ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກ ຫົວໜ້າ ຫ້ອງວ່າການສໍານັກງານປະທານປະເທດ ລະຫວ່າງ ທ່ານ ນາງ ເຂັມມະນີ ພົນເສນາ ເລຂາຄະນະບໍລິຫານງານພັກ ຫົວໜ້າ ຫສປທ ຜູ້ເກົ່າ ກັບ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ເປັນເລຂາຄະນະບໍລິຫານງານພັກ ຫົວໜ້າ ຫສປທ ຜູ້ໃໝ່ ໃນວັນທີ 20 ມີນາ 2026, ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ.
ໃນພິທີ ທ່ານ ນາງ ວິໄລ ພິລະວົງ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງ ເລກທີ 06/ກມສພ, ລົງວັນທີ 16 ມັງກອນ 2026 ຕົກລົງ ໃຫ້ ທ່ານ ນາງ ເຂັມມະນີ ພົນເສນາ ເລຂາຄະນະບໍລິຫານງານພັກ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ອອກພັກການຮັບອຸດໜູນບໍານານ; ຜ່ານລັດຖະດໍາລັດ ເລກທີ 004/ປປທ, ລົງວັນທີ 21 ມັງກອນ 2026 ວ່າດ້ວຍການ ອະນຸມັດໃຫ້ ພະນັກງານການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ.
ຜ່ານມະຕິຕົກລົງ ເລກທີ 17/ກມສພ ລົງວັນທີ 16 ມັງກອນ 2026 ແຕ່ງຕັ້ງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເປັນເລຂາຄະນະບໍລິຫານງານພັກ ຫສປທ ແລະ ລັດຖະດໍາລັດ ເລກທີ 005/ກມສພ ລົງວັນທີ 21 ມັງກອນ 2026 ແຕ່ງຕັ້ງ ເປັນຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ.
ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ມອບມະຕິຕົກລົງ ຂອງກົມການເມືອງສູນກາງພັກ, ໃຫ້ແກ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ຫສປທ ຜູ້ເກົ່າ ແລະ ຜູ້ໃໝ່. ຈາກນັ້ນກໍໄດ້ເຊັນບົດບັນທຶກ ມອບ-ຮັບໜ້າທີ່ດັ່ງກ່າວ.