ອົດສະຕຣາລີ ເຕືອນເງິນເຟີ້ອາດຂຶ້ນສູ່ລະດັບ 5

31 Mar 2026

ຄລິກແຊຣ໌ 0 Facebook WhatsApp

ລັດຖະບານອົດສະຕຣາລີ ເຕືອນວ່າ: ຄົວເຮືອນອາດປະເຊີນແຮງກົດດັນຄ່າຄອງຊີບເພີ່ມຂຶ້ນ ຫຼັງທ່າອ່ຽງລາຄານໍ້າມັນໂລກປັບຕົວສູງຂຶ້ນ ເຊິ່ງອາດຍູ້ດັນອັດຕາເງິນເຟີ້ໃຫ້ທະລຸລະດັບ 4.5%.

ທ່ານ ຈິມ ຊາລເມີສ ລັດຖະມົນຕີກະຊວງການເງິນອົດສະຕຣາລີ ກ່່າວວ່າ: ລັດຖະບານໄດ້ຈໍາລອງສະຖານະການຫຼາຍຮູບແບບກ່ຽວກັບທ່າອ່ຽງລາຄານໍ້າມັນໂລກ ແລະ ຜົນກະທົບທີ່ອາດສົ່ງຜ່ານມາຍັງອັດຕາເງິນເຟີ້.

ຫາກຕ້ອງປະເມີນຕົວເລກຄາດການໃນວັນນີ້ ເງິນເຟີ້ອາດຈຸລະດັບສູງສຸດໃນໄລຍະກາງເຖິງທ້າຍ ລະດັບ 4% ທ່ານ ຊາລເມີສ ກ່າວໂດຍລະບຸວ່າການປັບຂຶ້ນຂອງລາຄານໍ້າມັນມີທ່າອ່ຽງເຮັດໃຫ້ຕົ້ນທຶນສິນຄ້າ ແລະ ບໍລິການເພີ່ມຂຶ້ນ.

ສະຖານະການດັ່ງກ່າວເກີດຂຶ້ນໃນໄລຍະທີ່ທະນາຄານກາງຫຼາຍປະເທດທົ່ວໂລກກໍາລັງປະເມີນຜົນກະທົບທາງເສດຖະກິດຈາກຄວາມຂັດແຍ່ງໃນຕາເວັນອອກກາງ ໂດຍສະເພາະຄວາມເຄັ່ງຕຶງທີ່ກ່ຽວຂ້ອງກັບອີຣານ ເຊິ່ງດໍາເນີນມາແລ້ວກວ່າ 2 ອາທິດ.

ຂະນະທີ່ທະນາຄານກາງອົດສະຕຣາລີ ກຽມປະກາດຜົນການປະຊຸມກຳນົດອັດຕາດອກເບ້ຍນະໂຍບາຍ ໂດຍນັກເສດຖະສາດຈາກທະນາຄານລາຍໃຫຍ່ 4 ແຫ່ງ ຂອງອົດສະຕຣາລີ ຄາດວ່າທະນາຄານກາງຈະປັບຂຶ້ນດອກເບ້ຍ 0.25% ແລະ ອາດປັບຂຶ້ນອີກຄັ້ງໃນເດືອນພຶດສະພາ ສົ່ງຜົນໃຫ້ອັດຕາດອກເບ້ຍຈຸລະດັບ 4.35%. ປັດຈຸບັນອັດຕາເງິນເຟີ້ອົດສະຕຣາລີ ຢູ່ທີ່ປະມານ 3.8% ຢ່າງໃດກໍຕາມ ທ່ານ ຊາລເມີສ ຢໍ້າວ່າ: ລັດຖະບານຍັງບໍ່ຄາດການວ່າເສດຖະກິດອົດສະຕຣາລີ ຈະເຂົ້າສູ່ພາວະຖົດຖອຍໃນໄລຍະນີ້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ