ເສດຖະກິດ ບັນດາປະເທດອ່າວອາຣັບ ສ່ຽງຕົກຕໍ່າຮຸນແຮງ

24 Mar 2026

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວບລູມເບີກ ລາຍງານວ່າ: ສະຖານະການຄວາມຮຸນແຮງໃນຕາເວັນອອກກາງ ຈະສ້າງຄວາມເສຍຫາຍຢ່າງໜັກຕໍ່ເສດຖະກິດທີ່ໃຫຍ່ທີ່ສຸດຂອງກຸ່ມປະເທດອ່າວອາຣັບ ລວມເຖິງຊາອຸດິ ອາຣັບບີ, ສະຫະລັດອາຣັບເອເມເຣດ ແລະ ກາຕາ ຫາກ ຄວາມຮຸນແຮງບໍ່ຢຸດຕິລົງໃນໄວໆນີ້.

ກາຕາ ແລະ ກູເວດ ສ່ຽງຖືກກະທົບຮຸນແຮງ ໂດຍລວມຍອດຜະລິດຕະພັນໃນປະເທດ (ຈີດີພີ) ອາດຈະຫົດຕົວລົງເຖິງ 14% ໃນປີນີ້ ຫາກຄວາມຂັດແຍ່ງຍັງຄົງດຳເນີນຕໍ່ໄປຈົນເຖິງເດືອນເມສາ ສົ່ງຜົນໃຫ້ຊ່ອງແຄບຮໍມຸຊ ຖືກປິດກັ້ນເປັນເວລາສອງເດືອນຕາມທີ່ ທ່ານ ຟາຣຸກ ຊູສຊາ ນັກເສດຖະກິດຈາກທະນາຄານໂກແມນແຊັກ ກ່າວໄວ້.

ຫາກເປັນດັ່ງນັ້ນ ຈະເປັນພາວະເສດຖະກິດຕົກຕໍ່າຄັ້ງທີ່ຮ້າຍແຮງທີ່ສຸດສໍາລັບປະເທດເຫຼົ່ານັ້ນ ນັບຕັ້ງແຕ່ຕັ້ນທົດສະວັດ 1990 ເມື່ອການຮຸກຮານກູເວດ ຂອງ ອີຣັກ ກໍ່ສົງຄາມອ່າວ ແລະ ກໍ່ໃຫ້ເກີດຄວາມປັ່ນປ່ວນໃນຕະຫຼາດນໍ້າມັນໂລກ. ຊາອຸດິອາຣັບບີ ແລະ ສະຫະລັດອາຣັບເອເມເຣດ ຈະຮັບມືໄດ້ດີກວ່າ ເນື່ອງຈາກສາມາດປ່ຽນເສັ້ນທາງການສົ່ງອອກນໍ້າມັນອອກຈາກເສັ້ນທາງຮໍມຸຊໄດ້ ແຕ່ກໍຍັງມີທ່າອ່ຽງທີ່ ຈີດີພີ ຈະຫຼຸດລົງປະມານ 3% ແລະ 5% ຕາມລໍາດັບ ເຊິ່ງຖືເປັນຜົນກະທົບທາງເສດຖະກິດຄັ້ງໃຫຍ່ທີ່ສຸດນັບຕັ້ງແຕ່ການລະບາດຂອງໂຄວິດ-19 ໃນປີ 2020.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ