IEA ເຕືອນວິກິດນໍ້າມັນໂລກຮອບນີ້ຮ້າຍແຮງ ເທົ່າກັບຊຸມປີ 1970

31 Mar 2026

ຄລິກແຊຣ໌ 0 Facebook WhatsApp

ທ່ານ ຟາຕິ ບິຣອລ ຜູ້ອໍານວຍການສໍານັກງານພະລັງງານລະຫວ່າງປະເທດ (IEA) ລະບຸວ່າ: ຜົນກະທົບຕໍ່ຕະຫຼາດພະລັງງານໂລກຈາກການໂຈມຕີອີຣານ ແລະ ການປິດຊ່ອງແຄບຮໍມຸຊ ບໍ່ໄດ້ຮັບການປະເມີນຢ່າງຖືກຕ້ອງຈາກບັນດາຜູ້ນໍາໂລກໃນໄລຍະທໍາອິດ.

ໃນມຸມມອງການປະເມີນຂອງ IEA ວິກິດພະລັງງານໂລກຮອບນີ້ມີຄວາມຮຸນແຮງທຽບເທົ່າກັບວິກິດພະລັງງານໃຫຍ່ 2 ຄັ້ງລວມກັນຄື: ວິກິດນໍ້າມັນຂອງຊຸມປີ 1970 ໃນສົງຄາມລະຫວ່າງອິດສະລາແອນກັບກຸ່ມປະເທດອາຣັບ ແລະ ເຫດການຣັດເຊຍ-ອູແກຣນ ໃນປີ 2022.

ສ່ວນຜົນກະທົບໃນຄັ້ງນີ້ອາດຮຸນແຮງຂຶ້ນອີກ ຈາກການຢຸດສະງັກຂອງເສັ້ນເລືອດສໍາຄັນຂອງ ເສດຖະກິດໂລກຢ່າງຊ່ອງແຄບຮໍມຸຊ  ເຊິ່ງນອກຈາກຈະເປັນເສັ້ນທາງຂົນສົ່ງພະລັງງານທີ່ສໍາຄັນຂອງໂລກແລ້ວ ຍັງລວມເຖິງສິນຄ້າໃນກຸ່ມປີໂຕຣເຄມີ, ປຸ໋ຍ, ຊູນຟູຣິກ ແລະ ຮີລ້ຽມ. ຜູ້ອຳນວຍການໃຫຍ່ IEA ເຕືອນວ່າ: ມີໂຄງສ້າງດ້ານພະລັງງານຢ່າງໜ້ອຍ 40 ແຫ່ງ ໃນພູມີພາກອ່າວ ທີ່ໄດ້ຮັບ ຄວາມເສຍຫາຍຢ່າງຮຸນແຮງ ຫຼື ຮຸນແຮງໜັກຫຼາຍ ດັ່ງນັ້ນເຖິງຄວາມຂັດແຍ່ງຈະສິ້ນສຸດລົງ ແຕ່ອຸປະທານພະລັງງານກໍຈະຍັງບໍ່ສາມາດຟື້ນຕົວໄດ້ທັນທີ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ