ຫຼາຍໆງານວິໄຈສະຫຼຸບໄປໃນທາງດຽວກັນວ່າ Fast Charge ຈະເລັ່ງການເສື່ອມຂອງແບັດເຕີຣີລົດ ເຊິ່ງຜູ້ຜະລິດຮູ້ເລື່ອງນີ້ດີ ແລະ ໄດ້ເຮັດການປ້ອງກັນຮຽບຮ້ອຍ ເຊິ່ງການປ້ອງກັນນັ້ນກໍຄືການສາກໃຫ້ຊ້າລົງເມື່ອ SOC ສູງຂຶ້ນ ແລະ ການອຸ່ນແບັດກ່ອນສາກນັ້ນເອງ.
ເປັນຫຍັງ 2 ຢ່າງນີ້ ຈຶ່ງເຮັດໃຫ້ແບັດເສື່ອມຊ້າລົງ ກ່ອນຈະຕອບຄໍາຖາມນີ້ ຕ້ອງໄປເບິ່ງກົນໄກຂອງການເຮັດວຽກຂອງ Lithium ກ່ອນ ເມື່ອສາກຈະເກີດປະຕິກິລິຍາເຄມີເຮັດໃຫ້ Li+ ເຄື່ອນໂຕຈາກ Cathode ( ຂົ້ວ + ) ຜ່ານບ່ອນກັ້ນ ( Separator ) ໄປບ່ອນ Anode ( ຂົ້ວ – ) ແລະ ແຊກ ( Intercalate ) ໂຕເອງເຂົ້າໄປໃນໂຄງສ້າງຂອງ Graphite ທີ່ຢູ່ໃນຂົ້ວ Anode.
ຖ້າອະທິບາຍໃຫ້ເຂົ້າໃຈງ່າຍ Li+ ກໍຄືກັບລົດທີ່ຕ້ອງແລ່ນໄປຫາບ່ອນຈອດລົດ ໃນບ່ອນຈອດລົດນັ້ນເອງ ເຊິ່ງໂດຍປົກກະຕິບໍ່ເປັນບັນຫາ ຖ້າເຮົາປ່ອຍ Li+ ເຂົ້າໄປເທື່ອລະໂຕ ກໍຈະຫາບ່ອນຈອດໄດ້ ແຕ່ຖ້າເຮົາເລີ່ມສາກດ້ວຍຄວາມໄວສູງ ( C-rate ສູງ ) ກໍຄືການເລັ່ງໃຫ້ Li+ ຈໍານວນຫຼາຍແລ່ນເຂົ້າໄປຫາບ່ອນຈອດພ້ອມໆກັນ ແລະ ເມື່ອບ່ອນຈອດໃກ້ຈະເຕັມ ( SOC ສູງ ) Li+ ບາງໂຕບໍ່ສາມາດລ້ຽວຫາບ່ອນຈອດໄດ້ທັນ ກໍຈະເກາະເຂົ້າກັບພາຍນອກຂອງອະນຸພາກ Graphite ແທນ ( ປຽບດັ່ງລົດທີ່ຫາບ່ອນຈອດບໍ່ທັນ ຕໍາໃສ່ຮົ້ວ ) ເຊິ່ງປາກົດການນີ້ເອີ້ນວ່າ ” Lithium Plating “.
ເມື່ອເກີດ Lithium Plating ກໍຈະສູນເສຍ Li+ ໄປ ແລະ ຍັງເຮັດໃຫ້ Li+ ໂຕອື່ນເຂົ້າໄປແຊກໂຕໃນ Graphite Crystal ໄດ້ລໍາບາກຂຶ້ນດ້ວຍ ນີ້ຈຶ່ງເປັນເຫດເຮັດໃຫ້ ຄວາມຈຸຫຼຸດລົງເປັນຜົນເຮັດໃຫ້ແບັດເຕີຣີເສື່ອມນັ້ນເອງ ແລະ ກໍລະນີທີ່ຮ້າຍແຮງທີ່ສຸດ ຫາກ Li+ ເຫຼົ່ານີ້ເກາະ Graphite Particle ຈົນກາຍເປັນ ( Dendrite ) ທີ່ເປັນໜາມແຫຼມ ກໍອາດຈະທະລຸ Separator ລະຫວ່າງຂົ້ວ + ແລະ ຂົ້ວ – ເຮັດໃຫ້ເກີດການລັດວົງຈອນ ແລະ ເກີດ Thermal Runaway ຂຶ້ນໄດ້. Lithium Plating ຈຶ່ງຖືເປັນສິ່ງທີ່ຄວນຫຼີກເວັ້ນ ສະຫຼຸບງ່າຍໆຄືຖ້າ SOC ຕໍ່າ ( ບ່ອນຈອດລົດຫຼາຍ ) ສາກດ້ວຍຄວາມໄວສູງ Li+ ເຂົ້າໄປພ້ອມໆກັນກໍບໍ່ເປັນຫຍັງ ເພາະຫາທີ່ຈອດທັນ ແຕ່ຖ້າ SOC ເລີ່ມສູງ ທີ່ຈອດລົດໃກ້ເຕັມ ແລ້ວສາກຊ້າລົງ ກໍຍັງບໍ່ເປັນຫຍັງ ເພາະ Li+ ມາເທື່ອລະໂຕ ກໍຍັງຫາບ່ອນຈອດໄດ້ ແຕ່ຖ້າ SOC ສູງ ແລະ ສາກໄວຈົນ Li+ ຫາບ່ອນຈອດບໍ່ທັນ ເຖິງຈະເກີດ Lithium Plating ນີ້ ຈຶ່ງເປັນສາເຫດທີ່ວ່າ ເມື່ອ SOC ໃກ້ເຕັມ ກໍາລັງສາກຈະຫຼຸດລົງເລື້ອຍໆ ເພື່ອຫຼີກເວັ້ນການເກີດ Lithium Plating ນັ້ນເອງ.