ແຂວງໄຊສົມບູນ ອະນຸຍາດ 2 ບໍລິສັດເຂົ້າລົງທຶນພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນ ຂະໜາດນ້ອຍ 5 MW

19 Mar 2026

ຄລິກແຊຣ໌ 0 Facebook WhatsApp

ພິທີເຊັນສັນຍາສຳປະທານ(CA )ໂຄງການພັດທະນາພະລັງງານໄຟຟ້າແສງຕາເວັນ ຂະໜາດນ້ອຍ 5 MW ລົງມາໃນຮູບແບບການລົງທຶນກໍ່ສ້າງ,ເປັນເຈົ້າຂອງ ແລະ ດຳເນີນງານ BOO ຢູ່ເຂດ ບ້ານ ໂພນພະ ແລະ ບ້ານ ນາໄຊສະຫ່ວາງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ມີຂຶ້ນໃນອາທິດຜ່ານມາ.

ຕາງໜ້າຮ່ວມລົງນາມໂດຍຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງໄຊສົມບູນ ກັບ ບໍລິສັດ ອິນໂດໄຊນ່າ ກຮີນ ພາວເວີ ຈຳກັດ ແລະ ບໍລິສັດ ເລີດພາວເວີ້ ຈຳກັດ ໂດຍການເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງ.

ໂຄງການພັດທະນາພະລັງງານໄຟຟາແສງຕາເວັນ ຂະໜາດນ້ອຍ 5 MW ລົງມາ ຕັ້ງຢູ່ ບ້ານ ໂພນພະ ເມືອງອະນຸວົງ ຂອງບໍລິສັດ ເລີດພາວເວີ້ ຈຳກັດ ມີສັນຍາສຳປະທານອາຍຸ 25 ປີ ແລະ ບໍລິສັດ ອິນໂດໄຊນ່າ ກຮີນພາວເວີ ຈຳກັດ ເຂດບ້ານ ນາໄຊສະຫວ່າງ ເມືອງລ້ອງແຈ້ງ ສັນຍາສຳປະທານອາຍຸ 25 ປີ. ທ່ານ ພົຈວ ບົວພັນ ອິນທະປັນຍາ ໄດ້ມີຄໍາເຫັນສະແດງຄວາມຍ້ອງຍໍຊົມເຊີຍມາຍັງບໍລິສັດ ທີ່ໄດ້ເຂົ້າມາພັດທະນາຢູ່ແຂວງໄຊສົມບູນ ພ້ອມນີ້ທ່ານຍັງໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງລັດ ແລະ ບໍລິສັດ ຄຳນຶງເຖິງສະພາບແວດລ້ອມໂດຍລວມ ໃນຂອບເຂດຂອງບໍລິສັດໄດ້ເຊັນສັນຍາ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ, ຕ້ອງມີການບໍລິຫານ, ຈັດສັນ ແລະ ດຳເນີນຕາມຂັ້ນຕອນ, ພ້ອມກັນຈັດຕັ້ງປະຕິບັດບັນດາໜ້າວຽກດັ່ງກ່າວໃຫ້ບັນລຸຜົນຕາມຄາດໝາຍທີ່ວາງໄວ້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ