ອົງການກາແດງ​ ສິງກະໂປ ເພີ່ມທະວີການຮ່ວມມືຊ່ວຍເຫຼືອຜູ້ປະສົບໄພໃນລາວ

18 Mar 2026

ຄລິກແຊຣ໌ 0 Facebook WhatsApp

ໃນວັນທີ 16 ມີນາ 2026 ທີ່ນະຄອນຫຼວງວຽງຈັນ, ໄດ້ມີກອງປະຊຸມຮ່ວມມືສອງຝ່າຍລະຫວ່າງອົງການກາແດງແຫ່ງຊາດລາວ ແລະ ອົງການກາແດງສິງກະໂປ ໃຫ້ກຽດເຂົ້່າຮ່ວມໂດຍ ທ່ານ ຄຳລາວັນ ຈັນທະລາວັນ, ກຳມະ​ການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານອົງການກາແດງແຫ່ງຊາດລາວ ແລະ ທ່ານ Benjamin William, ເລຂາທິການ ອົງການກາແດງສິງກະໂປ; ມີພະ ນັກງານຫຼັກແຫຼ່ງຈາກ ອົງການກາແດງແຫ່ງຊາດລາວ, ອົງ​ການກາແດງສິງກະໂປເຂົ້າຮ່ວມ.

ທີ່ປະຊຸມ ທັງສອງຝ່າຍໄດ້ຮ່ວມກັນຕີລາຄາຜົນການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະສິ່ງທີ່ອົງການກາແດງສິງກະໂປ ໄດ້ໃຫ້ການສະໜັບສະໜູນອົງການກາແດງແຫ່ງ​ຊາດລາວໃນຫຼາຍດ້ານເຊັ່ນ: ປີ 2018 ໄດ້ຊ່ວຍເຫຼືອງົບປະ ມານ ເພື່ອບັນເທົາທຸກຜູ້ປະສົບໄພນ້ຳຖ້ວມ ພ້ອມທັງຈັດສົ່ງຜ້າຫົ່ມ, ເຄື່ອງສຸຂະອະນາໄມ, ເຄື່ອງກອງນ້ຳ ແລະ ແຕ່ງ​ຕັ້ງອາສາສະໝັກກາແດງມາປະຈຳການຢູ່ເຂດປະສົບໄພ; ປີ 2019 ມີໂຄງການກໍ່ສ້າງ ແລະ ສ້ອມແປງໂຮງຮຽນຢູ່ແຂວງ​ອັດຕະປື ພ້ອມສະໜອງຊຸດຄອມພິວເຕີ ແລະ ອຸປະກອນການຮຽນໃຫ້ນັກຮຽນ; ປີ 2020 ໄດ້ຊ່ວຍເຫຼືອຜູ້ປະສົບໄພນ້ໍ້າຖ້ວມ ຢູ່ແຂວງພາກກາງ ແລະ ພາກໃຕ້ ພ້ອມສະໜອງອຸປະກອນປ້ອງກັນພະຍາດໂຄວິດ-19; ໃນປີ 2024 ໄດ້ສະໜັບສະໜູນເຄື່ອງບັນເທົາທຸກ, ເຄື່ອງຕອງນ້ຳ ແລະ ອາ​ສາສະໝັກກາແດງລົງຊ່ວຍເຫຼືອປະຊາຊົນ ຖືກນ້ຳຖ້ວມ ຢູ່ແຂວງຫຼວງນ້ຳທາ.

ໃນປີ 2026 ນີ້ ທັງສອງຝ່າຍຍັງໄດ້ລົງນາມໂຄງການຈັດຊື້ເຄື່ອງບັນເທົາທຸກແຮສາງ ເພື່ອກຽມຄວາມພ້ອມກ່ອນເກີດ​ໄພພິບັດໃນການຊ່ວຍເຫຼືອຄອບຄົວຜູ້ປະສົບໄພ ແລະ ຜູ້ດ້ອຍໂອກາດ. ຕົວແທນຝ່າຍລາວລົງນາມໂດຍ ທ່ານ ຮສຈ ດຣ ນາງ ຈັນຖະໜອມມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ ແລະ ຕົວແທນຝ່າຍສິງກະໂປ ລົງນາມໂດຍ ທ່ານ ເບັນຈາມິນ ວິນລຽມ (Benjamin William), ເລຂາທິການ ອົງການກາແດງສິງກະໂປ.

ເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຄຳລາວັນ ຈັນທະລາວັນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານອົງການກາແດງແຫ່ງຊາດລາວ; ທ່ານ ເອກອັກ​ຄະລັດຖະທູດ ສິງກະໂປ ປະຈຳ ລາວ ພ້ອມດ້ວຍພະ ນັກງານຫຼັກແຫຼ່ງຈາກສອງພາກສ່ວນເຂົ້າຮ່ວມ. ແຫຼ່ງຂ່າວ: ອົງການກາແດງແຫ່ງຊາດລາວ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ