ກອງປະຊຸມປຶກສາຫາລືແກ້ໄຂບັນຫານໍ້າມັນເຊື້ອໄຟ ຄັ້ງທີ 4 ພາຍຫລັງທີ່ໄດ້ຮັບຜົນກະທົບຈາກ ສະພາບຄວາມບໍ່ສະຫງົບຢູ່ເຂດຕາເວັນອອກກາງ ເຮັດໃຫ້ລາຄານໍ້າມັນເຊື້ອໄຟເໜັງຕີງເພີ່ມຂຶ້ນແຮງ ແລະ ປະລິມານ ການນໍາເຂົ້ານໍ້າມັນມີທ່າອ່ຽງຫລຸດລົງ ໄດ້ຈັດຂຶ້ນໃນວັນທີ 13 ມີນາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.
ມີທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາ ວຽກງານຂົງເຂດເສດຖະກິດ ແລະ ການພົວພັນການຮ່ວມມືກັບຕ່າງປະເທດ, ບັນດາລັດຖະມົນຕີ-ຮອງລັດຖະມົນຕີ ກະຊວງ-ອົງການ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມໄດ້ປຶກສາຫາລືກ່ຽວກັບສະພາບການສະໜອງນໍ້າມັນ, ລາຄານໍ້າມັນ ຕິດພັນກັບລາຄາສິນ ຄ້າ-ຄ່າບໍລິການ ແລະ ມາດຕະການແກ້ໄຂ, ຮ່າງນະໂຍບາຍ ແລະ ມາດຕະການຄຸ້ມຄອງ ການນໍາເຂົ້າ-ແຈກຢາຍ ແລະ ລາຄານໍ້າມັນ ໂດຍໄດ້ລົງເລິກພິຈາລະນາຕໍ່ບາງບັນຫາສຳຄັນ ເປັນຕົ້ນ:
* ກົນໄກ-ນະໂຍບາຍ ຕໍ່ການນຳເຂົ້ານໍ້າ ມັນເຊື້ອໄຟທີ່ວ່ອງໄວ ແລະ ຈາກຫລາຍແຫລ່ງ;
*ກົນໄກການຕິດຕາມກວດກາ ການຄຸ້ມຄອງຄັງແຮນໍ້າມັນ ແລະ ການແຈກຢາຍບໍລິການສັງຄົມ ທີ່ຮັດກຸມ-ຊັດເຈນ ແລະ ມີປະສິດທິຜົນສູງ;
*ການຄຸ້ມຄອງ-ບໍລິຫານນໍ້າມັນພາຍໃນ ປະເທດ ຮັບປະກັນໃຫ້ມີນຳໃຊ້ຕໍ່ເນື່ອງ-ທົ່ວເຖິງ;
*ນະໂຍບາຍທາງເລືອກ ເພື່ອທົດແທນການນຳໃຊ້ນໍ້າມັນເຊື້ອໄຟ ກໍຄື ການສົ່ງເສີມນໍາໃຊ້ລົດໄຟຟ້າ, ການຂະຫຍາຍຕາໜ່າງການບໍລິການລົດໄຟຟ້າ ໂດຍສານສາທາລະນະໃນຕົວ ເມືອງ-ເຂດຊຸມຊົນ;
*ການເພີ່ມທະວີເອົາໃຈໃສ່ຕໍ່ວຽກງານໂຄສະນາເຜີຍແຜ່ ແລະ ປຸກສະດົມສັງຄົມ ໃຫ້ຮັບຮູ້-ເຂົ້າ ໃຈ ແລະ ມີສະຕິຕໍ່ຊາດ;
*ການກຳນົດນະໂຍບາຍຫຼຸດຜ່ອນຜົນກະທົບຕໍ່ສັງຄົມ ແລະ ການປະຕິບັດແຜນພັດທະນາ ຕ່າງໆ;
*ການຄົ້ນຄວ້າປະກອບບຸກຄະລາກອນ ເຂົ້າໃນຄະນະສະເພາະກິດ ໃນການແກ້ໄຂບັນຫານໍ້າມັນເຊື້ອໄຟ;
* ມາດ ຕະການຕ່າງໆໃນການຮັບມືແຕ່ລະໄລຍະ (ໄລຍະສັ້ນ-ໄລຍະຍາວ) ລວມທັງການເປັນເຈົ້າການ, ການມອບໝາຍ ຄວາມຮັບຜິດຊອບວຽກຕ່າງໆ ໃຫ້ບັນດາກະຊວງ-ອົງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ
ສ່ວນລາຍລະ ອຽດຂອງມາດຕະການບາງດ້ານ ລັດຖະບານ ຈະໄດ້ຄົ້ນຄວ້າອອກເປັນນິຕິກໍາສະເພາະ ເພື່ອໃຫ້ບັນດາກະຊວງ-ອົງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ນຳໄປຈັດຕັ້ງປະຕິບັດໂດຍໄວ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.