ຮ່ວມລົງນາມໂຄງການພັດທະນານິຄົມອຸດສາຫະກຳເອໄອ ໄຟຟ້າສີຂຽວ ອາລູມິນຽມ ນິເວດ ແຂວງອຸດົມໄຊ

18 Mar 2026

ຄລິກແຊຣ໌ 0 Facebook WhatsApp

ລັດຖະບານລາວ ຕາງໜ້າໂດຍ​ ກະຊວງ ອຸດສາຫະກຳ​ ແລະ​ ການຄ້າ ກັບ ບໍລິສັດ ກຣິດຕະພົງ ກຣຸບ ແລະ ບໍລິ​ສັດ ຊີຈີເອັນລາວ ຮ່ວມລົງນາມບົດບັນທຶກຄວາມ​ເຂົ້າໃຈ ວ່າດ້ວຍການຮ່ວມມື ໂຄງການພັດທະນານິຄົມອຸດສາຫະ​ກຳເອໄອ ໄຟຟ້າສີຂຽວ ອາລູມິນຽມ ນິເວດ ແຂວງອຸດົມໄຊ; ວາງແຜນພັດທະນາ ພື້ນທີ່ລວມ 6,279 ເຮັກຕາ ກໍ່ສ້າງຖານອຸດສາຫະກໍາອາລູມິນຽມ​ໄຟຟ້າສີຂຽວ, ປະກອບກັບພະລັງງານສະອາດ ຊຸກຍູ້ ສປປ ລາວ ໃຫ້ກ້າວຜ່ານ ຈາກເສດຖະກິດ “ສົ່ງອອກຊັບ​ພະຍາກອນ” ໄປສູ່ ເສດຖະກິດ “ການຜະລິດອຸດສາຫະກຳສີຂຽວ”.

ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ສຶກສາຄວາມເປັນໄປໄດ້ໃນໂຄງການ ນິຄົມອຸດສາຫະກໍາເອໄອ ( AI) ພະລັງງານສີຂຽວ ແລະ ອາລູມີນຽມນິເວດອຸດົມໄຊ ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ກັບ ບໍລິສັດ ກຣິດຕະພົງ ກຣຸບ ຈໍາກັດ ແລະ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂນຢີ (ລາວ) ຈໍາກັດ ໄດ້ຈັດຂຶ້ນໃນຕອນຄໍ່າວັນທີ 16 ມີນາ 2026 ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນສັກຂີພະຍານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະ​ມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາ ລາວ; ມີ ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງອຸດົມໄຊ, ບັນດາການນໍາຝ່າຍລາວ ແລະ ຈີນ ພ້ອມດ້ວຍແຂກຮັບເຊີນຫຼາຍພາກສ່ວນເຂົ້າ​ຮ່ວມ.

ໂຄງການດັ່ງກ່າວ ເປັນການສະເໜີຂໍລົງທຶນພັດທະນາຮ່ວມກັນ ໂດຍ ບໍລິສັດ ກຣິດຕະພົາ ກຣຸບ ຈໍາ ກັດ ແລະ ບໍລິສັດ ຊີຈີເອັນ ເອເນີຈິ ເຕັກໂນໂລຢີ (ລາວ) ຈຳກັດ (ຊີຈີເອັນລາວ) ໂດຍວາງແຜນພັດທະນາ ພື້ນທີ່ລວມປະມານ 6,279 ເຮັກຕາ (ຢຸ່ 2 ເມືອງ) ມີເປົ້າໝາຍຮ່ວມກັນກັບ ບໍລິສັດ ກວາງຊີ ການລົງທຶນ ກຣຸບ ຈໍາກັດ (ກວາງໂຖ ກຣຸບ) ໃນຖານະຜູ້ລົງທຶນອຸດສາຫະກຳຫຼັກ ກໍ່ສ້າງຖານອຸດສາຫະກໍາອາລູມິນຽມໄຟຟ້າສີຂຽວ ໂດຍໃຊ້ອາລູມິນຽມໄຟຟ້າ 500,000 ໂຕນ ປະກອບກັບພະລັງງານສະອາດ 2, 000 MW ເປັນແກນຫຼັກ ແລ້ວຄ່ອຍໆຂະຫຍາຍກາຍເປັນຖານອຸດສາຫະກຳອາລູມິນຽມຄົບວົງຈອນ. ເມື່ອໂຄງການສໍາເລັດ ຈະຊ່ວຍ ຊຸກຍູ້ ສປປ ລາວ ໃຫ້ກ້າວຂ້າມຜ່ານທາງປະ ຫວັດສາດ ຈາກເສດຖະ ກິດ “ສົ່ງອອກຊັບພະຍາ ກອນ” ໄປສູ່ເສດຖະກິດ “ການຜະລິດອຸດສາຫະກຳສີຂຽວ”.

ໂດຍຖືເອົາ ຂໍ້ໄດ້ປຽບຂອງພະລັງງານສະອາດຂອງລາວ ເພື່ອຊຸກຍູ້ການຜະລິດສີຂຽວ ໃຫ້ປະສົມປະສານຮ່ວມກັບປັນຍາປະດິດ, ເຊິ່ງຖືເປັນການຄົ້ນຄວ້າທີ່ເປັນປະໂຫຍດ ໃນການເສີມຂະຫຍາຍການຮ່ວມມືດ້ານການພັດທະນາ ສີຂຽວລາວ-ຈີນ ໃຫ້ເລິກເຊິ່ງຍິ່ງຂຶ້ນ.

ໃນໂອກາດດຽວກັນ, ກໍໄດ້ມີພິທີເປີດປ້າຍ ສະຖາບັນຄົ້ນ​ຄວ້າມາດຕະຖານ ແຫຼ່ງພະລັງງານສະອາດລາວ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ