ກອງປະຊຸມປຶກສາຫາລື ກ່ຽວກັບການມີສ່ວນຮ່ວມຂອງພາກລັດ ແລະ ເອກະຊົນ ເພື່ອສະໜັບສະໜູນການນໍາໃຊ້ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ແລະ ການປົກປ້ອງຜູ້ຊົມໃຊ້ ຢູ່ ສປປ ລາວ ຈັດຂຶ້ນ ໃນວັນທີ 16 ມີນາ 2026 ເປັນປະທານຮ່ວມກອງປະຊຸມໂດຍ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງ ອຸດສາຫະກໍາ ແລະ ການຄ້າ; ທ່ານ ນາງ ສີອານົງ ພົມກອງ ຜູ້ຈັດການພາກພື້ນ, ອົງການການຄ້າລະດັບພາກພື້ນເພື່ອການພັດທະນາ; ທ່ານ ນາງ ປຣັນຈາລີ ປານິດກາຣ໌ ( Pranjali Palnitkar) ເລຂາເອກ, ຮັບຜິດຊອບວຽກງານເສດຖະກິດ, ສະຖານທູດອົດສະຕຣາລີ ປະຈໍາລາວ; ມີແຂກຮັບເຊີນລຍພາກສ່ວນ ຕະຫຼອດທັງຜູ້ປະກອບການເຂົ້າຮ່ວມ.
ທ່ານ ສັນຕິສຸກ ພູນສະຫວັດ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ມີ 2 ເປົ້າໝາຍຕົ້ນຕໍ ຄື: 1) ເພື່ອເປີດຕົວໂຄງການ ແລະ ຮັບຟັງຂອບແຜນວຽກ ຫຼື ແຜນກິດຈະກຳ ທີ່ຈະຈັດຕັ້ງປະຕິບັດຮ່ວມກັນໃນອະນາຄົດ; 2) ສ້າງເຄືອຂ່າຍການຮ່ວມມືລະຫວ່າງ ພາກລັດ, ພາກເອກະຊົນ, ອົງການຈັດຕັ້ງທາງດ້ານວິຊາຊີບ ແລະ ຄູ່ຮ່ວມພັດທະນາທາງດ້ານສາກົນ ໃນການຂັບເຄື່ອນການຈັດຕັ້ງປະຕິບັດທັງສອງກົດໝາຍ ຢ່າງມີຜົນສຳເລັດ.
ທ່ານ ກ່າວອີກວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ຮວບຮວມການນຳສະເໜີຈາກຜູ້ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ, ການນໍາເອົາບົດຮຽນໃນການຈັດຕັ້ງປະຕິບັດທີ່ດີຂອງສາກົນ ກໍຄືອາຊຽນ; ພ້ອມທັງຈະເປັນເວທີທີ່ສໍາຄັນໃຫ້ພວກເຮົາໄດ້ແລກປ່ຽນຄວາມຄິດເຫັນ, ຖອດຖອນບົດຮຽນ ແລະ ຊອກຫາແນວທາງໃນການສ້າງ “ຄູ່ຮ່ວມພັນທະມິດ ລະຫວ່າງ ພາກລັດ ແລະ ເອກະຊົນ” ໃຫ້ເປັນຮູບປະທຳ.
ທ່ານ ສັນຕິສຸກ ພູນສະຫວັດ ຍັງກ່າວວ່າ:ໃນໄລຍະຜ່ານມາ ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສໍາຄັນ ແລະ ສຸມໃສ່ການຫັນປ່ຽນລະບົບເສດຖະກິດແບບລວມສູນ ໄປສູ່ເສດຖະກິດຕະຫຼາດທີ່ມີການດັດສົມຂອງລັດ, ແນໃສ່ສ້າງຄວາມໂປ່ງໃສ, ຍຸຕິທຳ ແລະ ຮັບປະກັນການຈັດຕັ້ງປະຕິບັດທີ່ມີປະສິດທິພາບ ຊຶ່ງກົດໝາຍ ວ່າດ້ວຍການແຂ່ງຂັນທາງທຸລະກິດ ແລະ ການປົກປ້ອງຜູ້ຊົມໃຊ້ ເປັນກົນໄກໜຶ່ງທີ່ຈຳເປັນທາງດ້ານກົດໝາຍ ໃນການສ້າງເວທີທີ່ມີຄວາມສະເໝີພາບໃນການແຂ່ງຂັນທາງທຸລະກິດ ໃຫ້ແກ່ວິສາຫະ ກິດທຸກຂະໜາດ ແລະ ຄຸ້ມຄອງຜົນປະໂຫຍດຂອງຜູ້ຊົມໃຊ້.
ໃນທີ່ປະຊຸມໄດ້ຮັບຟັງການເຜີຍແຜ່ໃນຫຼາຍຫົວຂໍ້ ແລະ ມີການແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນ.