ການຟື້ນຟູກໍ່ສ້າງທາງຫຼວງແຫ່ງຊາດເລກ 8 ທີ່ໄດ້ຮັບຜົນກະທົບໄພພິບັດປີ 2023 ໄລຍະ 8 ກິໂລແມັດ ສໍາເລັດ 95.05%.
ເມື່ອອາທິດຜ່ານມາ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)ພ້ອມຄະນະ ມີຫົວໜ້າກົມຂົວທາງ, ຫົວໜ້າກົມແຜນການ ແລະ ການເງິນ ແລະ ພະນັກງານວິຊາການ ໄດ້ຕິດຕາມຄວາມຄືບໜ້າໂຄງການຟື້ນຟູກໍ່ສ້າງທາງຫຼວງແຫ່ງຊາດເລກ 8 ຊ່ວງທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ໃນປີ 2023 (ຮອດທ້າຍເດືອນກຸມພາ 2026)ເຂດພູໄຮ ໂດຍການຕ້ອນຮັບຂອງຫົວໜ້າພະແນກ ຍທຂ ແຂວງບໍລິຄໍາໄຊ, ເຈົ້າຂອງໂຄງການຟື້ນຟູກໍ່ສ້າງ ທາງຫຼວງແຫ່ງຊາດເລກ 8 ຊ່ວງທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄໍາພຸດ ຄູນສົມຫວັງ ຫົວໜ້າໂຄງການຟື້ນຟູກໍ່ສ້າງ ທາງຫຼວງແຫ່ງຊາດເລກ 8 ຊ່ວງທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ລາຍງານວ່າ: ເສັ້ນທາງຫລວງແຫ່ງຊາດເລກ 8 ເລີ່ມຈາກ3ແຍກທາງ13ໃຕ້ຫາຊາຍແດນນາເພົ້າ ໄລຍະທາງ 132ກມ (ຊ່ວງໄດ້ຮັບຜົນກະທົບໄພທໍາມະຊາດໃນປີ2023ເຂດພູໄຮ8ກມ)ການຈັດຕັ້ງປະຕິບັດ ໂຄງການ ເລີ່ມແຕ່ ແຕ່ ກມ 42+800 ຫາ ກມ 50+800 ບ້ານຄູນຄໍາ ເມືອງຄູນຄໍາ ແຂວງຄໍາມ່ວນ ລວງຍາວ 8 ກມ ແລະ ແກ້ໄຂໜ້າທາງບວມ ແຕ່ ຊ່ວງ ກມ 52+200 ຫາ ກມ 52+325 ລວງຍາວ 125 ແມັດ ບ້ານໜອງກອກ ເມືອງຄຳເກີດ ແຂວງບໍລິຄຳໄຊ.
ຊ່ວງທາງດັ່ງກ່າວ ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ຝົນຕົກໜັກຕິດຕໍ່ກັນຫຼາຍມື້ ເຮັດໃຫ້ດິນເຊາະເຈື່ອນ ໜ້າທາງຖືກຕັດຂາດ ໃນຊ່ວງຕົ້ນເດືອນ ສິງຫາ ປີ 2023. ເນື່ອງຈາກການແກ້ໄຂສຸກເສີນໃນໄລຍະນັ້ນ ແມ່ນພຽງແຕ່ການທະລຸ ເພື່ອໃຫ້ການສັນຈອນໄປ-ມາໄດ້ ຊົ່ວຄາວ, ຍັງບໍ່ສາມາດຮັບປະກັນທາງດ້ານມາດຕະຖານເຕັກນິກໄດ້.
ເພື່ອຮັບປະກັນທາງດ້ານມາດຕະຖານເຕັກນິກ ໃຫ້ການສັນຈອນໄປ-ມາໂລ່ງລ່ຽນ ສະດວກເປັນປົກກະຕິ ຫຼີກລ່ຽງຄວາມສ່ຽງເສັ້ນທາງຖືກຕັດຂາດໃນຊ່ວງລະດູຝົນທີ່ຈະມາເຖິງ. ກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ຈິ່ງຈັດຕັ້ງໂຄງການຟື້ນຟູເສັ້ນທາງດັ່ງກ່າວຂຶ້ນ ໂດຍບໍລິສັດ ລັດວິສາຫະກິດ ກໍ່ສ້າງທາງເລກ 8 (R8CE) ເປັນຜູ້ຮັບເໝົາກໍ່ສ້າງ ປັດຈຸບັນ ຄືບໜ້າ ກວ່າ 95.05%.
ໂອກາດດັ່ງກ່າວ ທ່ານ ເຫຼັກໄຫຼ ສີວິໄລ ໄດ້ເນັ້ນໃຫ້ເຈົ້າຂອງໂຄງການ ຮ່ວມກັບພະແນກ ຍທຂ ແຂວງ ແລະ ບໍລິສັດເອົາໃຈໃສ່ ຈັດຕັ້ງປະຕິບັດວຽກໃຫ້ສໍາເລັດ 100% ພ້ອມນັ້ນເນັ້ນໃສ່ຈຸດທີ່ມີຄວາມສ່ຽງ ເປັນຕົ້ນແມ່ນຄອງລະບາຍນໍ້າ ໃຫ້ມີຄວາມຮັບປະກັນ ຮອງຮັບໃຫ້ນໍ້າຝົນ ສາມາດໄຫຼສະດວກ ຮັບປະກັນ ເຮັດໃຫ້ເຂດດັ່ງກ່າວ ມີການໄປມາສະດວກສະບາຍ ອັນເປັນເງື່ອນໄຂ ເຮັດໃຫ້ເສດຖະກິດຂອງແຂວງມີການຂະຫຍາຍຕົວເພີ່ມຂຶ້ນ.