະທຳອົງກອນ ທີ່ໃຫ້ຄວາມສຳຄັນກັບການຈົ່ງຈຽມ (ເກງໃຈກັນຫຼາຍກວ່າກ້າຫານແລກປ່ຽນສົ່ງຂ່າວຢ່າງສ້າງສັນ) ຜູ້ບໍລິຫານອົງກອນ ຕ້ອງການເລືອກຈະບໍ່ເວົ້າຄວາມຈິງທັງໝົດ ເພື່ອຮັກສາຄວາມສຳພັນໄວ້ ສະແດງອອກຄື: ບໍ່ຕ້ອງການໃຫ້ເສຍບັນຍາກາດໃນທີມ, ຢ້ານລູກນ້ອງໝົດກຳລັງໃຈ ແລະ ຈະລາອອກວຽກ ເປັນຕົ້ນ.
5) ວັດທະນະທຳອົງກອນບໍ່ສະໜັບສະໜູນຄວາມຄິດເຫັນແບບກົງໄປກົງມາ: ໃນອົງກອນທີ່ມີວັດທະນະທໍາຫຼົບຫຼີກຂໍ້ຂັດແຍ່ງ (Conflict Avoidance Culture) ຊຶ່ງການແລກປ່ຽນເວົ້າກົງໄປກົງມາ ອາດຖືກຕີລາຄາວ່າ: “ເວົ້າແຮງ” ຫຼື “ໃຈຮ້າຍ” ເຮັດໃຫ້ຜູ້ບໍລິຫານຮຽນຮູ້ວ່າ ເວົ້າຫຼາຍອາດຈະບໍ່ເໝາະສົມ ອາດຖືກກະທົບກັບຄືນ ແລະ ເລືອກທີ່ຈະຢູ່ໃນຂອບເຂດທີ່ປອດໄພຫຼາຍກວ່າ.
ສະຫຼຸບ: ປະສິດທິພາບການປະເມີນຜົນງານ ແມ່ນລະບົບ ຫຼື ເຄື່ອງມືສຳຄັນໃນການບໍລິຫານຊັບພະຍາກອນມະນຸດຂອງອົງກອນ, ມີລະບົບທີ່ດີເໝາະສົມ ບໍ່ພຽງແຕ່ຈະຊ່ວຍປະເມີນຜົນການເຮັດວຽກຂອງພະນັກງານເທົ່ານັ້ນ ແຕ່ຍັງຊ່ວຍເພີ່ມທະວີສ້າງແຮງຈູງໃຈ, ພັດທະນາຊັບພະຍາກອນມະນຸດ ແລະ ສະໜັບສະໜູນໃຫ້ອົງກອນບັນລຸເປົ້າໝາຍຍຸດທະສາດໄດ້. ອົງກອນໃດ ທີ່ສາມາດອອກແບບລະບົບປະເມີນຜົນງານທີ່ຈະແຈ້ງ, ຍຸຕິທຳ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບຫຼັກການ ຈະສາມາດສ້າງວັດທະນະທຳຂອງການເຮັດວຽກທີ່ເຂັ້ມແຂງ ມີມາດຕະຖານເປັນລະບົບ ແລະ ເຮັດໃຫ້ອົງກອນກ້າວໜ້າຂະຫຍາຍຕົວໄດ້ໃນປັດຈຸບັນ ກໍຄືອະນາຄົດ. ເວົ້າໄດ້ວ່າ: “ການປະເມີນຜົນງານທີ່ດີມີປະສິດທິພາບ ບໍ່ແມ່ນເຄື່ອງມືໃນການຕັດສິນຄົນ ແຕ່ເປັນເຄື່ອງມືໃນການພັດທະນາຄົນ ແລະ ພັດທະນາອົງກອນໄປພ້ອມກັນ”.