ຄະນະລັດຖະບານ ຊຸດທີ X ມີທັງໝົດ 17 ທ່ານ ໂດຍ ແມ່ນທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ, ມີຮອງນາຍົກ ລັດຖະມົນຕີ 6 ທ່ານ; ກົງຈັກການຈັດຕັ້ງ ລັດຖະບານ ປະກອບມີ 13 ກະຊວງ ແລະ 2 ອົງການທຽບເທົ່າກະຊວງ.
ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໄຂຂຶ້ນໃນວັນທີ 23 ມີນາ 2026 , ໃນກອງປະຊຸມບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ໄດ້ລົງຄະແນນສຽງ ເລືອກຕັ້ງເອົາ ທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ ອີກໜຶ່ງສະໄໝ. ພ້ອມທັງລົງຄະແນນສຽງຮັບຮອງເອົາ ທ່ານ ສະເຫຼີມໄຊ ກົມມະສິດ, ທ່ານ ຄຳພັນ ພົມມະທັດ, ທ່ານ ທອງສະລິດ ມັງໜໍ່ເມກ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ, ທ່ານ ສັນຕິພາບ ພົມວິຫານ ແລະ ທ່ານ ທອງສະຫວັນ ພົມວິຫານ ເປັນຮອງນາຍົກລັດຖະມົນຕີ.
ສະມາຊິກສະພາແຫ່ງຊາດ ຍັງໄດ້ລົງຄະແນນສຽງຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂອງຄະນະລັດຖະບານ ແລະ ແລະ ສະມາຊິກລັດຖະບານ ຊຸດທີ X ຊຶ່ງປະກອບມີ 13 ກະຊວງ ແລະ 2 ອົງການທຽບເທົ່າກະຊວງຕື່ມອີກ.

ຄະນະລັດຖະບານ ຊຸດທີ X ມີທັງໝົດ 17 ທ່ານ ດັ່ງນີ້
1. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ
2. ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ
3. ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງຍຸຕິທຳ
4. ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ
5. ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ
6. ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ
7. ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການຕ່າງປະເທດ
8. ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານ ແຫ່ງສປປລາວ
9. ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີ ກະຊວງປ້ອງກັນ ຄວາມສະຫງົບ
10. ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ
11. ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນຕີ ກະຊວງສາທາລະນະສຸກ
12. ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ
13. ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
14. ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ
15. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ
16. ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ
17. ທ່ານ ສັນຕິສຸກ ສິມມະລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ສອນໄຊ ສີພັນດອນ ຂຶ້ນກ່າວຮັບໜ້າທີ່ນາຍົກລັດຖະມົນຕີ ໂດຍໄດ້ສະແດງຄວາມພາກພູມໃຈເປັນຢ່າງຍິ່ງ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ສະມາຊິກສະພາແຫ່ງຊາດ ຊຸດທີ X ທີ່ໄດ້ໃຫ້ຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະ ລົງຄະແນນສຽງ ຮັບຮອງເອົາການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດ ຖະມົນຕີ ຕາມການສະເໜີຂອງທ່ານປະທານປະເທດ. ພ້ອມທັງໃຫ້ຄຳໝັ້ນສັນຍາ ແລະ ປະຕິຍານຕົນວ່າ ຈະເຊີດຊູມານະຈິດປະຕິວັດບຸກໃຫ້ສູງກວ່າເວລາໃດໝົດ ເພື່ອຮ່ວມກັບສະມາຊິກລັດຖະບານ ຊຸດທີ X ປະຕິບັດໜ້າທີ່ຂອງຕົນໃຫ້ດີດ້ວຍຄວາມຮັບຜິດຊອບການເມືອງທີ່ສູງ ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ ຂອງ ສປປ ລາວ ແລະ ພ້ອມທີ່ຈະອຸທິດທຸກເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້, ຄວາມສາມາດຂອງຕົນ ເຂົ້າໃນການປະຕິບັດໜ້າທີ່ດ້ວຍຄວາມບໍລິສຸດໃຈ ເພື່ອຮ່ວມກັບຄະນະນໍາຂອງພັກ ແລະ ລັດ ທັງສູນກາງ ແລະ ທ້ອງຖິ່ນ ເຮັດສຳເລັດໜ້າທີ່ທີ່ປະຊາຊົນມອບໝາຍໃຫ້ ໂດຍຍຶດຖືຄະຕິທີ່ວ່າ: “ຜົນປະໂຫຍດຂອງຊາດ ແລະ ຜົນປະໂຫຍດຂອງປະຊາຊົນຕ້ອງມາກ່ອນສິ່ງອື່ນໃດ” ແລະ ຖືເອົາ: “ປະຊາຊົນເປັນກົກ ແລະ ອີງໃສ່ສິດ, ຜົນປະໂຫຍດ ທີ່ຖືກຕ້ອງຕາມກົດໝາຍ ແລະ ຄວາມມຸ່ງມາດປາຖະໜາອັນຊອບທຳຂອງປະຊາຊົນ”.