ຈາກພື້ນທີ່ແຫ້ງແລ້ງ ສູ່ການເກັບກ່ຽວທີ່ອຸດົມສົມບູນທຶນຊ່ວຍເຫຼືອລ້າ 1.4 ລ້ານໂດລາສະຫະລັດ ຈາກລັດຖະບານຍີ່ປຸ່ນ ນຳເອົາຄວາມຫວັງ ມາສູ່ 48 ບ້ານ ພາຍໃຕ້ໂຄງການ LRRA.
ເອກອັກຄະລັດຖະທູດຍີ່ປຸ່ນ, ຜູ້ຕາງໜ້າ FAO ແລະ ຫົວໜ້າກົມ ກະຊວງກະສິກຳ ແລະ ສິ່ງແວດລ້ອມດຳເນີນການຢ້ຽມຢາມການພັດທະນາຢູ່ແຂວງ ຫຼວງພະບາງ ແລະ ແຂວງອຸດົມໄຊ ພາຍໃຕ້ໂຄງການເສີມສ້າງ ຄວາມທົນທານໃຫ້ແກ່ຊີວິດການເປັນຢູ່ໃນເຂດຊົນນະບົດ (LRRA) ໂດຍໄດ້ຮັບຜົນປະໂຫຍດຫຼາຍກວ່າ 1,200 ຄົວເຮືອນ.
ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ໂດຍການຮ່ວມມືກັບລັດຖະບານຍີ່ປຸ່ນ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (MAE) ໄດ້ສະເຫຼີມສະຫຼອງການສຳເລັດ 31 ໂຄງການຊົນລະປະທານຂະໜາດນ້ອຍ ແລະ 17 ໂຄງການປັບປຸງເສັ້ນທາງຢູ່ທົ່ວແຂວງ ຫຼວງພະບາງ ແລະ ອຸດົມໄຊ. ຂີດໝາຍສຳຄັນນີ້ ແມ່ນຈຸດ ສິ້ນສຸດຂອງໂຄງການເສີມສ້າງຄວາມທົນທານໃຫ້ແກ່ຊີວິດການເປັນຢູ່ໃນເຂດຊົນນະບົດ (LRRA), ເຊິ່ງໄດ້ຮັບທຶນ ຊ່ວຍເຫຼືອລ້າ ຈຳນວນ 1.4 ລ້ານໂດລາສະຫະລັດ ຈາກລັດຖະບານຍີ່ປຸ່ນ.
“ການສຳເລັດໂຄງການ ເປັນຂໍ້ພິສູດເຖິງສິ່ງທີ່ພວກເຮົາສາມາດບັນລຸໄດ້ ເມື່ອລັດຖະບານ, ອົງການຈັດຕັ້ງສາກົນ ແລະ ຊຸມຊົນທ້ອງຖິ່ນຮ່ວມມືກັນ. ການສະໜັບສະໜູນອັນໃຈກວ້າງຈາກປະເທດຍີ່ປຸ່ນ ບໍ່ພຽງແຕ່ສ້າງສິ່ງກໍ່ສ້າງທາງກາຍະພາບ ແຕ່ຍັງໄດ້ສ້າງຮາກຖານສຳລັບຄວາມໝັ້ນຄົງດ້ານສະບຽງອາຫານທີ່ຍືນຍົງໃຫ້ແກ່ຊຸມຊົນ”. ທ່ານ ນາງ ຄະຢອງ-ມີ ຄິມ (KYUNG- MEE KIM) ຜູ້ຕາງໜ້າອົງການ FAO ປະຈຳລາວ ກ່າວ.
ຂະນະທີ່ ທ່ານ ຊຶໂຕະມຸ ໂຄອິຊຶມິ (MR. TSUTOMU KOIZUMI) ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳລາວ ກ່າວວ່າ: “ປະເທດຍີ່ປຸ່ນ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນຊີວິດການເປັນຢູ່ຂອງຊຸມຊົນໃນເຂດຊົນນະບົດໃນລາວຜ່ານໂຄງການນີ້. ພວກເຮົາເຊື່ອວ່າ ການລົງທຶນໃນຊົນລະປະທານຂະໜາດນ້ອຍ ແລະ ພື້ນຖານໂຄງລ່າງຊົນນະບົດແມ່ນໜຶ່ງໃນວິທີທາງທີ່ກົງ ແລະ ມີປະສິດທິຜົນທີ່ສຸດ ໃນການຫຼຸດຜ່ອນ ຄວາມທຸກຍາກ. ພວກເຮົາຫວັງ ຢ່າງຍິ່ງທີ່ຈະໄດ້ເຫັນຜົນປະໂຫຍດທີ່ຍືນຍົງຈາກສິ່ງກໍ່ສ້າງເຫຼົ່ານີ້ ທີ່ຈະນຳຄວາມດີມາສູ່ຄອບຄົວຕ່າງໆໃນທົ່ວແຂວງ ຫຼວງພະບາງ ແລະ ອຸດົມໄຊ”. ຢູ່ແຂວງຫຼວງພະບາງ ໄດ້ສຳເລັດ 13 ຊົນລະປະທານຂະໜາດນ້ອຍ, 13 ໂຄງການປັບປຸງເສັ້ນທາງ ແລະ 1 ຂົວອູ່ ໃນ 4 ເມືອງຄື: ເມືອງງອຍ, ນ້ຳບາກ, ປາກແຊງ ແລະ ເມືອງຈອມເພັດ. ຢູ່ແຂວງອຸດົມໄຊ, ໄດ້ສຳເລັດ 17 ຊົນລະປະທານຂະໜາດນ້ອຍ ແລະ 3 ໂຄງການຟື້ນຟູເສັ້ນທາງໃນທົ່ວເມືອງແບ່ງ, ເມືອງຮຸນ ແລະ ເມືອງງາ.