ການບິນໄທ ສູ້ວິກິດນໍ້າມັນ ຊະລໍແຜນລົງທຶນ

31 Mar 2026

ຄລິກແຊຣ໌ 0 Facebook WhatsApp

ສະຖານະການໃນຕາເວັນອອກກາງ ສົ່ງຜົນກະທົບຕໍ່ອຸດສາຫະກໍາການບິນທີ່ຫາກໍ່ຟື້ນຕົວຈາກວິກິດໂຄວິດ-19 ໂດຍສູນວິໄຈກະສິກອນໄທ ລະບຸໄລຍະວັນທີ 28 ກຸມພາ ຫາ 14 ມີນາ 2026 ຖ້ຽວບິນທົ່ວໂລກຖືກຍົກເລີກ ແລະ ຫຼ້າຊ້າແລ້ວຫຼາຍກວ່າ 40,000 ຖ້ຽວບິນ.

ຂະນະທີ່ຈໍານວນຖ້ຽວບິນຕາມແຜນຫຼຸດລົງຈາກ 564,779 ຖ້ຽວບິນ ເຫຼືອ 524,779 ຖ້ຽວບິນ ເນື່ອງຈາກເສັ້ນທາງທີ່ຜ່ານຕາເວັນອອກກາງ ຄິດເປັນສັດສ່ວນ 8% ຂອງຖ້ຽວບິນລະຫວ່າງປະເທດທັງໝົດ.

ລວມທັງຜູ້ປະກອບການສາຍການບິນກໍາລັງປະເຊີນກັບບັນຫາລາຄານໍ້າມັນເພີ່ມສູງຂຶ້ນຈາກການປິດຊ່ອງແຄບຮໍມຸຊ ເຊິ່ງສົ່ງຜົນກະທົບຕໍ່ການຂົນສົ່ງນໍ້າມັນຈາກຕາເວັນອອກກາງ.

ທ່ານ ຊາຍ ອ່ຽມສິຣິ ປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດການບິນໄທ ຈໍາກັດ (ມະຫາຊົນ) ເປີດເຜີຍວ່າ: ສະຖານະການຄວາມບໍ່ສະຫງົບໃນຕາເວັນອອກກາງມີຜົນກະທົບຊັດເຈນຄືລາຄານໍ້ມັນເຄື່ອງບິນ (Jet A-1) ປັບເພີ່ມຂຶ້ນເປັນ 2 ເທົ່າ ຈາກເດີມປະມານ 80 ໂດລາຕໍ່ບາເຣລ ເພີ່ມຂຶ້ນເປັນປະມານ 220 ໂດລາຕໍ່ບາເຣລ ເຮັດໃຫ້ການບິນໄທໄດ້ທະຍອຍປັບລາຄາຄ່າໂດຍສານເພີ່ມຂຶ້ນ 10-15% ເພື່ອສອດຄ່ອງກັບຕົ້ນທຶນນໍ້າມັນທີ່ເພີ່ມຂຶ້ນ.

ສ່ວນອັດຕາບັນທຸກຜູ້ໂດຍສານ  ປັດຈຸບັນສະເລ່ຍຢູ່ທີ່ 90% ແຕ່ກັບພົບວ່າສະຖານະການໃນຕາເວັນອອກກາງເລີ່ມສົ່ງຜົນກະທົບຕໍ່ການຕັດສິນໃຈເດີນທາງ ໂດຍພົບວ່າຍອດຈອງລ່ວງໜ້າ (ບຸກຄິ້ງ) ປັບຫຼຸດລົງປະມານ 10% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ ເຮັດໃຫ້ແຜນຮັບມືຂອງການບິນໄທໃນຂະນະນີ້ຄືການຢູ່ນິ້ງ ພິຈາລະນາຊະລໍແຜນລົງທຶນໄປກ່ອນ ເພື່ອຮັກສາກະແສເງິນສົດທີ່ມີຢູ່ 120  ຕື້ບາດໃຫ້ຫຼາຍທີ່ສຸດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ