ປະກາດແຕ່ງຕັ້ງ ທ່ານ ຄໍາພັນ ພົມມະທັດ ເປັນເລຂາຄະນະພັກ ລັດຖະມົນຕີກະຊວງຍຸຕິທຳ

19 Mar 2026

ຄລິກແຊຣ໌ 0 Facebook WhatsApp

ພິທີມອບ-ຮັບໜ້າທີ່ ລະຫວ່າງເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງຍຸຕິທໍາ (ຜູ້ເກົ່າ-ຜູ້ໃໝ່) ຈັດຂຶ້ນໃນວັນທີ 10 ມີນາ ທີ່ກະຊວງຍຸຕິທຳ, ເຂົ້າຮ່ວມຂອງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ.

ໃນພິທີທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຂຶ້ນຜ່ານບົດສະຫຼຸບການຊີ້ນຳ-ນຳພາວຽກງານຮອບດ້ານໄລຍະຜ່ານມາວ່າ: ກະຊວງຍຸຕິທຳປະກອບມີ 11 ຫົວ ໜ່ວຍຂຶ້ນກັບ ຄື: ຫ້ອງການ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມກົດໝາຍ, ກົມໂຄສະນາເຜີຍແຜ່ກົດໝາຍ, ກົມຄຸ້ມຄອງການປະຕິບັດຄໍາຕັດສິນຂອງສານ, ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ, ກົມທະ ບຽນສານ, ກົມຮ່ວມມືສາກົນ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ສະຖາບັນຍຸຕິທຳແຫ່ງຊາດ. ນອກນັ້ນ, ຍັງມີຫົວໜ່ວຍວິຊາການລະດັບ 2 ຂຶ້ນກັບ ຄື: ສະຖາບັນຍຸຕິທຳແຫ່ງຊາດ 3 ສາຂາ; ມີ 5 ກອງ ແລະ 11 ຫ້ອງປະຕິບັດຄໍາຕັດສິນຂອງສານ, ສຳລັບກົງຈັກການຈັດຕັ້ງທ້ອງຖິ່ນ ທີ່ຢູ່ພາຍໃຕ້ການຊີ້ນຳດ້ານວິຊາການຂອງກະຊວງຍຸຕິທຳມີຄື: ພະແນກຍຸຕິທຳ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ 17 ແຂວງ ແລະ ຫ້ອງການຍຸຕິທໍາບັນດາເມືອງ, ນະຄອນ 148 ເມືອງ; ມາເຖິງປັດຈຸບັນມີພະນັກງານ-ລັດຖະກອນ ຂະແໜງການຍຸຕິທໍາໃນຂອບເຂດທົ່ວປະເທດທັງໝົດ 2,303 ຄົນ ຍິງ 873 ຄົນ.

ໂອກາດນີ້ ທ່ານ ວຽນທອງ ສິງຄຳພັນ ຄະນະພັກ ຫົວໜ້າກົມຈັດຕັ້ງ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄຳສັ່ງ ແລະ ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທຳ ໄປຮັບໜ້າທີ່ໃໝ່ຢູ່ສານປະຊາຊົນສູງສຸດ ແລະ ແຕ່ງຕັ້ງທ່ານຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເປັນເລຂາ ຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທຳ (ຜູ້ໃໝ່).

ໃນພິທີໄດ້ເຊັນມອບ-ຮັບໜ້າທີ່ລະຫວ່າງທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທຳຜູ້ເກົ່າ ແລະ ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທຳ (ຜູ້ໃໝ່).

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ