ແຜນການຟື້ນຟູການທ່ອງທ່ຽວຂອງໄທ ກໍາລັງສະດຸດຫຼັງເຫດການຄວາມຮຸນແຮງໃນຕາເວັນອອກກາງເກີດຂຶ້ນ ຈົນກົດດັນຈໍານວນນັກທ່ອງທ່ຽວຕ່າງຊາດ ແລະ ເພີ່ມຄວາມບໍ່ແນ່ນອນໃຫ້ກັບອຸດສາຫະກຳການເດີນທາງທົ່ວໂລກ.
ເວັບໄຊ ນິກເກອິ ອາຊີ ລາຍງານວ່າ: ປີ 2025 ຜ່ານມາ ຈໍານວນນັກທ່ອງທ່ຽວຕ່າງຊາດທີ່ເດີນທາງເຂົ້າໄທ ຫຼຸດລົງ 7% ເຫຼືອ 32.9 ລ້ານຄົນ ເນື່ອງຈາກນັກທ່ອງທ່ຽວຈີນຫຼຸດລົງຫຼາຍ ໄທຈຶ່ງຕັ້ງເປົ້າປີ 2026 ວ່າຈະມີນັກທ່ອງທ່ຽວຕ່າງຊາດ 36 ລ້ານຄົນ ໂດຍຫວັງວ່າຄວາມເຊື່ອໝັ້ນຂອງນັກທ່ອງທ່ຽວຈີນ ຈະຟື້ນຕົວ ແລະ ຈໍານວນນັກທ່ອງທ່ຽວຈາກເອີຣົບ ແລະ ຕະຫຼາດໄລຍະໄກອື່ນໆຈະເຕີບໂຕຕໍ່ເນື່ອງ.
ຢ່າງໃດກໍຕາມ ກຸ່ມອຸດສາຫະກຳທ່ອງທ່ຽວ ຄາດວ່າໄທອາດປະເຊີນການຫຼຸດລົງຂອງນັກທ່ອງທ່ຽວອີກ 10-15% ເນື່ອງຈາກສະຖານະການໃນຕາເວັນອອກກາງ ເຮັດໃຫ້ສາຍການບິນຕ້ອງບິນອ້ອມ ສົ່ງຜົນໃຫ້ຄ່າໂດຍສານສູງຂຶ້ນ ອີກທັງຍັງມີການຍົກເລີກຖ້ຽວບິນ ເຊິ່ງກະທົບນັກທ່ອງທ່ຽວຈາກເອີຣົບທີ່ມັກເດີນທາງມາໄທ ຜ່ານສູນກາງການບິນໃນຕາເວັນອອກກາງເຊັ່ນ: ດູໄບ.
ທ່ານ ທຽນປະສິດ ໄຊພັດທຣານັນ ປະທານສະມາຄົມໂຮງແຮມໄທກ່າວວ່າ: ການບິນອ້ອມ ເຮັດໃຫ້ຕົ້ນທຶນນໍ້າມັນເພີ່ມຂຶ້ນ ສາຍການບິນຕ້ອງຂຶ້ນລາຄາປີ້ ແລະ ເມື່ອຄ່າໃຊ້ຈ່າຍໃນການເດີນທາງໂດຍລວມສູງຂຶ້ນ ກໍອາດເຮັດໃຫ້ນັກທ່ອງທ່ຽວຕັດສິນໃຈບໍ່ເດີນທາງມາໄທ.
ໃນຂະນະນີ້ ພາກການທ່ອງທ່ຽວຂອງໄທ ເລີ່ມໄດ້ຮັບຜົນກະທົບແລ້ວ ໂດຍໃນອາທິດທຳອິດຂອງເດືອນມີນາ ຫຼັງຈາກສະຫະລັດ ແລະ ອິດສະຣາແອນ ເລີ່ມໂຈມຕີອີຣານ ຈໍານວນນັກທ່ອງທ່ຽວຕ່າງຊາດທີ່ເດີນທາງເຂົ້າໄທ ຫຼຸດລົງ 8.9% ຈາກອາທິດກ່ອນໜ້າ ເຫຼືອ 616,229 ຄົນ ຕາມຂໍ້ມູນຂອງກະຊວງການທ່ອງທ່ຽວ ແລະ ກີລາ.
ຍິ່ງໄປກວ່ານັ້ນ ນັກທ່ອງທ່ຽວຈາກເອີຣົບ ແລະ ຕາເວັນອອກກາງຫຼຸດລົງເຖິງ 18% ໃນອາທິດດັ່ງກ່າວເຊິ່ງກຸ່ມນີ້ຄິດເປັນປະມານ 27% ຂອງນັກທ່ອງທ່ຽວຕ່າງຊາດທັງໝົດໃນປີ 2025.
ຂະນະດຽວກັນ ການບິນໄທ ປະກາດເມື່ອອາທິດທີ່ຜ່ານມາວ່າ ຈະເລີ່ມຂຶ້ນລາຄາປີ້ຍົນ 10-15% ເນື່ອງຈາກຕົ້ນທຶນນໍ້າມັນທີ່ເພີ່ມສູງຂຶ້ນ ແລະ ສາຍການບິນອື່ນໆຈໍານວນຫຼາຍກໍປະກາດປັບລາຄາຂຶ້ນເຊັ່ນກັນເຊິ່ງຍິ່ງກະທົບຕໍ່ຄວາມເຊື່ອໝັ້ນຂອງນັກເດີນທາງ.
ສູນພະຍາກອນເສດຖະກິດ ແລະ ທຸລະກິດ ມະຫາວິທະຍາໄລຫໍການຄ້າໄທ ປະເມີນວ່າຫາກສົງຄາມຍືດເຍື້ອປະມານ 6 ເດືອນ ອຸດສາຫະກຳທ່ອງທ່ຽວໄທ ອາດສູນເສຍລາຍໄດ້ສູງເຖິງ 29,000 ລ້ານບາດ ແຕ່ຫາກສົງຄາມຍືດເຍື້ອພຽງ 1-3 ເດືອນ ລາຍໄດ້ທ່ອງທ່ຽວອາດເສຍໄປ 9,000-20,000 ລ້ານບາດ.